ໃນຕອນບ່າຍ ຂອງວັນທີ 08 ມັງກອນ 2021 ໄດ້ຈັດກອງປະຊຸມເຊັນສັນຍາຮັບເໝົາກໍ່່ສ້າງຫ້ອງການ ຊສ ເມືອງຈຳພອນ ແລະ ເມືອງພະລານໄຊ ລະຫວ່າງ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ   ສະຫັວນນະເຂດ  ແລະ ກຸ່ມບໍລິສັດຄູນໄຊ ພັດທະນາກໍ່ສ້າງຈຳກັດຜູ້ດຽວ ແລະ ບໍລິສັດວິໄລວັນກໍ່ສ້າງ ແລະ ສ້ອມແປງເຄຫະສະຖານ ຈຳກັດຜູ້ດຽວ ພາຍໄຕ້ການເປັນປະທານກອງປະຊຸມຂອງ    ທ່ານ ພູທອນ ຍອດບຸນເຮືອງ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ,  ພ້ອມດ້ວຍຕາງໜ້າບໍລິສັດວິໄລວັນກໍ່ສ້າງ, ບໍລິສັດຄູນໄຊ, ຫົວໜ້າຂະແໜງກວດກາ, ຫົວໜ້າຫ້ອງການ ຊສ ເມືອງພະລານໄຊ, ຫົວໜ້າຫ້ອງການ ຊສ ເມືອງ ຈຳພອນ, ຄະນະຂະແໜງແຜນການສະຖິຕິ ແລະ ຂໍ້ມູນຂ່າວສານ ພ້ອມດ້ວຍວິຊາການ ຈຳນວນ 10 ທ່ານ, ຍິງ 01 ທ່ານ.

        

    ປະທານ ກອງປະຊຸມໄດ້ກ່າວເປີດກອງປະຊຸມ  ພ້ອມດ້ວຍກ່າວເຖິງຈຸດປະສົງ  ແລະ ມີຄຳຄິດຄຳເຫັນຄວາມສຳຄັນ ໃນການກໍ່ສ້າງຫ້ອງການດັ່ງກ່າວ ຫຼັງຈາກນັ້ນຜູ້ທີ່ເຂົ້າຮ່ວມກອງປະຊຸມໂດຍສະເພາະແມ່ນຫ້ອງການ ຊສ ເມືອງປະກອບຄຳຄິດຄຳເຫັນຕໍ່ກອງປະຊຸມ, ໂດຍທັງ 02 ຫ້ອງການ ຊສ ເມືອງແມ່ນໄດ້ສະເໜີ ບັນຫານໍ້າທີ່ບໍ່ພຽງພໍ ແລະ ພິທີສາດສະໜາໃນການຍົກຍ້າຍເຈົ້າທີ່ເຈົ້າຖານ ຫຼັງຈາກນັ້ນ ກໍ່ໄດ້ສະເໜີໃຫ້ບໍລິສັດ ປະກອບຄຳຄິດຄຳເຫັນ ແລະ ວິທີການແກ້ໄຂຮ່ວມກັນ.

ມາຮອດ ເວລາ 15 ໂມງ 00 ນາທີ ປະທານກອງປະຊຸມ ກໍ່ໄດ້ສັງລວມບັນຫາ ແລະ ໂອ້ລົມໃຫ້ທິດຊີ້ນຳຕໍ່ກອງປະຊຸມ ແລະ ໄດ້ມີການເຊັນສັນຍາ ຮ່ວມກັນ ລະຫວ່າງ ພຊສແຂວງ ກັບ 02 ບໍລິສັດ ແລະ ກໍ່ໄດ້ປິດກອງປະຊຸມລົງ ໃນເວລາດຽວກັນ.