ໃນຕອນເຊົ້າເວລາ 08 ໂມງ 30 ນາທີ ຂອງວັນທີ 17 ມີນາ  2021, ໄດ້ຈັດກອງປະຊຸມທາບທາມບຸກຄະລາກອນ ເຂົ້າໃສ່ໂຄງປະກອບກົງຈັກການຈັດຕັ້ງຂະແໜງການ ພຊສ ແຂວງ ເພື່ອທາບທາມບຸກຄະລາກອນ ເຂົ້າໃສ່ໂຄງປະກອບກົງຈັກການຈັດຕັ້ງ ຂອງຂະແໜງການ ພຊສ ແຂວງ ທີ່ຫ້ອງປະຊຸມຊັ້ນ 04 ຂອງ ພຊສ ແຂວງ ພາຍໄຕ້ການເປັນປະທານຮ່ວມກອງປະຊຸມ ຂອງ ທ່ານ ບົວສອນ ມະຫາວົງ ຄະນະປະຈໍາພັກແຂວງ, ຫົວໜ້າຈັດຕັ້ງແຂວງ ເຂົ້າຮ່ວມກອງປະຊຸມຄັ້ງນີ້ມີທ່ານຫົວໜ້າພ້ອມຄະນະ ພຊສ, ຫົວໜ້າຮອງຫົວໜ້າ 08 ຂະແໜງການອ້ອມຂ້າງ ພຊສ ແຂວງ ພ້ອມດ້ວຍວິຊາການເຂົ້າຮ່ວມທັງໝົດ 99 ທ່ານ, ຍິງ 42 ທ່ານ.

     ທ່ານ ພູທອນ ຍອດບຸນເຮືອງ ຫົວໜ້າພະແນກ ຊສ ແຂວງໄດ້ຂື້ນ ກ່າວເປີດກອງປະຊຸມ ພ້ອມທັງສະເໜີຈຸດປະສົງແລະ ມີຄຳເຫັນ, ເຜີຍແຜ່ເຊື່ອມຊຶມຂໍ້ຕົກລົງ ເລກທີ 4983/ກຊສ, ລົງວັນທີ 03 ພະຈິກ 2020.

   

    ຕໍ່ມາຄະນະຈັດຕັ້ງແຂວງໄດ້ຂື້ນຜ່ານມາດຖານເງື່ອນໄຂພະນັກງງານ ນໍາພາ-ຄຸ້ມຄອງ ສະບັບເລກທີ 030/ກມ.ສພ ລົງວັນທີ 03 ມັງກອນ 2018  ບຸກຄະລາກອນທີ່ຈະປະກອບເຂົ້າໃນໂຄງປະກອບກົງຈັກການຈັດຕັ້ງບັນດາຂະແໜງຂອງ ພະແນກ ຊສ ແຂວງ ແລະ ໄດ້ປ່ອນບັດທາບທາມ, ໂດຍວິຊາການຄະນະຮັບຜິດຊອບກອງປະຊຸມຈາກຈັດຕັ້ງ ແລະ ກວດກາ ແຂວງໄດ້ດຳເນີນການແຈກບັດໃຫ້ແກ່ພະນັກງານ ຂອງ ພຊສ, ຄະນະກຳມະການໄດ້ສັງລວມຜົນຂອງການທາບທາມ, ເພື່ອຂັດຈ້ອນເອົາລາຍຊື່ລົງທາບທາມ ໃນຮອບທີ່ 02, ໃນເວລາ 1 ໂມງ 30 ນາທີ ຄະນະພັກຮາກຖານ, ຄະນະພະແນກ, ຄະນະ      ໜ່ວຍພັກ ຫົວໜ້າ, ຮອງຫົວໜ້າພະແນກ ແລະ ຫົວໜ້າ, ຮອງຫົວໜ້າ 08 ຂະແໜງ ກໍ່ໄດ້ຈັດກອງປະຊຸມ ເພື່ອທາບທາມຄັດເລືອກ ຮອບທີ່ 02

      ທ່ານ ບົວສອນ ມະຫາວົງ ປະທານກອງປະຊຸມ ໄດ້ມີຄໍາເຫັນເນັ້ນໜັກຕື່ມ ໃນບາງບັນຫາທີ່ສໍາຄັນໃນການທາມທາບແຕ່ລະຮອບ ຫຼັງຈາກນັ້ນກໍ່ໄດ້ດຳເນີນການທາບທາມ ຮອບທີ 02 ເພື່ອສັງລວມມາດຖານຜົນຂອງການທາບທາມ ເພື່ອສະ      ເໜີຄະນະປັບປຸງກົງຈັກການຈັດຕັ້ງຕໍ່ຂັ້ນແຂວງ ກໍ່ຄືຂັ້ນເທິງຄົ້ນຄວ້າພິຈາລະນາ.

      ກອງປະຊຸມໄດ້ດຳເນີນມາຮອດເວລາ 16 ໂມງ00 ນາທີ ຂອງວັນດຽວກັນກໍ່ໄດ້ປິດລົງຢ່າງເປັນທາງການ.