ໃນເວລາ 08 ໂມງ 30 ນາທີ ຂອງວັນທີ, ຂອງວັນທີ 18 ມີນາ 2021 ໄດ້ຈັດກອງປະຊຸມປຶກສາຫາລື ກອງປະຊຸມປຶກສາຫາລືຜ່ານຮ່າງຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງຂີ້ເຫຍື້ອໃນທົ່ວແຂວງສະຫັວນນະເຂດ ເພື່ອຈະຮັບຮອງຂອງ ພະແນກການຂັ້ນແຂວງ ຕາມໂຄງການຍອຍຕາມກິດຈະກຳ 2.3.3. ຕາມໂຄງການຍອຍ LENS2, ຢູ່ທີ່ຫ້ອງປະຊຸມ ຊັ້ນ 4 ຂອງພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ

       ພາຍໄຕ້ການເປັນປະທານ ຂອງ ທ່ານ ຈັນເພັງໃສ ດາລາຊະວົງ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ຜູ້ເຂົ້າຮ່ວມປະກອບດ້ວຍຄະນະຊີ້ນຳລວມຮ່າງຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງຂີ້ເຫຍື້ອໃນທົ່ວແຂວງ, ຫົວໜ້າຮອງຫົວໜ້າ08ຂະແໜງການອ້ອມຂ້າງ ພຊສ ແຂວງ ພ້ອມດ້ວຍວິຊາການຈຳນວນ 39 ທ່ານ, ຍິງ 06ທ່ານ.

      ປະທານກອງປະຊຸມ ໄດ້ກ່າວເປີດກອງປະຊຸມ ພ້ອມມີຄຳເຫັນຕໍ່ກອງປະຊຸມ ແລະ ກ່າວຈຸດປະສົງຂອງກອງປະຊຸມ, ຮອງຫົວໜ້າຂະແໜງສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດແຂວງໄດ້ສະເໜີຜ່ານຮ່າງຂໍ້ຕົກລົງວ່າດ້ວຍການຄຸ້ມຄອງຂີ້ເຫຍື້ອໃນທົ່ວແຂວງສະຫວັນນະເຂດຂອງໜວດທີ 1, ໝວດທີ 2, ໝວດທີ 3, ໝວດທີ 4,ໜວດທີ 5, ໝວດທີ 6, ໝວດທີ 7, ໝວດທີ 8 ແລະ ໝວດທີ 9

     ຫຼັງຈາກນັ້ນປະທານກອງປະຊຸມ ໄດ້ເປີດກວ້າງໃຫ້ແຂກທີ່ເຂົ້າຮ່ວມກອງປະຊຸມປະກອບຄຳເຫັນຢ່າງກົງໄປກົງມາ ເຊິ່ງບັນຫາທີ່ຍັງພົບເຫັນໃນສັງຄົມປະຈຸບັນຄືການຖິ້ມຂີ້ເຫຍື່ອຊະຊາຍ, ການຈູດຂີ້ເຫຍື່ອ ປະທານກອງປະຊຸມກໍ່ໄດ້ສັງລວມບັນຫາທີ່ບັນດາແຂກສະເໜີ ເພື່ອນຳໄປປັບປຸງເຂົ້າໃສ່ເນື້ອໃນຮ່າງຂໍ້ຕົກລົງ ເພື່ອເປັນຂໍ້ມູນບ່ອນອີງໃນການຜັນຂະຫຍາຍຈັດຕັ້ງປະຕິບັດໃນອານາຄົດ ແລະ ວິທີການແກ້ໄຂບັນຫາທີ່ຍັງຄົງຄ້າງຕ່າງໆ.

      ມາຮອດເວລາ 11 ໂມງ 30 ນາທີ ຂອງວັນດຽວກັນ ກອງປະຊຸມກໍ່ໄດ້ປິດລົງຢ່າງເປັນທາງການ.