ໃນຕອນເຊົ້າ 08 ໂມງ 30 ນາທີ, ວັນທີ 30 ມີນາ  2021, ໄດ້ຈັດກອງປະຊຸມກ່ຽວກັບການທົບທວນຄືນການຂຽນ ກຳນົດຕຳແໜ່ງງານ 05 ຂະແໜງການ ແລະ ຜ່ານມະຕິຕົກລົງ ຂອງຄະນະພັກຮາກຖານ ວ່າດ້ວຍການດຳເນີນ ຊີວິດການເມືອງ ທ້າຍສະໄໝ

         ຂອງຂະແໜງການ ພຊສ ແຂວງ ທີ່ຫ້ອງປະຊຸມຊັ້ນ 02 ຂອງ ພຊສ ແຂວງ ພາຍໄຕ້ການເປັນປະທານກອງປະຊຸມ ຂອງ ທ່ານ ພູທອນ ຍອດບຸນເຮືອງ ຫົວໜ້າພະແນກ ຊສ ແຂວງເຂົ້າຮ່ວມກອງປະຊຸມຄັ້ງນີ້ມີທ່ານຫົວໜ້າພ້ອມຄະນະ ພຊສ ຫົວໜ້າຮອງຫົວໜ້າ 08 ຂະແໜງການອ້ອມຂ້າງ ພຊສ ແຂວງ ພ້ອມດ້ວຍວິຊາການເຂົ້າຮ່ວມທັງໝົດ 15ທ່ານ, ຍິງ 03 ທ່ານ.

          ທ່ານ ພູທອນ ຍອດບຸນເຮືອງ ຫົວໜ້າພະແນກ ຊສ ແຂວງໄດ້ ກ່າວເປີດກອງປະຊຸມ ພ້ອມທັງສະເໜີຈຸດປະສົງແລະ ມີຄຳເຫັນໃຫ້ແຕ່ລະຂະແໜງການ ລາຍງານຄວາມຄືບໜ້າ ຂອງການຂຽນກຳນົດຕຳແໜ່ງງານ.

         ຫຼັງຈາກນັ້ນ ຄະນະຊີ້ນຳການຂຽນກຳນົດຕຳແໜງງານ ຂອງແຕ່ລະຂະແໜງການ ກໍ່ໄດ້ລາຍງານຄວາມຄືບໜ້າໃນການຈັດຕັ້ງປະຕິບັດຂຽນກຳນົດຕຳແໜ່ງງານໃນຜ່ານມາ

         ຕອນທ້າຍປະທານກອງປະຊຸມ ໄດ້ມີຄໍາເຫັນໍຊີ້ນຳໃນບັນຫາທີ່ສໍາຄັນຄື: ການຂຽນກຳນົດຕຳແໜ່ງງານ,ແລະການກະກຽມດຳເນີນຊີວິດການເມືອງທ້າຍສະໃໝ ໃຫ້ສຳເລັດຕາມແຜນການວາງອອກ.

            ກອງປະຊຸມໄດ້ດຳເນີນມາຮອດເວລາ 11 ໂມງ30 ນາທີ ຂອງວັນດຽວກັນກໍ່ໄດ້ປິດລົງຢ່າງເປັນທາງການ.