ໃນຕອນເຊົ້າເວລາ 08 ໂມງ 30 ນາທີ ຂອງວັນທີ  02 ເມສາ  2021, ໄດ້ຈັດກອງປະຊຸມປຶກສາຫາລື, ຜ່ານບົດລາຍງານການສຶກສາເບື້ອງຕົ້ນ IEE ຂອງໂຄງການ ຊົນລະປະທານ ອ່າງເກັບນໍ້າຫ້ວຍປາງ ເມືອງພີນ ແຂວງສະຫັວນນະເຂດ ຢູ່ທີ່ຫ້ອງປະຊຸມຊັ້ນ4 ຂອງພະແນກຊັບພະຍາທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ພາຍໃຕ້ເປັນປະທານກອງປະຊຸມຂອງ ທ່ານ ພູທອນ ຍອດບຸນເຮືອງ  ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິງແວດລ້ອມແຂວງ, ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້້ປະກອບດ້ວຍຫ້ອງວ່າການແຂວງ, ພະແນກແຜນການ-ການລົງທືນ, ຮອງເຈົ້າເມືອງໆພີນພ້ອມດ້ວຍຂະແໜງທີ່ກ່ຽວຂ້ອງ ແລະ ນາຍບ້ານ, ຂະແໜງສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ, ພະແນກກະສິກຳ ແລະ ປ່າໄມ່ແຂວງ, ຜູ້ປະກອບການ ແລະ ພ້ອມດ້ວຍວິຊາການເຂົ້າຮ່ວມ 22 ທ່ານ ຍິງ 4 ທ່ານ.

          ທ່ານ ພູທອນ ຍຶດບຸນເຮືອງ  ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິງແວດລ້ອມແຂວງ, ໄດ້ກ່າວເປີດກອງປະຊຸມ, ເຊິ່ງໄດ້ຍົກໃຫ້ເຫັນການພັດທະນາຕ້ອງຕິດພັນກັບການຮັກສາສິ່ງແວດລ້ອມທິດສີຂຽວ ຈາກນັ້ນຕາງໜ້າຜູ້ພັດທະນາໂຄງການໄດ້ສະເໜີການເກັບກຳຂໍ້ມູນ ແລະ ບັນຫາດ້ານສິ່ງແວດລ້ອມຄວາມເປັນມາ, ຕາງໜ້າຂະແໜງຊົນລະປະທານໄດ້ສະເໜີລັກສະນະການອອກແບບໂຄງການ, ຂະແໜງສິ່ງແວດລ້ອມ ໄດ້ສະເໜີການເກັບກຳຂໍ້ມູນ ແລະ ບັນຫາດ້ານສິ່ງແວດລ້ອມ ຫຼັງຈາກນັ້ນກອງປະຊຸມກໍ່ໄດ້ເປີດ    ກ້ວາງໃຫ້ແຂກຜູ້ເຂົ້າຮ່ວມກອງປະຊຸມໄດ້ປະກອບຄຳຄິດຄຳເຫັນ, ປຶກສາຫາລືຕໍ່ຮ່າງບົດລາຍງານ ຫຼັງຈາກນັ້ນປະທານກອງປະຊຸມກໍ່ໄດ້ສັງລວມຜົນກອງປະຊຸມ ແລະ ສັງລວມບັນຫາທີ່ສະເໜີ ແລະ ສຳລັບຂໍ້ມູນທີ່ຍັງບໍ່ທັນຄົບຖ້ວນແນະນຳໃຫ້ພະແນກການທີ່ກ່ຽວຂ້ອງ ແລະ ຂະແໜ່ງສິ່ງແວດລ້ອມປັບປຸງເກັບກຳຂໍ້ມູນໃຫ້ຄົບຖ້ວນ ແລະ ສົມບູນເພື່ອເປັນຂໍ້ມູນປະກອບໃນແຜນການຕໍ່ໄປ.

       ມາຮອດເວລາ 11 ໂມງ 30 ນາທີ ປະທານກອງປະຊຸມ ກໍ່ໄດ້ກ່າວປິດກອງປະຊຸມລົງຢ່າງເປັນທາງການ.