ໃນຕອນບ່າຍເວລາ 13:30 ນາທີ ຂອງວັນທີ 19 ຕຸລາ 2020, ພະແນກ ພຊສ ແຂວງສະຫັວນນະເຂດໄດ້ເຂົ້າຮ່ວມ ກອງປະຊຸມທາງໄກ (Video Conference) ພາຍໃຕ້ເປັນປະທານກອງປະຊຸມຂອງ ທ່ານ ສົມມາດ ພົນເສນາ ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ກະຊວງນິເວດ-ສິ່ງແວດລ້ອມ(ສປປຈີນ), ຫົວໜ້າກົມມີບັນດາພາກສ່ວນກ່ຽວຂ້ອງຂອງ ກຊສ ແລະ ພະແນກ ຊສ 17 ແຂວງ ແລະ ພຊສ ນະຄອນຫຼວງວຽງຈັນ ຢ່າງພ້ອມພຽງ.

         ໂດຍຕາງໜ້າ ກະຊວງຊສ ແຫ່ງ ສປປລາວ ໄດ້ລາຍງານສະພາບການຄຸ້ມຄອງສິ່ງເສດເຫຼືອຕໍ່່ກອງປະຊຸມ, ໃນທີ່ປະຊຸມບັນດາຜູ້ຕ່າງໜ້າ ກະຊວງນິແວດ-ສິ່ງແວດລ້ອມ ຂອງ ສປປ ຈີນ ໄດ້ໃຫ້ທັດສະນະປະຖະກະຖາ ກ່ຽວກັບນະໂຍບາຍ ແລະ ການຄຸ້ມຄອງສິ່ງແວດລ້ອມ ຂອງ ສປປ ຈີນ, ການແລກປ່ຽນປະສົບການ ກ່ຽວກັບນະໂຍບາຍການຄຸ້ມຄອງສິ່ງເສດເຫຼືອທີ່ນຳເຂົ້າ, ນະໂຍບາຍດ້ານການບໍລິຫານ-ທ່າອ່ຽງ ຂອງສິ່ງເສດເຫຼືອ ແລະ ການແລກປ່ຽນບົດຮຽນ, ແລກປ່ຽນປະສົບການກ່ຽວກັບເຕັກນິກການຄຸ້ມຄອງສິ່ງເສດເຫຼືອ.

      ມາຮອດເວລາ 17 ໂມງ 30 ນາທີກໍ່ໄດ້ປິດກອງປະຊຸມລົງຢ່າງເປັນທາງການ.