ໃນຕອນເຊົ້າ ຂອງ ວັນທີ 27 ກໍລະກົດ 2021, ສະຫະພັນແມ່ຍິງຮາກຖານ ພະແນກຊັບພະຍາກອນທຳມະ ຊາດ ແລະ ສິ່ງແວດລ້ອມ ແຂວງສະຫວັນນະເຂດ ສຳເລັດກອງປະຊຸມໃຫຍ່ ຄັ້ງທີ III ຂັ້ນຂອງຕົນ ໂດຍກອງປະຊຸມໄດ້ຈັດຂຶ້ນຢ່າງເປັນທາງການ ທີ່ຫ້ອງປະຊຸມຊັ້ນ 04 ຂອງພະແນກ ຊສ ແຂວງ, ໂດຍການເຂົ້າຮ່ວມ ຂອງສະຫາຍ ນາງ ສີສະຫວັດ ໂຄດຕະວົງສາ ກໍາມະການພັກແຂວງ, ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ປະທານສະຫະ ພັນແມ່ຍິງແຂວງ, ສະຫາຍ ພູທອນ ຍອດບຸນເຮືອງ ກໍາມະການພັກແຂວງ ເລຂາຄະນະພັກຮາກຖານ ພຊສ, ມີຕາງໜ້າ ຮາກຖານສະຫະພັນແມ່ຍິງພະແນກການ ອ້ອມຂ້າງແຂວງ, ມີຄະນະພະແນກ, ບັນດາຂະແໜງ ແລະ ອົງການ ຈັດຕັ້ງມະຫາຊົນ ຮາກຖານ ພຊສ ຕະຫຼອດເຖິງສະມາຊິກແມ່ຍິງ ພາຍໃນພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເຂົ້າຮ່ວມທັງໝົດ ຈຳນວນ 66 ສະຫາຍ ສະຫາຍ, ຍິງ 62 ສະຫາຍ, ຊາຍ 04 ສະຫາຍ. ໃນກອງປະ ຊຸມ ສະຫາຍ ນາງ ດາວີພອນ ຊານາອຸດ ປະທານສະຫະພັນແມ່ຍິງຮາກຖານພະແນກ ຊສ ແຂວງ ( ຊຸດເກົ່າ ) ກໍ່ໄດ້ຂຶ້ນຜ່ານບົດລາຍງານການເມືອງ ແລະ ວາງທິດທາງແຜນການ 05 ປີໃນຕໍ່ໜ້າ ຂອງສະຫະພັນແມ່ຍິງຮາກຖານ ພຊສ ຢ່າງ ຮອບດ້ານ ແລະ ສຶບຕໍ່ສຶກສາອົບຮົມທາງດ້ານການເມືອງ-ແນວຄິດ ໃຫ້ແກ່ສະມາຊິກແມ່ຍິງ, ຢູ່ໃນຂັ້ນຂອງຕົນຢ່າງຕໍ່ເນື່ອງ ເພື່ອເຮັດໃຫ້ເຂົາເຈົ້າເຂົ້າໃຈຢ່າງເລິກເຊິ່ງ ຕໍ່ກົນໄກການປ່ຽນແປງໃໝ່ໃນພາວະເສດຖະ ກິດປັດຈຸບັນ ແລະ ເອົາໃຈໃສ່ປັບປຸງການຈັດຕັ້ງແມ່ຍິງຂັ້ນຂອງຕົນ ໃຫ້ມີຄວາມເຂັ້ມແຂງ, ແບ່ງປັນໜ້າທີ່ຄວາມຮັບຜິດຊອບ ໃຫ້ຖືກຕ້ອງສອດຄ່ອງກັບຄວາມເປັນຈິ່ງ ຂອງການເຄື່ອນໄຫວວຽກງານແມ່ຍິງ. ພ້ອມດຽວກັນນີ້ ໃນພິທີຍັງໄດ້ມີການມອບ-ຮັບໃບຍ້ອງຍໍ ໃຫ້ແກ່ບຸກຄົນທີ່ມີຜົນງານດີເດັ່ນ ໃນໄລຍະຜ່ານມາໃນການຈັດຕັ້ງປະຕິບັດວຽກງານຮອບດ້ານ ຂອງແມ່ຍິງ ໃນໄລຍະ 05 ປີ ຜ່ານມາ;

    ກອງປະຊຸມໃຫຍ່ຄັ້ງທີ III ຍັງໄດ້ໃຊ້ສິດປະຊາທິປະໄຕ ປ່ອນບັດຄັດເລືອກເອົາຄະນະປະທານ ສະຫະພັນແມ່ຍິງ ຮາກຖານພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງສະຫວັນນະເຂດ ຊຸດໃໝ່ ມີຜູ້ສະໝັກ 05 ສະຫາຍ, ເລືອກໄດ້ 03 ສະຫາຍ. ໂດຍຜ່ານກອງປະຊຸມຄັ້ງປະຖົມມະລຶກ ຄະແນນສຽງສ່ວນຫຼາຍ ໂດຍໄດ້ເລືອກເອົາ ສະຫາຍ ນາງ ນວນລະຫົງ ອິນທິລາດ ເປັນປະທານສະຫະພັນແມ່ຍິງ ຮາກຖານ ( ຊຸດໃໝ່ ), ສະຫາຍ ເພັງສະຫວັນ ຫຼວງລາດ ເປັນຮອງປະທານ, ສະຫາຍ ນາງ ແວວຄໍາ ເຄນນະວົງ ເປັນກໍາມະການ.  ພ້ອມກັນນັ້ນ ຍັງໄດ້ຮັບຮອງເອົາ ສະຫາຍ ນາງ ແວວຄໍາ ເຄນນະວົງ ເປັນປະທານກວດກາ, ພ້ອມກັນໃນກອງປະຊຸມ ຍັງໄດ້ຮັບຮອງເອົາພະແນກ ຊສ ແຂວງສະຫວັນນະເຂດ ເປັນສະຫະພັນແມ່ຍິງຮາກຖານ 03 ດີ ດ້ວຍການມອບໃບຢັ້ງຢືນ.