ໃນຕອນເຊົ້າ ຂອງວັນທີ 19 ພຶດສະພາ  2020 ເວລາ 08 ໂມງ 30 ນາທີ, ຢູ່ທີ່ຫ້ອງປະຊຸມຊັ້ນ 4 ຂອງພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ສະຫວັນນະເຂດ ໄດ້ຈັດກອງປະຊຸມເຜີຍແຜ່ຜົນສຳເລັດ ຂອງກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະມາຊິກສະພາແຫ່ງຊາດ ຊຸດທີ VIII ແລະ ສະພາປະຊາຊົນແຂວງ I ຂຶ້ນພາຍໃຕ້ເປັນປະທານຂອງ ທ່ານ ປອ. ນາງ ສຸວັນເພັງ ບຸບຜານຸວົງ ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 13 ລັດຖະມົນຕີ ປະຈຳສຳນັກງານນາຍົກລັດຖະມົນຕີ ໂດຍມີສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 13, ສະມາຊິກສະພາປະຊາຊົນແຂວງ, ມີບັນດາຄະນະພັກ, ຄະນະນຳ ຂອງສາມພະແນກການ ຄື: ພະແນກຊັບພະຍາກອນທຳມະຊາດ-ສິ່ງແວດລ້ອມ, ພະແນກອຸດສະຫະກຳ-ການຄ້າແຂວງ ແລະ ພະແນກກະສິກຳ-ປ່າໄມ້ແຂວງ ເຂົ້າຮ່ວມຮັບຟັງທັງໝົດ ຈຳນວນ 61 ທ່ານ, ຍິງ 13 ທ່ານ.

         ທີ່ປະຊຸມ ໄດ້ຮັບຟັງການລາຍງານສະພາບລວມ, ການຈັດຕັ້ງປະຕິບັດວຽກງານ ໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ ຂອງສາມພະແນກການ, ໂດຍຕາງໜ້າຂຶ້ນລາຍງານໃນຄັ້ງນີ້ແມ່ນ ທ່ານ ພູທອນ ຍອດບຸນເຮືອງ ຫົວໜ້າພະແນກຊັບພະຍາກອນທຳມະຊາດ-ສິ່ງແວດລ້ອມແຂວງ;

         ຈາກນັ້ນ, ທ່ານ ຄຳຜັນ ຄູນສະຫວັນ ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 13 ຮອງປະທານສະພາປະຊາຊົນແຂວງ ໄດ້ກ່າວເຜີຍແຜ່ຜົນສຳເລັດ ຂອງກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນແຂວງ ຊຸດທີ I;

     ຕາມດ້ວຍ, ທ່ານ ປອ. ນາງ ສຸວັນເພັງ ບຸບຜານຸວົງ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13 ລັດຖະມົນຕີ ປະຈຳສຳນັກງານນາຍົກລັດຖະມົນຕີ ໄດ້ໂອລົມ, ເຜີຍແຜ່ຜົນສຳເລັດ  ຂອງກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະມາຊິກສະພາແຫ່ງຊາດ ຊຸດທີ VIII  ແລະ ວຽກງານໃນໄລຍະ ການລະບາດຂອງພະຍາດ ສາຍພັນໃຫ່ມ ໂຄວິດ-19 ແລະ ກໍ່ໄດ້ມີຄຳຖາມເຈາະຈີ້ມ ບາງບັນຫາ ໃນການຈັດຕັ້ງປະຕິບັດບັນດາຄາດໝາຍ, ໜ້າວຽກຈຸດສຸມ ຂອງສາມພະແນກການ ໃນແຜນພັດທະນາເສດຖະກິດ-ສັງຄົມ ປະຈຳປີ 2020 ທີ່ສະພາແຫ່ງຊາດໄດ້ຮັບຮອງແລ້ວນັ້ນ;

     ຫຼັງຈາກນັ້ນ, ຄະນະນຳຂອງສາມພະແນກການ ກໍ່ໄດ້ຂໍຮັບເອົາທຸກບັນຫາ ຄຳຊັກຖາມ ແລະ ໄດ້ຊີ້ແຈ້ງຄຳຊັກຖາມ ຂອງບັນດາທ່ານສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 13 ແລະ ສະມາຊິກສະພາປະຊາຊົນແຂວງ ກ່ຽວກັບຄວາມຄືບໜ້າຂອງຈັດຕັ້ງປະຕິບັດ ບັນດາຄາດໝາຍ, ໜ້າວຽກຈຸດສຸມ ຂອງສາມພະແນກການ ໃນແຜນພັດທະນາເສດຖະກິດ-ສັງຄົມ ປະຈຳປີ 2020 ແລະ ທິດທາງແຜນການ 6 ເດືອນທ້າຍປີ;

      ມາຮອດເວລາ 12 ໂມງ 00 ນາທີ ຂອງວັນດຽວກັນ  ກອງປະຊຸມກໍ່ໄດ້ປິດລົງຢ່າງເປັນທາງການ.