ໃນເວລາ 8:30 ນາທີ, ຕອນເຊົ້າຂອງວັນທີ 06 ມີນາ  ປີ 2020  ທີ່ຫ້ອງປະຊຸມນ້ອຍຊັ້ນ 04 ຂອງພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ ໄດ້ຈັດພິທີປະຖະະຖາ 03 ວັນສໍາຄັນ ຄື: ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ; ວັນທີ 08 ມີນາ ວັນແມ່ຍິງສາກົນ; ວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ ວັນທີ 20 ມັງກອນ.ໂດຍການເປັນປະທານວາລະຝຶກອົບຮົມຂອງ ທ່ານ ໜູການ ອິນທະປັນຍາ ຮອງຫົວໜ້າພະແນກຊັບພະຍາ ກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ, ມີຫົວໜ້າ, ຄະນະຂະແໜງ, ຕະຫຼອດຮອດພະນັກງານວິຊາການທີ່ຂຶ້ນກັບພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ມີຜູ້ເຂົ້າຮ່ວມທັງໝົດ 52 ທ່ານ, ຍິງ 30 ທ່ານ;

  ທ່ານປະທານ ໄດ້ຜ່ານເອກະສານ 3 ວັນສໍາຄັນ ຂອງຊາດ ຄື:

1     👉  ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ;

     👉  ວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ ວັນທີ 20 ມັງກອນ

      👉  ວັນແມ່ຍິງສາກົນ ວັນທີ 08 ມີນາ

ມາຮອດເວລາ 11: 45 ນາທີ ທ່ານ  ໜູການ ອິນທະປັນຍາ ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວວດລ້ອມແຂວງ ກໍ່່ໄດ້ໂອ້ລົມໃຫ້ທິດຊີ້ນຳ ແກ່ຄະນະຂະແໜງອ້ອມຂ້າງພະແນກ ແລະ ພ້ອມດ້ວຍອ້າຍນ້ອງວິຊາການ ມາຮອດເວລາ 11:  50  ນາທີ ທ່ານຫົວໜ້າພະແນກ ຊສ ແຂວງກໍ່ໄດ້ອ່ວຍພອນແຂກທີ່ເຂົ້າຮ່ວມກອງປະຊຸມ ແລະ ໄດ້ກ່າວປິດກອງປະຊຸມລົງຢ່າງເປັນທາງການ.