ໃນຕອນເຊົ້າເວລາ 08 ໂມງ 30 ນາທີ ຂອງວັນທີ 11 ມີນາ  2021, ໄດ້ຈັດກອງປະຊຸມແນະນຳການຂຽນກຳນົດຕຳແໜ່ງງານຂອງຫ້ອງການ ຊສ ເມືອງ/ນະຄອນ ວຽກງານປັບປຸງກົງຈັກການຈັດຕັ້ງໜ່ວຍງານ ຂອງຫ້ອງການ ຊສ ນະຄອນໄກສອນ/ເມືອງ ທົ່ວແຂວງ ທີ່ຫ້ອງປະຊຸມຊັ້ນ 04 ຂອງພຊສ ແຂວງ ພາຍໄຕ້ການເປັນປະທານກອງປະຊຸມ ຂອງ ທ່ານ ພູທອນ ຍອດບຸນເຮືອງ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ເຂົ້າຮ່ວມກອງປະຊຸມຄັ້ງນີ້ປະກອບດ້ວຍ ທ່ານຫົວໜ້າຮອງຫົວໜ້າ 08 ຂະແໜງການອ້ອມຂ້າງ ພຊສ ແຂວງ ພ້ອມດ້ວຍວິຊາການ, ຫການ ຊສ 14 ເມືອງ ຄະນະ ພ້ອມດ້ວຍວິຊາການ ເຂົ້າຮ່ວມທັງໝົດ 65 ທ່ານ, ຍິງ 22 ທ່ານ.

         ທ່ານຫົວໜ້າພະແນກ ຊສ ແຂວງໄດ້ຂື້ນ ກ່າວເປີດກອງປະຊຸມ ພ້ອມທັງມີຄຳເຫັນຕໍ່ກອງປະຊຸມ, ຈາກນັ້ນ  ທ່ານ ໂພຄຳ ພົມມະລາດ  ຮອງຫົວໜ້າຂະແໜງຈັດຕັ້ງ ແລະ ພະນັກງານ ໄດ້ຂື້ນຜ່ານແນະນໍາການຂຽນກໍານົດຕໍາ    ແໜ່ງງານຕາມມາດຖານເງື່ອນໄຂ, ຂໍ້ກຳນົດຂອງກົມຈັດຕັ້ງພະນັກງານ ຊສ ວາງອອກເຊິ່ງເຫັນວ່າບັນດາຜູ້ເຂົ້າຮ່ວມກອງປະຊຸມ ແມ່ນມີຄວາມເຂົ້າໃຈຕໍ່ບັນຫາດັ່ງກ່າວໄດ້ດີສົມຄວນ ກອງປະຊຸມຍັງໄດ້ຮັບຟັງ ການຜ່ານຂໍ້ຕົກລົງ ຂອງຫົວໜ້າພະແນກຊສ ສຂ ໃນການມອບໝາຍຕົວເລກສູ້ຊົນການອອກໃບຕາດິນໃຫ້ບັນດາເມືອງ/ນະຄອນ ຕາມຄາດໝາຍຂອງ ກຊສ ວາງອອກ, ຫຼັງຈາກນັ້ນປະທານກອງປະຊຸມກໍ່ໄດ້ມີຄຳເຫັນແນະນຳໃຫ້ແຕ່ລະເມືອງ/ນະຄອນ ແລະ ຂະແໜງການຕ່າງໆ ນຳໄປຜັນຂະຫຍາຍ ພ້ອມຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ໄດ້ຮັບຜົນສຳເລັດເປັນຢ່າງດີ

         ຫຼັງຈາກນັ້ນໃນເວລາ 16 ໂມງ 00  ນາທີຂອງວັນດຽວກັນ ປະທານກອງປະຊຸມກໍ່ໄດ້ກໍ່ໄດ້ກ່າວປິດກອງປະຊຸມລົງຢ່າງເປັນທາງການ.