ໃນຕ່ອນເຊົ້າ ເວລາ 8 ໂມງ 30 ນາທີ ຂອງວັນທີ 9 ກໍລະກົດ 2021 ທີ່ຫ້ອງປະຊຸມຂອງພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ໄດ້ຈັດກອງປະຊຸມທາງໄກ ( video conference ) ກ່ຽວກັບການປຶກ ສາຫາລືຜ່ານບົດລາຍງານ ການປະເມີນຜົນກະທົບຕໍ່ສິ່ງແວດລ້ອມແບບລະອຽດ ໂຄງການຜະລິດປຸ໋ຍປະສົມ ບ້ານ ມັນຈີ ເມືອງ ເຊໂປນ ແຂວງ ສະຫວັນນະເຂດ ຮ່ວມກັບກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ກົມສິ່ງແວດລ້ອມ ໂດຍການເປັນປະທານຮ່ວມຂອງ ທ່ານ ໄຊຍະເວດ ວິໄຊ ຫົວໜ້າກົມສິ່ງແວດລ້ອມ ແລະ ທ່ານ ພູທອນ ຍອດບຸນເຮືອງ ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ, ຊຶ່ງມີຜູ້ເຂົ້າຮ່ວມຈາກພະແນກການທີ່ກ່ຽວຂ້ອງຂອງແຂວງ, ຄະນະນໍາຂອງເມືອງ ເຊໂປນ, ຫ້ອງການທີ່ກ່ຽວຂ້ອງຂອງເມືອງ ແລະ ອໍານາດການປົກຄອງບ້ານ 4 ບ້ານ ຕິດກັບໂຮງງານດັ່ງກ່າວຄື: ບ້ານ ວົງວິໄລ, ບ້ານນາຫຼວງ, ບ້ານ ແກ້ງຫົວປາ ແລະ ບ້ານມັນຈີ. ທີ່ໄດ້ຮັບຜົນກະທົບຈາກໂຄງການ ລວມທັງໝົດ 25 ທ່ານ ຍິງ 4 ທ່ານ.

     ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອຮັບຟັງການນໍາສະເໜີ ບົດສຶກສາຜົນກະທົບທາງດ້ານສິ່ງແວດ ລ້ອມ-ສັງຄົມ ( ESIA ) ໃນລະດັບແຂວງ ແລະ ສູນກາງ, ກອງປະຊຸມໃນຄັ້ງນີ້ໄດ້ຮັບຟັງການນໍາສະເໜີ ຈາກຕາງໜ້າເຈົ້າຂອງໂຄງການ, ກ່ຽວກັບສະພາບຄວາມເປັນມາ ແລະ ການດໍາເນີນງານຂອງບໍລິສັດ ຊັນເປເປີ ໃນລາວ, ສະ ພາບການຜະລິດ, ການສ້າງຕັ້ງໂຮງງານຜະລິດປຸຍປະສົມ ແລະ ການຄຸ້ມຄອງສິ່ງແວດລ້ອມໂຮງງານ, ຈາກນັ້ນກໍ່ໄດ້ຮັບຟັງການສະເໜີຜົນການສຶກສາຜົນກະທົບທາງດ້ານສິ່ງແວດ ລ້ອມ-ສັງຄົມ ແລະ ທໍາມະຊາດ ແລະ ແຜນຄຸ້ມຄອງ ແລະ ຕິດຕາມກວດກາສິ່ງແວດລ້ອມຂອງໂຄງການ ຈາກຕາງໜ້າບໍລິສັດທີ່ປຶກສາ ຈະເລີນຊັບ ທີປຶກສາວິສະວະກໍາດ້ານສິ່ງແວດລ້ອມ ຈໍາກັດຜູ້ດຽວ.

   ຫຼັງຈາກໄດ້ຮັບຟັງການນໍາສະເໜີລາຍລະອຽດ ກ່ຽວກັບການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ຈາກບໍລິສັດທີ່ປຶກສາສິ່ງແວດ ລ້ອມແລ້ວ ປະທານກອງປະຊຸມ ກໍ່ໄດ້ເປີດໂອກາດໃຫ້ບັນດາທ່ານຜູ້ແທນ ທີ່ເຂົ້າຮ່ວມກອງປະຊຸມປະກອບຄໍາເຫັນຕໍ່ບົດລາຍງານດັ່ງກ່າວ.ກອງປະຊຸມກໍ່ໄດ້ມີການສົນທະນາປຶກສາຫາລື ແລະ ປະກອບຄໍາຄິດເຫັນໃສ່ບົດລາຍງານຈາກຫຼາຍພາກສ່ວນ ເພື່ອເຮັດໃຫ້ບົດລາຍງານຄົບຖ້ວນສົມບູນ  ແລະ ຮັດກຸມພໍສົມຄວນ ເພື່ອປ້ອງກັນບັນຫາຜົນກະທົບທີຈະເກີດຂຶ້ນໃນຕໍ່ໜ້າ.

    ພາຍຫຼັງທີໄດ້ມີການປຶກສາຫາລື ແລະ ປະກອບຄໍາຄິດ, ຄໍາເຫັນແລ້ວ ທ່ານປະທານກອງປະຊຸມ ກໍ່ໄດ້ແນະນໍາໃຫ້ທາງບໍລິສັດທີປຶກສາສິ່ງແວດລ້ອມ ແລະ ເຈົ້າຂອງໂຄງການນໍາເອົາຄໍາຄິດ, ຄໍາເຫັນ ແລະ ບັນຫາສໍາຄັນຕາມທີ່ໄດ້ສະເໜີຕໍ່ກອງປະ ຊຸມ ໃນຄັ້ງນີ້ນໍາໄປປັບປຸງແກ້ໄຂ ໃຫ້ເປັນອັນລະອຽດ ແລະ ລະບຸຢ່າງຈະແຈ້ງຕາມທີ່ກອງປະຊຸມ ໄດ້ສະເໜີທັງນີ້ກໍ່ເພື່ອເຮັດໃຫ້ບົດລາຍງານການສຶກສາຜົນກະທົບທາງດ້ານສິ່ງແວດລ້ອມໃນຄັ້ງນີ້ ມີຄວາມລະອຽດສົມບຸນຈະແຈ້ງ ແລະ ຖືກຕ້ອງຕາມລະ ບຽບການ.

       ມາຮອດເວລາ 11:30 ຂອງວັນດຽວກັນ ກອງປະຊຸມກໍ່ໄດ້ປິດລົງດ້ວຍຜົນສໍາເລັດ ຢ່າງຈົບງາມ.