ໃນຕອນບ່າຍເວລາ 13 ໂມງ 30 ນາທີ ຂອງວັນທີ 14 ມັງກອນ 2021, ໄດ້ຈັດກອງປະຊຸມຮັບຟັງປະຖະກາຖາເລົ່າມູນເຊື້ອວັນສຳຄັນຕ່າງໆຂອງຊາດ ແລະ ສາກົນ ຈຳນວນ 04 ເອກກະສານ, ຢູ່ທີ່ຫ້ອງປະຊຸມຊັ້ນ 4 ຂອງພະແນກຊັບພະຍາທຳມະຊາດ ແລະ ສິ່ງ ແວດລ້ອມແຂວງ,  ພາຍໄຕ້ການເປັນປະທານກອງປະຊຸມຂອງທ່ານ  ຈັນເພັງໃສ ດາລາຊະວົງ  ຮອງຫົວໜ້າພະແນກຊັບພະຍາກອນທໍາ ມະຊາດ ແລະ ສິ່ງແວດລ້ອມແຂວງ,    ໃນກອງປະຊຸມຄັ້ງນີ້ມີຄະນະພະແນກ, ຫົວໜ້າແລະ ຄະນະ 08 ຂະແໜງ ພ້ອມດ້ວຍພະນັກ ງານ ແລະ ອາສາສະຫມັກທົ່ວ ພຊສທັງໝົດ 103 ທ່ານ, ຍິງ 54 ທ່ານ.

       ທ່ານ ໄກນາລອນ ຕານວົງພັບ ຮອງຫົວໜ້າຂະແໜງບໍລິຫານ ແລະ ການເງິນ ໄດ້ສະເໜີຈຸດປະສົງກອງປະຊຸມ ແລະ ມອບໃຫ້ທ່ານ ຈັນເພັງໃສ ດາລາຊະວົງ ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ຂື້ນຜ່ານເນື້້ອໃນມູນເຊື້້ອວັນສຳຄັນຕ່າງໆ ຂອງຊາດ ແລະ ສາກົນ ເຊິ່ງປະກອບດ້ວຍ 04 ເອກກະສານດັ່ງນີ້:

        1: ວັນຊາດທີ 02 ທັນວາ ຄົບຮອບ 45 ປີ(2/12/1975 ຫາ 2/12/2020)

        2: ວັນເກີດ ປະທານໄກສອນພົມວິຫານ ຄົບຮອບ 100 ປີ( 13/12/1920 ຫາ 13/12/2020)

        3: ວັນສ້າງຕັ້ງກອງທັບ ຄົບຮອບ 72 ປີ.

        4: ວັນຊາດ ກຸຍບາ.

        ກອງປະຊຸມດຳເນີນມາຮອດເວລາ 16ໂມງ 00 ນາທີຂອງວັນດຽວກັນກໍ່ໄດ້ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ