ໃນຕອນເຊົ້າເວລາ 08 ໂມງ 00 ນາທີ ຂອງວັນທີ 13 ພຶດສະພາ 2020, ໄດ້ຈັດກອງປະຊຸມຄົ້ນຄວ້າ, ປຶກສາ ຫາລືກ່ຽວກັບການກໍານົດເຂດປະເມີນລາຄາທີ່ດິນ ແລະ ສິ່ງປຸກສ້າງ 14 ເມືອງ ແລະ 01 ນະຄອນ ຂອງແຂວງ ສະຫັວນນະເຂດ ທີ່ຫ້ອງປະຊຸມຊັ້ນ 02 ຂອງພຊສ ແຂວງ, ພາຍໄຕ້ການເປັນປະທານກອງປະຊຸມ ຂອງທ່ານ ບຸນຍອດ ນາມເສນາ ຮອງຫົວໜ້າພະແນກ ຊສ ແຂວງສະຫັວນນະເຂດ, ເຂົ້າຮ່ວມກອງປະຊຸມຄັ້ງນີ້ມີທ່ານ ຮອງເຈົ້າເມືອງ, ຫົວໜ້າຫ້ອງການ ຊສ ເມືອງໄຊບູລີ, ເມືອງພະລານໄຊ, ເມືອງພີນ, ຫົວໜ້າຂະແໜງທີ່ດິນ ແລະ ວິຊາການເຂົ້າ ຮ່ວມທັງໝົດ 10 ທ່ານ;

            ທ່ານຮອງຫົວໜ້າພະແນກ ຊສ ແຂວງໄດ້ຂື້ນ ກ່າວເປີດກອງປະຊຸມ ພ້ອມທັງສະເໜີຈຸດປະສົງ ແລະ ລາຍ ງານຄືນການສ້າງ, ປັບປຸງນິຕິກຳພາຍໄຕ້ກົດໝາຍ ການກຳນົດເຂດປະເມີນລາຄາທີ່ດິນ - ປຸກສ້າງ 14 ເມືອງ ແລະ 01 ນະຄອນ ໂດຍສັງເຂບ ພ້ອມດຽວກັນນັ້ນໄດ້ນຳສະເໜີແລກປ່ຽນ, ສົມທຽບຫົວໜ່ວຍລາຄາເຂົ້າໃສ່ເຂດ ປະເມີນ ລາຄາຂອງແຕ່ລະເມືອງ ໃຫ້ມີຄວາມແທດເໝາະກັບການຂະຫຍາຍຕົວເສດຖະກິດ-ສັງຄົມ, ຂອງແຕ່ລະເຂດທ້ອງ ຖິ່ນຂອງເມືອງ;

           ຜ່ານການຄົ້ນຄວ້າ, ປຶກສາຫາລື ແລກປ່ຽນຄຳຄິດຄຳເຫັນກອງປະຊຸມໄດ້ມີຄວາມເປັນເອກກະພາບຕົກລົງ ທາງດ້ານຫົວໜ່ວຍລາຄາກຳນົດເຂົ້າໃສ່ເຂດປະເມີນຂອງ 03 ເມືອງຄື: ເມືອງພະລານໄຊ, ເມືອງພີນ ແລະ ເມືອງໄຊ ບູລີ(ສ່ວນເມືອງນອງແມ່ນບໍ່ໄດ້ເຂົ້າຮ່ວມ) ເພື່ອເປັນຖານຂໍ້ມູນອ້າງອີງ ເຂົ້າໃສ່ການຄົ້ນຄວ້າພິຈາລະນາ ໃນການ ກຳນົດເຂດປະເມີນລາຄາເພື່ອກະກຽມເຂົ້າຜ່ານກອງປະຊຸມສະພາປະຊາຊົນ ແຂວງສະຫັວນນະເຂດ ໃນຄັ້ງຕໍ່ໄປ

          ຫຼັງຈາກນັ້ນໃນເວລາ 11 ໂມງ 00 ນາທີ ປະທານກອງປະຊຸມກໍ່ໄດ້ກໍ່ໄດ້ກ່າວຂອບໃຈ, ອ່ວຍພອນແຂກ ທີ່ເຂົ້າຮ່ວມກອງປະຊຸມ ແລະ ໄດ້ກ່າວປິດກອງປະຊຸມລົງຢ່າງເປັນທາງການ.