ເພື່ອເປັນການທົບທວນຫວນຄືນປະຫັວດວັນແມ່ຍິງສາກົນ 08 ມີນາ ຄົບຮອບ 111 ປີື, ສະຫະພັນແມ່ຍິງຮາກຖານ ພຊສ ແຂວງໄດ້ຈັດພິທີ ປະຖະກາຖາເລົ່າມູນເຊື້ອວັນວັນແມ່ຍິງສາກົນຂື້ນ ໃນຕອນເຊົ້າຂອງວັນທີ 05 ມີນາ 2021 ເວລາ 08 ໂມງ 30 ນາທີ ຢູ່ທີ່ຫ້ອງປະຊຸມຊັ້ນ 4 ຂອງພະແນກຊັບພະຍາທຳມະຊາດ ແລະ ສິ່ງ ແວດລ້ອມແຂວງ,  ພາຍໄຕ້ການເປັນປະທານກອງປະຊຸມຂອງ ທ່ານ ພູທອນ ຍອດບຸນເຮືອງ ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ,   ໃນກອງປະຊຸມຄັ້ງນີ້ມີຄະນະຂະແໜງ ພ້ອມດ້ວຍພະນັກງານ ແລະ ອາສາສະຫມັກ ແມ່ຍິງ ທົ່ວ ພຊສທັງໝົດ 40 ທ່ານ,

          ທ່ານ ນາງ ດາວີພອນ ສານາອຸດ ປະທານສະຫະພັນແມ່ຍິງຮາກຖານ ພຊສ ແຂວງ ໄດ້ສະເໜີຈຸດປະສົງກອງປະຊຸມ ແລະ ມອບ ໃຫ້ທ່ານຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ຂື້ນຜ່ານເນື້້ອໃນມູນເຊື້້ອເອກສານວັນແມ່ຍິງສາກົນ

        ກອງປະຊຸມດຳເນີນມາຮອດເວລາ 11ໂມງ 30 ນາທີຂອງວັນດຽວກັນກໍ່ໄດ້ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ