ໃນຕອນເຊົ້າເວລາ 08 ໂມງ 00 ນາທີ ຂອງວັນທີ 24 ມິຖຸນາ  2020, ໄດ້ຈັດກອງປະຊຸມສະຫຼຸບ ການຈັດຕັ້ງປະຕິບັດວຽກງານ ມະຕິກອງປະຊຸມໃຫ່ຍສະມາຊິກພັກຄັ້ງທີ I (ກາງສະໄຫມ 2017-2019 ) ແລະ ທົບທວນຄືນທິດທາງ ແຜນການ 2020-2022 ຂອງໜ່ວຍພັກຂະແໜງບໍລິຫານ ແລະ ຈັດຕັ້ງ ຄັ້ງວັນທີ 24 ມິຖຸນາ 2020 ຢູ່ທີ່ຫ້ອງປະຊຸມຊັ້ນ4 ຂອງ ພະແນກຊັບພະຍາທຳມະຊາດ ແລະ ສິ່ງແວດລ້ອມແຂວງ,  ພາຍໄຕ້ການເປັນປະທານຮ່ວມ ຂອງສະຫາຍໜູການ   ອິນ ທະປັນຍາ ຮອງເລຂາພັກ ຮາກຖານຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ແລະ ສະຫາຍ ພິດສະໄຫມ ນາມມົນຕີ ເລຂາໜ່ວຍພັກຂະແໜງບໍລິຫານ ແລະ ຈັດຕັ້ງ ພ້ອມດ້ວຍສະຫາຍສະມາຊິກພັກໃນໜ່ວຍເຂົ້າຮ່ວມທັງໝົດ 28 ສະຫາຍ, ຍິງ 15 ສະຫາຍ.

        ສະຫາຍ ພິດສະໃຫມ ນາມມົນຕີ ເລຂາໜ່ວຍພັກຂະແໜງບໍລິຫານ ແລະ ຈັດຕັ້ງ ໄດ້ສະເໜີຜ່ານສະຫຼຸບສະພາບລວມການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫ່ຍ  ສະມາຊິກພັກຄັ້ງທີ I ກາງສະໄຫມ ໄລຍະ 2017-2019,  ເຊິ່ງໜ່ວຍພັກຂະແໜງຂະແໜງບໍລິຫານ ແລະ ຈັດຕັ້ງ ໄດ້ເຕົ້າໂຮມເອົາ 3 ຂະແໜງການຄື: ຂະແໜງບໍລິຫານ ແລະ ການເງິນ, ຂະແໜງຈັດຕັ້ງ ແລະ ພະນັກງານ ແລະ ຂະແໜງແຜນການສະຖິຕິຂໍ້ມູນ-ຂ່າວສານ ສຳລັບການດຄື່ອນໄຫວ, ຊີ້ນຳ-ນຳພາ ແມ່ນຊີ້ນຳຕາມ 05 ດ້ານຄື: ດ້ານການເມືອງ, ດ້ານແນວຄິດ, ດ້ານການຈັດຕັ້ງ ແລະ ແບບແຜນການນຳພາ, ການຈັດຕັ້ງປະຕິບັດໜ້າທີ່ການເມືອງ ເຊິ່ງມີພະນັກງານທັງໝົດ 37 ທ່ານ; ມີສະມາຊິກພັກ 25 ສະຫາຍ, ຍິງ 13 ສະຫາຍ ພ້ອມໄດ້ລາຍງານວຽກງານທີ່ພົ້ນເດັ່ນຂອງແຕ່ລະຂະແໜງການເຊັ່ນ: ເປັນເສນາທິການສະຫຼຸບສັງລວມວຽກງານທີ່ພົ້ນເດັ່ນໃຫ້ແກ່ພະແນກ, ໄດ້ສູ້ຊົນສ້າງລາຍຮັບດ້ວຍຕົນເອງ, ກຸ້ມຕົນເອງ, ເພີ່ງຕົນເອງ ທາງດ້ານງົບປະມານ, ສ້າງລາຍຮັບເຂົ້າງົບປະມານ, ສ້າງລາຍຮັບຈາກຄ່າທຳນຽມ ແລະ ມອບພັນທະເຂົ້າງົບປະມານຮ້ອຍສ່ວນຮ້ອຍ, ໄດ້ເຄື່ອນໄຫວຄຸ້ມຄອງຕິດຕາມໂຄງການກໍ່ສ້າງພື໊ນຖານໂຄງການໂຄງລ່າງເຊັ່ນ: ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງ, ສຳເລັດການຂື້້ນບັນຊີຊັບສິນລັດພາຍໃນພະແນກ, ລົງແນະນຳການສ້າງແຜນພັດທະນາເສດຖະກິດສັງຄົມພາຍໃນ 05 ປີໃຫ້ແກ່ຫ້ອງການຊັບເມືອງ,  ສັງລວມຂໍ້ມູນສະຖິຕິພະນັກງານລັດຖະກອນທົ່ວແຂວງ ເພື່ອລາຍງານຂັ້ນເທິງ, ປະກອບເອກະສານເລື່ອນຊັ້ນຂັ້ນເງິນເດືອນ, ເລື່ອນຍ້ອນ ດັດແກ້ຕາມຊັ້ນຂັ້ນ ຕາມໃບປະກາດຕົວຈິງ ພ້ອມນີ້ ປະທານກອງປະຊຸມກໍ່ໄດ້ຄຳເຫັນຊີ້ນຳຕໍ່ວຽກງານແນວຄິດການເມືອງ ໃຫ້ອ້າຍນ້ອງສະມາຊິກພັກ ເປັນເຈົ້າການ, ປະຕິບັດກົດລະບຽບຂອງພັກ, ກົດລະບຽບຂອງລັດ, ຕີຖອຍປະກົດການຫໍ້ຍທໍ້ຕ່າງໆ, ມີສະຕິເຕື່ອນຕົນ, ຝຶກຝົນລໍ່ຫຼອມຕົນເອງ ທັງຮັກສາໄດ້ຄຸນທາດການເມືອງຄຸນສົມບັດສິນທຳປະຕິວັດ     ທັງນີ້ກໍ່ເພື່ອເປັນການສຳຫຼວດການຊີ້ນຳ ການນຳພາຂອງຄະນະພັກໃນໜ່ວຍ ເພື່ອສືບຕໍ່ປັບປຸງຈຸດອ່ອນເພື່ອສ້າງໜ່ວຍພັກໃຫ້ເປັນໜ່ວຍພັກປອດໃສເຂັ້ມແຂງ, ໜັກແໜ້ນ

        ກອງປະຊຸມດຳເນີນມາຮອດເວລາ 12:00 ນາທີຂອງວັນດຽວກັນກໍ່ໄດ້ປິດລົງດ້ວຍຜົນສຳເລັດ ແລະ ຈົບງາມ