ໃນຄັ້ງວັນທີ 16 ຕຸລາ 2020 ທີ່ຫ້ອງປະຊຸມຊັ້ນ 02 ຂອງພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງໄດ້ມີການມອບ - ຮັບວຽກປະຊຸມທາງໄກ ແລະ ອຸປະກອນປະຊຸມທາງໄກ ລະຫວ່າງຂະແໜງແຜນການສະຖິຕິ ແລະ ຂໍ້ມູນຂ່າວ ກັບ ຂະແໜງບໍລິຫານ ແລະ ການເງິນ, ໂດຍອີງຕາມທິດຊີ້ນຳຂອງທ່ານ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງຄັ້ງວັນທີ 15 ຕຸລາ 2020, ອຸປະກອນທີ່ມອບໃນຄັ້ງນີ້ມີ 19 ລາຍການ, ມອບໃຫ້ຂະແໜງບໍລິຫານ ແລະ ການເງິນ ເປັນຜູ້ຮັບຜິດຊອບວຽກປະສານງານປະຊຸມທາງໄກ ແລະ ການຄຸ້ມຄອງອຸປະກອນ ປະຊຸມທາງໄກ.