ໃນຕອນເຊົ້າເວລາ 08 ໂມງ 00 ນາທີ ຂອງວັນທີ 22 ມິຖຸນາ 2020, ໄດ້ຈັດກອງປະຊຸມສະຫຼຸບ ການຈັດຕັ້ງປະຕິບັດວຽກງານ ມະຕິກອງປະຊຸມໃຫ່ຍສະມາຊິກພັກຄັ້ງທີ I (ກາງສະໄຫມ 2017-2019 ) ແລະ ທົບທວນຄືນທິດທາງ ແຜນການ2020-2022 ຂອງໜ່ວຍພັກຂະແໜງທີ່ດິນ ຄັ້ງວັນທີ 22 ມິຖຸນາ 2020 ຢູ່ທີ່ຫ້ອງປະຊຸມຊັ້ນ 4 ຂອງ ພະແນກຊັບພະຍາທຳມະຊາດ ແລະ ສິ່ງແວດລ້ອມແຂວງ,  ພາຍໄຕ້ການເປັນປະທານຮ່ວມ ຂອງສະຫາຍ ພູທອນ ຍອດບຸນເຮືອງ ເລຂາພັກຮາກຖານ, ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມແຂວງ ແລະ ສະຫາຍ ບຸນຍອດ ນາມເສນາ ຄະນະພັກຮາກຖານ ພຊສ, ເລຂາໜ່ວຍພັກຂະແໜງທີ່ດິນ ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ມີຕາງໜ້າຈາກຄະນະຈັດຕັ້ງແຂວງ, ຄະນະກວດກາພັກແຂວງ, ເລຂາໜ່ວຍພັກ ແລະ ອົງການຈັດຕັ້ງມະຫາຊົນອ້ອມຂ້າງຮາກຖານພັກ ພຊສ, ພ້ອມດ້ວຍສະຫາຍສະມາຊິກພັກໃນໜ່ວຍເຂົ້າຮ່ວມທັງໝົດ 35 ສະຫາຍ, ຍິງ 10 ສະຫາຍ.

          

            ສະຫາຍ ບຸນຍອດ ນາມເສນາ ຄະນະພັກຮາກຖານ ພຊສ, ເລຂາໜ່ວຍພັກຂະແໜງທີ່ດິນ ໄດ້ສະເໜີຜ່ານສະຫຼຸບສະພາບລວມການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫ່ຍ ສະມາຊິກພັກຄັ້ງທີ I ກາງສະໄຫມ ໄລຍະ 2017-2019, ເຊິ່ງໜ່ວຍພັກຂະແໜງທີ່ດິນປະກອບມີ 7 ກຸ່ມວຽກ, ສຳລັບການເຄື່ອນໄຫວ, ຊີ້ນຳ-ນຳພາ ແມ່ນຊີ້ນຳຕາມ 05 ດ້ານຄື: ດ້ານການເມືອງ, ດ້ານແນວຄິດ, ດ້ານການຈັດຕັ້ງ ແລະ ແບບແຜນການນຳພາ, ການຈັດຕັ້ງປະຕິບັດໜ້າທີ່ການເມືອງ ພ້ອມໄດ້ລາຍງານວຽກງານທີ່ພົ້ນເດັ່ນຂອງແຕ່ລະຂະແໜງການເຊັ່ນ:       ວຽກງານຂຶ້ນທະບຽນອອກໃບຕາດິນມາຮອດປະຈຸບັນທົ່ວແຂວງ ສາມາດປະຕິບັດການໄດ້ 197.011 ຕອນ, ທຽບ ໃສ່ສະຖິຕິສຳມະໂນທີ່ດິນໃນຂອບເຂດທົ່ວແຂວງ ຈຳນວນ 426.760 ຕອນ ເທົ່າກັບ 46,2%; ສະເພາະໃນໄລຍະ ປີ 2017-2019 ສຳຫຼວດວັດແທກໄດ້ຈຳນວນ 63.353 ຕອນ, ທຽບໃສ່ແຜນການ ຈຳນວນ 60.000 ຕອນ ເທົ່າກັບ 105,6%, ວຽກງານສ້າງແຜນຈັດສັນທີ່ດິນ, ຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂັ້ນແຂວງ, ວຽກງານສ້າງຮ່າງນິຕິກຳລຸ່ມກົດໝາຍການກຳນົດເຂດປະເມີນລາຄາທີ່ດິນ ແລະ ສິ່ງປຸກສ້າງໃນຂອບເຂດທົ່ວແຂວງ, ວຽກງານການຂຶ້ນທະບຽນອອກໃບຕາດິນດ້ວຍລະບົບທີ່ທັນສະໄໝ (ນຳໃຊ້ເຄື່ອງມືສຳຫຼວດວັດແທກ GPS RTK x91 ແລະ ນຳໃຊ້ໂປແກມ ລາວແລນເລັກ), ວຽກງານຄຸ້ມຄອງດິນລັດ, ວຽກງານຕິດຕາມ ແລະ ກວດກາ ການນຳໃຊ້ທີ່ດິນ, ພ້ອມນີ້ ປະທານກອງປະຊຸມກໍ່ໄດ້ຄຳເຫັນຊີ້ນຳຕໍ່ວຽກງານແນວຄິດການເມືອງ ໃຫ້ອ້າຍນ້ອງສະມາຊິກພັກ ເປັນເຈົ້າການ, ປະຕິບັດກົດລະບຽບຂອງພັກ, ກົດລະບຽບຂອງລັດ, ຕີຖອຍປະກົດການຫໍ້ຍທໍ້ຕ່າງໆ, ມີສະຕິເຕື່ອນຕົນ, ຝຶກຝົນລໍ່ຫຼອມຕົນເອງ ທັງຮັກສາໄດ້ຄຸນທາດການເມືອງຄຸນສົມບັດສິນທຳປະຕິວັດ ພ້ອມທັງສ້າງສະມາຊິກພັກແຂງໄດ້ 29 ສະຫາຍ, ກາງ 3 ສະຫາຍ ແລະ ແລະ ໄດ້ສໍາເລັດໃນການມອບຮັບບັດແດງຂອງສະມາຊິກພັກສົມບູນ ຊຸດທີ I ແລະ ຊຸດທີ II ຂອງກອງປະຊຸມຄະນະພັກຮາກຖານພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ໄດ້ຮັບສະມາຊິກພັກໃໝ່ ຈຳນວນ 09 ສະຫາຍ, ຍິງ 03 ສະຫາຍ, ທຽບໃສ່ແຜນການ ຈຳນວນ 7 ສະຫາຍ ເທົ່າ 128,7%, ທັງນີ້ກໍ່ເພື່ອເປັນການສຳຫຼວດການຊີ້ນຳ ການນຳພາຂອງຄະນະພັກໃນໜ່ວຍ ເພື່ອສືບຕໍ່ປັບປຸງຈຸດອ່ອນເພື່ອສ້າງໜ່ວຍພັກໃຫ້ເປັນໜ່ວຍພັກປອດໃສເຂັ້ມແຂງ, ໜັກແໜ້ນ

            ກອງປະຊຸມດຳເນີນມາຮອດເວລາ 12:00 ນາທີຂອງວັນດຽວກັນກໍ່ໄດ້ປິດລົງດ້ວຍຜົນສຳເລັດ ແລະ ຈົບງາມ