ໃນເວລາ 08 ໂມງ 30 ນາທີ ຂອງວັນທີ, ຂອງວັນທີ 19 ເມສາ 2021 ໄດ້ຈັດກອງປະຊຸມພິທີເປີດ ຝຶກອົບຮົມວຽກງານຂຶ້ນທະບຽນອອກໃບຕາດິນຢ່າງເປັນລະບົບ ຢູ່ເມືອງອຸທຸມພອນ, ເມືອງໄຊພູທອງ ແລະ ເມືອງສອງຄອນ, ຢູ່ທີ່ຫ້ອງປະຊຸມ ຊັ້ນ 4 ຂອງພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ

        ພາຍໄຕ້ການເປັນປະທານຮ່ວມ ຂອງ ທ່ານ ພູທອນ ຍອດບຸນເຮືອງ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ແລະ ທ່ານ ຄິດລາໄຊ ກ໋ອກມີລາ ຮອງຫົວໜ້າກົມທີ່ດິນ ຜູ້ເຂົ້າຮ່ວມປະກອບດ້ວຍຄະນະຊີ້ນຳລວມຮ່າງຂໍ້ຕົກລົງ, ຫົວໜ້າຮອງຫົວໜ້າ 08 ຂະແໜງການອ້ອມຂ້າງ ພຊສ ແຂວງ ພ້ອມດ້ວຍວິຊາການກະຊວງ, ຄະນະຫ້ອງການ ຊສ 03 ເມືອງ ແລະ ວິຊາ ການພຊສ ແຂວງທີ່ກ່ຽວຂ້ອງຈຳນວນ 42 ທ່ານ, ຍິງ 06 ທ່ານ.

         ປະທານກອງປະຊຸມ ໄດ້ກ່າວເປີດກອງປະຊຸມພ້ອມສະເໜີຈຸດປະສົງ, ທີ່ມາ ແລະ ຄວາມສໍຳຄັນ ຂອງໂຄງການຂຶ້ນທະບຽນອອກໃບຕາດິນຢ່າງເປັນລະບົບ, ທ່ານ ຄຳພັນ ປະວົງວຽງຄຳ ໄດ້ນຳສະເໜີຮູບແບບ, ວິທີການໃນການດຳເນີນການຝຶກອົບຮົມ ຫຼັງຈາກນັ້ນ ທ່ານ ບູລິກາ ອິດທິລາດ ຮອງຫົວໜ້າ ພຊສ ແຂວງ, ຊີ້້ນຳຂະແໜງທີ່ດິນ ກໍ່ໄດ້ມີຄຳເຫັນຕໍ່ກອງປະຊຸມ ພ້ອມທັງໃຫ້ ຫ້ອງການຊສ 03 ເມືອງ ໄດ້ ປະກອບຄຳເຫັນຢ່າງກົງໄປກົງມາ ຂື້໊ນລາຍງານການຈັດຕັ້ງປະຕິບັດການຂື້້ນທະບຽນອອກໃບຕາດິນໃນໄລຍະຜ່ານມາ ວ່າມີການຈັດຕັ້ງປະຕິບັດ ແລະ ເຄື່ອນໄຫວແບບໃດ ເພື່ອປະກອບຄຳເຫັນຕໍ່ກອງປະຊຸມ

         ຫຼັງຈາກນັ້ນປະທານກອງປະຊຸມ ກໍ່ໄດ້ສັງລວມບັນຫາຕ່າງໆ, ພ້ອມທັງກ່າວມີຄຳເຫັນ, ໃຫ້ທິດຊີ້້ນຳໃນການຈັດ ຕັ້ງປະຕິບັດບັ້ນຝຶກອົຮົມ ແລະ ກ່າວປິດກອງປະຊຸມ ໃນເວລາ 11 ໂມງ 30 ນາທີ ຂອງວັນດຽວກັນ.