ໃນຕອນເຊົ້າຂອງວັນທີ 17 ສິງຫາ 2021 ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ມອບເງິນປະກອບສ່ວນຊຸກຍູ້ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ຄະນະສະເພາະກິດຂັ້ນແຂວງ ເປັນເງິນຈໍານວນ 10.000.000 ກີບ.

   ເຊິ່ງມອບໂດຍ ທ່ານ ພູທອນ ຍອດບຸນເຮືອງ ກໍາມະການພັກແຂວງ, ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ  ແລະ ເປັນກຽດຮັບໂດຍ ທ່ານ ນາງ ຫຼິງທອງ ແສງຕາວັນ ຄະນະປະຈໍາພັກແຂວງ, ຮອງເຈົ້າແຂວງ, ຫົວໜ້າສະເພາະກິດ ປ້ອງກັນ,ຄວບຄຸມ ແລະ ແກ້ໄຂການແຜ່ລະບາດພະຍາດໂຄວິດ-19 ຂັ້ນແຂວງສະຫວັນນະເຂດ.