ໃນເວລາ 08ໂມງ 00 ນາທີ  ຂອງວັນທີ 06 ເດືອນຕຸລາ 2020 ທີ່ຫ້ອງປະຊຸມຊັ້ນ 2 ຫ້ອງວ່າການປົກຄອງເມືອງທ່າປາງທອງ, ແຂວງສະຫັວນນະເຂດ ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມເມືອງທ່າປາງທອງ ໄດ້ຈັດໃຫ້ມີກອງປະຊຸມສະຫຼຸບວຽງານ ໃນໄລຍະ 9 ເດືອນ ຜ່ານມາ ແລະ ວາງແຜນການຈັດຕັ້ງປະຕິບັດ ວຽງານໃນໄລຍະ 3 ເດືອນ ທ້າຍປີ, ໂດຍການເປັນປະທານຮ່ວມຂອງ ທ່ານ ສີທະນົນໄຊ ສີລິວົງ ຮອງເຈົ້າເມືອງໆທ່າປາງທອງ ແລະ ທ່ານ ພູທອນ ຍອດບຸນເຮືອງ ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ທີ່ໄດ້ເປັນກຽດເຂົ້າຮ່ວມ, ພ້ອມດ້ວຍພະແນກການອ້ອມຂ້າງເມືອງ ທ່ານ ສີຊະນະ ວົງດາລາ ຫົວໜ້າຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມເມືອງ ກໍ່ໄດ້ລາຍງານການຈັດຕັ້ງປະຕິບັດວຽງານຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໃນໄລຍະ 9 ເດືອນ ຜ່ານມາ ແລະ ທິດທາງແຜນການ 3 ເດືອນ ທ້າຍປີ 2020,

       

       ການສະຫຼຸບລາຍງານໃນຄັ້ງນີ້ ແມ່ນໄດ້ຍົກໃຫ້ເຫັນຜົນງານ ການຈັດຕັ້ງປະຕິບັດ ວຽກງານການອອກໃບຕາດິນ ແລະ ວຽງານການຄຸ້ມຄອງ ສິ່ງແວດລ້ອມ  ການຄຸ້ມຄອງຊັບພະຍາກອນນໍ້າ ແລະ ບັນຫາອື່ນໆ ລວມທັງຂໍ້ສະດວກຂໍ້ຫຸ້ຍງຍາກ ແລະ ບັນຫາທີ່ຈະຕ້ອງໄດ້ແກ້ໄຂໃນຕໍ່ໜ້າ, ພາຍຫຼັງທີ່ໄດ້ ຮັບຟັງການລາຍງານແລ້ວ ໃນກອງປະຊຸມກໍ່ໄດ້ ເປີດໂອກາດໃຫ້ບັນດາຜູ້ແທນເຂົ້າຮ່ວມປະກອບຄໍາຄິດຄໍາເຫັນ ໃສ່ຮ່າງບົດສະຫຼຸບເພື່ອຊອກແນວທາງການແກ້ໄຂໃນຂັ້ນຕໍ່ໄປ ເພື່ອເຮັດໃຫ້ບັນດາຄາດໜາຍແຜນການປະຈໍາປີບັນລຸຜົນສໍາເລັດເປັນຢ່າງສູງ ຈາກນັ້ນບັນດາຂະແໜງການຂອງພະແນກ ພຊສ ກໍ່ໄດ້ຊີ້້ແຈງໃນແຕ່ລະວຽກງານ,  ໂອກາດນີ້ປະທານກໍ່ໄດ້ໂອລົມຕໍ່ກອງປະຊຸມໃຫ້ຄຳເຫັນ ແລະ ເອົາໃຈໃສສຶບຕໍ່ປັບປຸງວິທີການເຮັດວຽກໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ.

       ກອງປະຊຸມດຳເນີນມາຮອດເວລາ 11 ໂມງ   30 ນາທີຂອງວັນດຽວກັນກໍ່ໄດ້ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ