ໃນຕອນເຊົ້າເວລາ 08:30 ນາທີ ຂອງວັນທີ 15 ມິຖຸນນາ 2020, ໄດ້ຈັດກອງປະຊຸມທາບທາມ ຜ່ານຮ່າງແຜນຈັດສັນທີ່ດິນ, ຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແບບຮອບດ້ານ ຂອງແຂວງສະຫັວນນະເຂດ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການເມືອງເຊໂປນ ພາຍໃຕ້ເປັນປະທານຮ່ວມກອງປະຊຸມຂອງ ທ່ານ ວົງສະຫັວນ ວຽງມະນີ ເຈົ້າເມືອງໆເຊໂປນ  ແລະ ທ່ານ ບຸນຍອດ ນາມເສນາ ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ເຂົ້າຮ່ວມກອງປະຊຸມຄັ້ງນີມີ ທ່ານຮອງເຈົ້າເມືອງ, ຫ້ອງການ ຊສເມືອງ, ຫ້ອງການໂຍທາເມືອງ, ຫ້ອງການກະສິກຳປ່າໄມ້ເມືອງ, ສະມາຊິກສະພາປະຊາຊົນເຂດເລືອກຕັ້ງຂອງເມືອງ  ແລະ ພາກສ່ວນກ່ຽວຂ້ອງຂັ້ນເມືອງ 06 ເມືອງຄື: ເມືອງເຊໂປນ, ເມືອງວິລະບູລີ, ເມືອງນອງ, ເມືອງອາດສະພອນ, ເມືອງພີນ ແລະ ເມືອງພະລານໄຊ ພ້ອມຄະນະກອງເລຂາ ທັງໝົດ  48 ທ່ານ, ຍິງ 10 ທ່ານ.

             ທ່ານ ວົງສະຫັວນ ວຽງມະນີ ເຈົ້າເມືອງໆເຊໂປນ ໄດ້ກ່າວເປີດກອງປະຊຸມ ແລະ ພ້ອມທັງມີຄຳຄິດຄຳເຫັນຊີ້ນຳ ແລະ ກ່າວຈຸດປະສົງຕໍ່ເນື້ອໃນກອງປະຊຸມເພື່ອທາບທາມຜ່ານຮ່າງແຜນຈັດສັນທີ່ດິນ ແລະ ຄຸ້ມຄອງສິ່ງແວດລ້ອມແບບຮອບດ້ານໃຫ້ ພາຍຫຼັງທີ່ປະທານກອງປະຊຸມໄດ້ກ່າວເປີດແລ້ວ ກໍ່ໄດ້ມອບໃຫ້ກອງເລຂາຄະນະກຳມະການຮ່າງແຜນຈັດສັນທີ່ດິນ ແລະ ສິ່ງແວດລ້ອມແບບຮອບດ້ານນຳສະເໜີກ່ຽວກັບ ຂັ້ນຕອນການຈັດຕັ້ງປະຕິບັດ, ຄວາມສໍາຄັນ, ຫຼັກການ ເຫດຜົນ ແລະ ເນື້ອໃນ ຂອງຮ່າງແຜນຈັດສັນ ຫຼັງຈາກນັ້ນກໍ່ໄດ້ເປີດໂອກາດໃຫ້ແຂກທີ່ເຂົ້າຮ່ວມກອງປະຊຸມ ໄດ້ປະກອບຄຳຄິດເຫັນຕໍ່ຮ່າງບົດລາຍງານດັ່ງກ່າວຢ່າງກວ້າງຂວາງເຊັ່ນ: ຄວນປັບປຸງເນື້ອໃນສັບສຳນວນບົດໃຫ້ຖືກຕ້ອງ, ການກຳນົດເຂດແດນບ້ານຕໍ່ບ້ານ, ເມືອງຕໍ່ເມືອງໃຫ້ຈະແຈ້ງ ແລະ ມີຄວາມເປັນເອກກະພາບ, ການເພີ່ມທ່າແຮງຂອງເມືອງຕື່ມ.......  ຫຼັງຈາກນັ້ນປະທານກອງປະຊຸມ ກໍ່ໄດ້ປະກອບຄຳເຫັນແນະນຳ ແລະ ມອບໃຫ້ຄະນະກອງເລຂາກວດກາຄືນບັນດາຂໍ້ມູນ ເພື່ອຄວາມເປັນເອກະພາບ, ຢັ້ງຢືນຄືນ ແລະ ນຳຂໍ້ມູນເພື່ອປັບປຸງແກ້ໄຂຕາມຄຳສະເໜີຂອງກອງປະຊຸມ

         ມາຮອດເວລາ 12 ໂມງ 00 ນາທີ ຂອງວັນທີ 15 ມິຖຸນາ 2020  ປະທານກອງປະຊຸມກໍ່ໄດ້ກ່າວໂອ້ລົມໃຫ້ທິດຊີ້ນຳໂດຍສັງລວມສະຫຼຸບ ພ້ອມໄດ້ກ່າວປິດກອງປະຊຸມລົງຢ່າງເປັນທາງການ.