ໃນຕອນເຊົ້າ ເວລາ 08 ໂມງ 30 ນາທີ ຂອງວັນທີ 30 ກໍລະກົດ 2021 ໄດ້ຈັດກອງປະຊຸມຮັບຟັງປະຖະກະຖາເລົ່າມູນເຊື້ອ ວັນສໍາຄັນຕ່າງໆຂອງຊາດ ແລະ ສາກົນ ຈໍານວນ 05 ເອກະສານ, ຢູ່ທີຫ້ອງປະຊຸມຊັ້ນ 04 ຂອງພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ, ພາຍໃຕ້ການເປັນປະທານຂອງ ທ່ານ ພູທອນ ຍອດບຸນເຮືອງ ກໍາມະການພັກແຂວງ, ເລຂາຄະນະພັກຮາກຖານ, ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ, ທ່ານ ບຸຍອດ ນາມເສນາ ຮອງຫົວໜ້າພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ ລ້ອມແຂວງ, ໃນກອງປະຊຸມຄັ້ງນີ້ມີຄະນະພະແນກ, ຫົວໜ້າ ແລະ ຄະນະຂະແໜງ, ຄະນະຫ້ອງການ, ພະນັກງານ ແລະ ອາສາສະໝັກທີຂຶ້ນກັບພະແນກ ຊສ ແຂວງ ມີຜູ້ເຂົ້າຮ່ວມທັງໝົດ 70 ທ່ານ, ຍິງ 38 ທ່ານ.

     ທ່ານ ສີວິໄລພອນ ສີສຸວົງ ຫົວໜ້າຫ້ອງການ ບໍລິຫານ, ແຜນການ ແລະ ການເງິນ ໄດ້ສະເໜີຈຸດປະສົງ ແລະ ມອບໃຫ້ທ່ານ ບຸນຍອດ ນາມເສນາ ຮອງຫົວໜ້າພະແນກ ຂຶ້ນຜ່ານເນື້ອໃນ ມູນເຊື້ອວັນສໍາຄັນຂອງຊາດ ແລະ ສາກົນ ມີ 02 ເອກະສານດັ່ງນີ້:

  • ວັນຄ້າຍວັນເກີດປະທານສຸພານຸວົງ ຄົບຮອບ 112 ປີ ( 13/07/1909-13/07/2021 );
  • ວັນເຊັນສັນຍາມິດຕະພາບ-ການຮ່ວມມື ແລະ ການສ້າງຕັ້ງສາຍພົວພັນການທູດລາວຫວຽດນາມ ຄົບ ຮອບ 78 ປີ ( 18/07/1977-18/07/2021);

      ຈາກນັ້ນ ທ່ານ ພູທອນ ຍອດບຸນເຮືອງ ກໍາມະການພັກແຂວງ, ເລຂາຄະນະພັກຮາກຖານ, ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ກໍ່ໄດ້ຜ່ານເນື້ອໃນມູນເຊື້ອວັນສໍາຄັນຂອງຊາດ ແລະ ສາກົນ ມີ 03 ເອກະສານຄື:

  • ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 66 ປີ ( 20/07/1955-20/07/2021 );
  • ວັນສ້າຕັ້ງພັກກອມມູຸນິດ ຄົບຮອບ 100 ປີ ( 01/7/1921-01/07/2021 );
  • ເອກະສານມະຕິຂອງກົມການເມືອງສູງການພັກ ສະບັບເລກທີ 25/ກມສພ, ລົງວັນທີ 25 ພຶດສະພາ 2021, ວ່າດ້ວຍການເພີ່ມທະວີຕການນໍາພາຂອງພັກຕໍ່ວຽກງານວັດທະນະທໍາ ໃນໄລ່ຍະໃໝ່.

ເຊິ່ງໃນຕອນທ້າຍຂອງພິທີປະຖາກະຖາ ເພິ່ນໄດ້ເນັ້ນໜັກໃຫ້ຄະນະພັກ, ຄະນະພະແນກ, ຂະແໜງ ການນໍາເອົາເອົາເນື້ອໃນຈິດໃຈຂອງການເຜີຍແຜ່ດັ່ງກ່າວ ນໍາໄປຈັດຕັ້ງປະຕິບັດ ເພື່ອໃຫ້ມີຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດ, ບັນດາສະມາຊິກພັກ, ພະນັກງານ-ລັດຖະກອນໃຫ້ມີສະຕິຕໍ່ການຈັດຕັ້ງ.

ມາຮອດເວລາ 12 ໂມງ 00 ນາທີ ກອງປະຊຸມປາຖະກະຖາກໍ່ໄດ້ສິ້ນສຸດລົງຢ່າງເປັນທາງການ.