ໃນເວລາ 08 ໂມງ 30 ນາທີ ຂອງວັນທີ, ຂອງວັນທີ 19 ມີນາ 2021 ໄດ້ຈັດກອງປະຊຸມກອງປະຊຸມວິຊາການ ຜ່ານເນື້ອໃນບົດລາຍງານສະພາບສິ່ງແວດລ້ອມແຂວງສະຫັວນນະເຂດ ໂຄງການ LENS2, ຢູ່ທີ່ຫ້ອງປະຊຸມ ຊັ້ນ 4 ຂອງພແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ

     ພາຍໄຕ້ການເປັນປະທານ ຂອງ ທ່ານ ຈັນເພັງໃສ ດາລາຊະວົງ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ຜູ້ເຂົ້າຮ່ວມປະກອບດ້ວຍຄະນະກຳມະການຮັບຜິດຊອບສ້າງບົດລາຍງານສະພາບແວດລ້ອມຫົວໜ້າຮອງຫົວໜ້າ08ຂະແໜງການອ້ອມຂ້າງ ພຊສ ແຂວງ ພ້ອມດ້ວຍວິຊາການຈຳນວນ 25 ທ່ານ, ຍິງ 03 ທ່ານ.

    ປະທານກອງປະຊຸມ ໄດ້ກ່າວເປີດກອງປະຊຸມ ພ້ອມມີຄຳເຫັນຕໍ່ກອງປະຊຸມ ແລະ ກ່າວຈຸດປະສົງຂອງກອງປະຊຸມ, ຮອງຫົວໜ້າຂະແໜງສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດແຂວງໄດ້ຜ່ານເນື້ອໃນບົດລາຍງານສະພາບແວດລ້ອມ 2016-2020 ສຳລັບພາກທີ 01 ພາກທີ 02, ພາກ 03 ແລະ 04.

ຫຼັງຈາກນັ້ນປະທານກອງປະຊຸມ ໄດ້ເປີດກວ້າງໃຫ້ແຂກທີ່ເຂົ້າຮ່ວມກອງປະຊຸມປະກອບຄຳເຫັນຢ່າງກົງໄປກົງມາ ພ້ອມສັງລວມບັນຫາທີ່ບັນດາແຂກສະເໜີ ເພື່ອນຳໄປປັບປຸງເຂົ້າໃສ່ເນື້ອໃນຮ່າງຂໍ້ຕົກລົງ ເພື່ອເປັນຂໍ້ມູນບ່ອນອີງໃນການຜັນຂະຫຍາຍຈັດຕັ້ງປະຕິບັດໃນອານາຄົດ ແລະ ວິທີການແກ້ໄຂບັນຫາທີ່ຍັງຄົງຄ້າງຕ່າງໆ.

        ມາຮອດເວລາ 12 ໂມງ 00 ນາທີ ຂອງວັນດຽວກັນ ກອງປະຊຸມກໍ່ໄດ້ປິດລົງຢ່າງເປັນທາງການ.