ໃນຕອນເຊົ້າເວລາ 08 ໂມງ 00 ນາທີ ຂອງວັນທີ 23 ມິຖຸນາ  2020, ໄດ້ຈັດກອງປະຊຸມສະຫຼຸບ ການຈັດຕັ້ງປະຕິບັດວຽກງານ ມະຕິກອງປະຊຸມໃຫ່ຍສະມາຊິກພັກຄັ້ງທີ I (ກາງສະໄຫມ 2017-2019 ) ແລະ ທົບທວນຄືນທິດທາງ ແຜນການ2020-2022 ຂອງໜ່ວຍພັກຂະແໜງນໍ້າ ແລະ ສິ່ງແວດລ້ອມ ຄັ້ງວັນທີ 23 ມິຖຸນາ 2020 ຢູ່ທີ່ຫ້ອງປະຊຸມຊັ້ນ4 ຂອງ ພະແນກຊັບພະຍາທຳມະຊາດ ແລະ ສິ່ງແວດລ້ອມແຂວງ,  ພາຍໄຕ້ການເປັນປະທານຮ່ວມ ຂອງສະຫາຍໜູການອິນທະປັນຍາ ຮອງເລຂາພັກ ຮາກຖານຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ແລະ ສະຫາຍ ຈັນເພັງໃສ ດາລາຊະວົງ ເລຂາໜ່ວຍພັກຂະແໜງນໍ້າ ແລະ ສິ່ງແວດລ້ອມ ມີຕາງໜ້າຈາກຄະນະຈັດຕັ້ງແຂວງ, ອົງການກວດກາພັກແຂວງ ພ້ອມດ້ວຍສະຫາຍສະມາຊິກພັກໃນໜ່ວຍເຂົ້າຮ່ວມທັງໝົດ 34 ສະຫາຍ, ຍິງ 8 ສະຫາຍ.

           ສະຫາຍ ຈັນເພັງໃສ ດາລາຊະວົງ ຄະນະພັກຮາກຖານ, ເລຂາໜ່ວຍພັກຂະແໜງນໍ້າ ແລະ ສິ່ງແວດລ້ອມແຂວງ ໄດ້ສະເໜີຜ່ານສະຫຼຸບສະພາບລວມການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫ່ຍ ສະມາຊິກພັກຄັ້ງທີ I ກາງສະໄຫມ ໄລຍະ 2017-2019, ເຊິ່ງໜ່ວຍພັກຂະແໜງຂະແໜງນໍ້າ ແລະ ສິ່ງແວດລ້ອມ ໄດ້ເຕົ້າໂຮມເອົາ 4 ຂະແໜງການຄື:ຂະແໜງຊັບພະຍາກອນນໍ້າ ແລະ ອຸຕຸນິຍົມ, ຂະແໜງສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ, ຂະແໜງກວດກາ ແລະ ຂະແໜງຕິດຕາມກວດກາສິ່ງແວດລ້ອມ ສຳລັບການດຄື່ອນໄຫວ, ຊີ້ນຳ-ນຳພາ ແມ່ນຊີ້ນຳຕາມ 05 ດ້ານຄື: ດ້ານການເມືອງ, ດ້ານແນວຄິດ, ດ້ານການຈັດຕັ້ງ ແລະ ແບບແຜນການນຳພາ, ການຈັດຕັ້ງປະຕິບັດໜ້າທີ່ການເມືອງ ພ້ອມໄດ້ລາຍງານວຽກງານທີ່ພົ້ນເດັ່ນຂອງແຕ່ລະຂະແໜງການເຊັ່ນ:ການຕິດຕາມກວດກາສະພາບການປ່ຽນແປງດິນຟ້າອາກາດພາຍໃນແຂວງ ການລົງຕິດຕາມກວດກາລະດັບນໍ້າ, ການລົງຕິດຕາມຊຸກຍູ້ໂຄງການຕ່າງໆທີ່ຕິດພັນກັບແຜນການຄຸ້ມຄອງເສດຖະກິດສັງຄົມພາຍໃນແຂວງ ພ້ອມນີ້ ປະທານກອງປະຊຸມກໍ່ໄດ້ຄຳເຫັນຊີ້ນຳຕໍ່ວຽກງານແນວຄິດການເມືອງ ໃຫ້ອ້າຍນ້ອງສະມາຊິກພັກ ເປັນເຈົ້າການ, ປະຕິບັດກົດລະບຽບຂອງພັກ, ກົດລະບຽບຂອງລັດ, ຕີຖອຍປະກົດການຫໍ້ຍທໍ້ຕ່າງໆ, ມີສະຕິເຕື່ອນຕົນ, ຝຶກຝົນລໍ່ຫຼອມຕົນເອງ ທັງຮັກສາໄດ້ຄຸນທາດການເມືອງຄຸນສົມບັດສິນທຳປະຕິວັດ ພ້ອມທັງສ້າງສະມາຊິກພັກແຂງໄດ້ 26 ສະຫາຍ, ກາງ 4 ສະຫາຍ ແລະ ສຳເລັດການຮັບບັດແດງ ສະມາຊິກພັກຈຳນວນໜຶ່ງ, ທັງນີ້ກໍ່ເພື່ອເປັນການສຳຫຼວດການຊີ້ນຳ ການນຳພາຂອງຄະນະພັກໃນໜ່ວຍ ເພື່ອສືບຕໍ່ປັບປຸງຈຸດອ່ອນເພື່ອສ້າງໜ່ວຍພັກໃຫ້ເປັນໜ່ວຍພັກປອດໃສເຂັ້ມແຂງ, ໜັກແໜ້ນ

          ກອງປະຊຸມດຳເນີນມາຮອດເວລາ 12:00 ນາທີຂອງວັນດຽວກັນກໍ່ໄດ້ປິດລົງດ້ວຍຜົນສຳເລັດ ແລະ ຈົບງາມ