ວັນ​ທີ 03 ກໍລະກົດ 2020, ເລີ່ມ​ແຕ່ເວ​ລາ 8 ໂມງ 30 ນາທີ, ຢູ່​ທີ່​ຫ້ອງ​ປະຊຸມພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ​ໄດ້ຈັດກອງປະຊຸມເພື່ອ ສໍາມະນາ,ປຶກສາຫາລື ແລະ ປະກອບຄໍາເຫັນ ກ່ຽວກັບ (ຮ່າງ) ແຜນຈັດສັນທີ່ດິນ, ຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຮອບດ້ານ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ທ່ອນແກ້ວ ພຸດທະໄກຍະລາດ ຮອງເຈົ້າແຂວງໆສະຫວັນນະເຂດ ແລະ ທ່ານ ພູທອນ ຍອດບຸນເຮືອງ ຫົວໜ້າພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ.

        ເຂົ້າຮ່ວມໃນກອງປະຊຸມຄັ້ງນີ້ມີສະມາຊິກສະພາປະຊາຊົນແຂວງ, ມີຄະນະພະແນກການພ້ອມດ້ວຍວິຊາການອອ້ມຂ້າງແຂວງ, ກອງເລຂາ ແລະ 08 ຂະແໜງການທີ່ຂຶ້ນກັບພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງ ແວດລ້ອມ ເຂົ້າຮ່ວມມີທັງໝົດ 32 ທ່ານ, ຍິງ 05 ທ່ານ.

         ພາຍຫຼງທີ່ທ່ານປະທານ  ກອງປະຊຸມໄດ້ກ່າວ ເປີດ ພິທີກອງປະຊຸມແລ້ວ ກອງປະຊຸມກໍ່  ໄດ້ຮັບຟັງການລາຍງານຈາກຄະນະຊີ້ນໍາ ຮ່າງແຜນຈັດສັນທີ່ດິນ, ຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແບບຮອບ ດ້ານ  ໂດຍໄດ້ມີການສະເໜີກ່ຽວກັບຄວາມສໍາຄັນ ຂັ້ນຕອນ, ຫຼັກການ, ເຫດຜົນ ແລະ ເນື້ອໃນຂອງ ຮ່າງແຜນຈັດສັນທີ່ດິນ, ຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແບບຮອບດ້ານທີ່ໄດ້ສ້າງຂຶ້ນ, ຫຼັງຈາກນັ້ນ ທ່ານປະທານກອງປະຊຸມກໍ່ໄດ້ເປີດໂອກາດໃຫ້ ຜູ້ທີ່ເຂົ້າຮ່ວມກອງປະຊຸມປະກອບຄໍາເຫັນ ຕໍ່ຮ່າງບົດລາຍງານດັ່ງກ່າວ ເຊິ່ງເນື້ອໃນ ແລະ ການປະກອບຄໍາເຫັນຂອງແຕ່ລະພະແນກການ ມີດັ່ງລຸ່ມນີ້:

                                                             

  • ປັບປຸງບາງຕົວເລກທາງດ້ານວຽກງານກະສິກໍາ ເພື່ອໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ ແລະ ການວາງແຜນຂອງພະແນກກະສິກໍາ  ແລະ ປ່າໄມ້ ໃຫ້ມີຄວາມເປັນເອກກະພາບ ກັບກະຊວງກະ ສິກຳ ແລະ ປ່າໄມ້.
  • ຂໍ້ມູນທາງດ້ານເຂດ ການເຊື່ອມຕໍ່ຊາຍແດນ ລະຫວ່າງແຂວງກັບແຂວງ, ເມືອງກັບເມືອງ ແລະ ບ້ານກັບບ້ານ ບາງຈຸດຍັງບໍ່ທັນໄດ້ສຳຫຼວດລະອຽດ ແລະ ເປັນເອກກະພາບກັນ, ຕ້ອງໄດ້ສືບຕໍ່ເພື່ອເປັນຂໍ້ມູນໃຫ້ແກ່ການຈັດສັນທີ່ດິນຕໍ່ໄປ.
  • ການຄຸ້ມຄອງທີ່ດິນຂອງບາງຂະແໜງການເຊັ່ນ: ພະລັງງານ ແລະ ບໍ່ແຮ່, ໂຍທາທິການ ແລະ ຂົນສົ່ງ ຂໍ້ມູນຍັງບໍ່ທັນຄົບຖ້ວນ.
  •  ເອກະສານຮ່າງແຜນທີ່ດິນ ພາຍຫຼັງສຳເລັດກອງປະຊຸມໃນຄັ້ງນີ້ແລ້ວນໍາໄປປັບປຸງ ພ້ອມທັງລາຍງານໃຫ້ສະພາປະຊາຊົນຊາບ ແລະ ເຂົ້າໃຈຕໍ່ແຜນຈັດສັນດັ່ງກ່າວ

 

      ຜ່ານການປຶກສາຫາລື ປະກອບຄຳເຫັນຕໍ່ບັນຫາດັ່ງກ່າວ ທ່ານປະທານກອງ​ປະຊຸມ ກໍ່ໄດ້ປະກອບຄໍາເຫັນ ແນະນໍາ​ ແລະ ມອບໃຫ້ຄະນະກອງເລຂາ ກວດກາຄືນບັນດາຂໍ້ມູນເພື່ອ ໃຫ້ມີຄວາມເປັນເອກະພາບ ເພື່ອຢັ້ງຢືນຄືນໃຫ້ຄະນະຮັບຜິດຊອບ ໄດ້ນຳຂໍ້ມູນເພື່ອປັບປຸ່ງແກ້ໄຂ (ຮ່າງ) ແຜນຈັດສັນທີ່ດິນ, ຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແບບຮອບດ້ານໃຫ້ສົມບູນ ແລະ ມີຜົນສຳເລັດ.

       ກອງປະຊຸມໄດ້ດຳເນີນມາມາຮອດເວລາ 12 ໂມງ 00 ນາທີ ຈຶ່ງໄດ້ອັດລົງດ້ວຍຜົນສຳເລັດເປັນຢ່າງສູງ.