Print

     

       ໃນເວລາ 10 ໂມງ 30 ນາທີ ຂອງວັນທີ 11 ສິງຫາ 2021 ຢູ່ທີໂຮງຮຽນປະຖົມບ້ານຫ້ວຍຫອຍ, ເມືອງພີນ ແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມ ມອບເງິນຊົດເຊີຍ ໃຫ້ແກ່ບັນດາຄອບຄົວ ທີໄດ້ຮັບຜົນກະທົບ ຈາກໂຄງ ການກໍ່ສ້າງເສັ້ນທາງເຂົ້າໄປຫາເຂື່ອນໄຟຟ້າພະລັງງານນໍ້າເຊລະນອງ 01  (ບ້ານອາລານ ) ເມືອງພີນ, ແຂວງສະຫວັນນະເຂດ. ຄິດເປັນມູນຄ່າທັງໝົດ 40.611.000 ກີບ. ເຊິ່ງມີຈໍານວນ 14 ຄອບຄົວ ທີ່ຖືກຜົນກະທົບປະກອບມີ ດິນປຸກສ້າງ, ດິນນາ, ດິນໜອງສະ ແລະ ເລົ້າເຂົ້າ.

     ໂດຍການເປັນປະທານ ຂອງທ່ານ ພູທອນ ຍອດບຸນເຮືອງ ກໍາມະການພັກແຂວງ, ຫົວໜ້າພະແນກຊັບພະ ຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ແລະ ທ່ານ ສົມສະໜຸກ ເພັດສົມພູ ຮອງເຈົ້າເມືອງໆພີນ.

      ມີຫົວໜ້າຂະແໜງສິ່ງແວດລ້ອມ, ນໍ້າ, ອຸຕຸນິຍົມ ແລະ ອຸທົກກະສາດ, ຕ່າງໜ້າການນໍາຂອງເມືອງແຕ່ລະຂະແໜງການທີກ່ຽວຂ້ອງຄື: ຈາກຫ້ອງວ່າການເມືອງ, ຫ້ອງການໂຍທາທິການ ແລະ ຂົນສົ່ງ, ຫ້ອງການກະສິກໍາ ແລະ ປ່າໄມ້, ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ຄະນະວິຊາການຈາກແຂວງ, ຄະນະບ້ານໆອາລານ, ຄອບຄົວຜູ້ທີ່ໄດ້ຮັບຜົນກະທົບ ມີຜູ້ເຂົ້າຮ່ວມທັງໝົດ 30 ທ່ານ, ຍິງ 02 ທ່ານ;

          ຈາກນັ້ນທ່ານ ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ແລະ ທ່ານ ຮອງເຈົ້າເມືອງໆພີນ ກໍ່ໄດ້ຜັດປ່ຽນກັນ ຂຶ້ນມອບເງິນຄ່າຊົດເຊີຍໃຫ້ແຕ່ລະຄອບຄົວ ທີ່ໄດ້ຖືກຜົນກະທົບ ຈາກໂຄງການດັ່ງ ກ່າວ.

     

   ໃນໂອກາດດຽວກັນນີ້ ທ່ານ ພູທອນ ຍອດບຸນເຮືອງ ໃນນາມຕາງໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ ລ້ອມແຂວງ ກໍ່ໄດ້ມອບເງິນ ຈໍານວນ 3.000.000 ກີບ ເພື່ອຊຸກຍູ້ປະກອບສ່ວນ ໃຫ້ແກ່ການນໍາເມືອງພີນ ເພື່ອເປັນການປະ ກອບສ່ວນເຂົ້າໃນວຽກງານ ສະກັດກັ້ນປ້ອງກັນ, ຄວບຄຸມ ແລະ ການແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ 19 ເຊິ່ງເປັນກຽດຮັບໂດຍ ທ່ານ ສາລີ ວິນລາວັນ ກໍາມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງໆພີນ.