ໃນຕອນເຊົ້າຂອງວັນທີ 13 ເມສາ 2021 ໃນເວລາ 7 ໂມງ 15 ນາທີ,  ເນື່ອງໃນໂອກາດ ສົງທ້າຍປີເກົ່າປີຊວດ ພໍສໍ 2563 ແລະ ຕ້ອນຮັບ ປີໃຫ່ມລາວ ປີສະຫລຸ ປີພສ 2564 ພະແນກ ຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງສະຫັວນນະເຂດ ໄດ້ຖືເອົາເລີກງາມຍາມດີ ວັນທີ່ເປັນມົງຄຸນ ນຳພາໂດຍ ທ່ານ ພູທອນ ຍອດບຸນເຮືອງ ຫົວໜ້າພຊສ, ສຂ, ພ້ອມດ້ວຍຄະນະພຊສ, ຄະນະ 08 ຂະແໜງ ພ້ອມດ້ວຍອ້າຍນ້ອງພະນັກງານ ພຊສ ແລະ ແຂກທີ່ມີຄວາມຊັດທາໃຫ້ທານໄດ້ຮ່ວມກັນສັງຂະທານພາເຂົ້າ 09 ພາ ແລະ ໃສ່ບາດຄູບາ 09 ອົງ.

      ເພື່ອອຸທິດບຸນກຸສົນໃຫ້ ແກ່ບັນດາອາດີດການນຳຂອງ ພຊສ ແລະ ອາດີດວິຊາການ ພຊສ  ພ້ອມທັງອຸທິດສ່ວນບຸນໃຫ້ເຈົ້າທີ່ເຈົ້າຖານ ພ້ອມກັນນັ້ນກໍ່ເພື່ອເປັນສິລິມົງຄຸນໃນປີໃຫ່ມລາວໃຫ້ປະສົບຜົນສຳເລັດໃນໜ້າທີ່ການງານ ສຸກຂະ ພາບແຂງແຮງຕະຫຼອດໄປ ຫຼັງຈາກໃສ່ບາດແລ້ວ ເພື່ອຮັກສາຮີດຄອງປະເພນີອັນດີງາມກໍ່ໄດ້ມີການບາຍສີສູ່ຂັວນອ້າຍນ້ອງ ພຊສ ແລະ  ກໍ່່ໄດ້ມີການຫົດນ້ໍາດຳຫົວການນຳ ພຊສ ແລະ ຄະນະ 08 ຂະແໜງການ ແລະ ພະນັກງານລັດຖະກອນ ເພື່ອ ເປັນສິລິມຸງຄຸນ ເນື່ອງໃນໂອກາດປີໃຫ່ມລາວ ພໍສໍ 2564 ອີດດ້ວຍ.