ໃນລະຫວ່າງ ວັນທີ 18 ຫາ 24 ກໍລະກົດ 2021 ຢູ່ທີ່ພະແນກ ພຊສ ແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມ ແລະ ຝຶກອົບຮົມ ຕິດຕາມຄວາມຄືບຫນ້າການປັບປຸງ ແລະ ປ້ອນຂໍ້ມູນເຂົ້າຖານຂໍ້ມູນການຂຶ້ນບັນຊີໂຄງການເຊົ່າ ເເລະ ສໍາປະທານທີ່ດິນ ຂອງລັດ ຢູ່ແຂວງສະຫວັນນະເຂດ ແລະ ການທົດລອງນໍາໃຊ້ Drone ໃນການສໍາຫຼວດພື້ນທີ່ສໍາປະທານທີ່ດິນຂອງລັດ ໂດຍການເປັນປະທານ ຂອງທ່ານ ພູທອນ ຍອດບຸນເຮືອງ ກຳມະການພັກແຂວງ, ເລຂາຄະນະພັກຮາກຖານ ຫົວໜ້າພະ ແນກ ພຊສ ແຂວງສະຫວັນນະເຂດ, ທ່ານຄິດລະໄຊ ກ໋ອກມີລາ ຮອງຫົວໜ້າກົມທີ່ດິນ, ມີພະແນກທີ່ກ່ຽວຂ້ອງຂອງແຂວງ ແລະ ວິຊາການ ທີ່ມາຈາກກະຊວງ ແລະ ພະແນກ ຊສ ເຂົ້າຮ່ວມ.

👉ຈຸດປະສົງ

  1. ເພື່ອລາຍງານຄວາມຄືບຫນ້າ ການຈັດຕັ້ງປະຕິບັດການກວດກາຂໍ້ມູນ ແລະ ປ້ອນຂໍ້ມູນເຂົ້າລະບົບLCIS ຂອງແຕ່ລະຂະແຫນງການ ຢູ່ສູນກາງ ແລະ ທ້ອງຖິ່ນ ພ້ອມທັງປຶກສາຫາລື ເພື່ອຊອກຫາວິທີທາງໃນການປັບປຸງຖານຂໍ້ມູນດັ່ງກ່າວຢູ່ແຂວງສະຫວັນນະເຂດ ໃຫ້ສໍາເລັດ;
  2. ເພື່ອຝຶກອົບຮົມ ການທົດລອງນໍາໃຊ້ Drone ເຂົ້າໃນການສໍາຫຼວດພື້ນດິນທີ່ໄດ້ພັດທະນາແລ້ວ ຂອງໂຄງການເຊົ່າ ແລະ ສໍາປະທານ ທີ່ໄດ້ພັດທະນາແລ້ວ ທີ່ເຫັນວ່າຍັງບໍ່ທັນມີຄວາມຊັດເຈນ.