ໃນຕອນເຊົ້າຂອງວັນທີ 09 ເມສາ 2021 ເວລາ 08 ໂມງ 30 ນາທີ ໄດ້ຈັດກອງປະຊຸມ ເຜີຍແຜ່ມະຕິກອງປະຊຸມໃຫ່ຍ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ແລະ ມະຕິກອງປະຊຸມໃຫ່ຍຄັ້ງທີ IX ຂອງອົງຄະນະພັກແຂວງສະຫັວນະເຂດ ຢູ່ທີ່ຫ້ອງປະຊຸມຊັ້ນ 4 ຂອງພະແນກຊັບພະຍາທຳມະຊາດ ແລະ ສິ່ງ ແວດລ້ອມແຂວງ,

     ພາຍໄຕ້ການເປັນປະທານກອງປະຊຸມຂອງ ທ່ານ ພູທອນ ຍອດບຸນເຮືອງ ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ,   ໃນກອງປະຊຸມຄັ້ງນີ້ມີຄະນະພະແນກ, ຄະນະຂະແໜງ ພ້ອມດ້ວຍພະນັກງານວິຊາການ ແລະ ອາສາສະຫມັກທົ່ວ ພຊສ ທັງໝົດ 102 ທ່ານ, ຍິງ 48 ທ່ານ.  

            ທ່ານ ບຸນຊູ ວົງສະຫັວນ ຫົວໜ້າຂະແໜງຈັດຕັ້ງ ແລະ ພະນັກງານ   ໄດ້ສະເໜີຈຸດປະສົງກອງປະຊຸມ ແລະ ມອບໃຫ້    ທ່ານ ຈັນເພັງໃສ ດາລາຊະວົງ ຄະນະພັກຮາກຖານ ພຊສ, ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ຂື້ນເຜີຍແຜ່ມະຕິກອງປະຊຸມໃຫ່ຍ ຄັ້ງທີ IX ຂອງອົງຄະນະພັກແຂວງສະຫັວນນະເຂດ, ກອງປະຊຸມໄດ້ສືບຕໍ່ ເຜີຍແຜ່ມະຕິກອງປະຊຸມໃຫ່ຍ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ໂດຍ ທ່ານ ພູທອນ ຍອດບຸນເຮືອງ ກໍາມະການພັກແຂວງ, ເລຂາຄະນະພັກຮາກຖານ ພຊສ, ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ.

        ກອງປະຊຸມດຳເນີນມາຮອດເວລາ 11 ໂມງ 30 ນາທີຂອງວັນດຽວກັນກໍ່ໄດ້ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ