ໃນຕອນເຊົ້າຂອງວັນທີ 22 ກັນຍາ 2021. ໄດ້ຈັດກອງປະຊຸມເຜີຍແຜ່ແຜນຈັດສັນທີ່ດິນເບື້ອງຕົ້ນ ຂອງແຂວງສະຫວັນນະເຂດຮອດປີ 2025 ແລະ ການອອກອະນຸຍາດການນໍາໃຊ້ນໍ້າໜ້າດິນ, ນໍ້າໃຕ້ດິນ.

       ຢູ່ທີ່ຫ້ອງປະຊຸມຊັ້ນ 02 ຂອງພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ຜ່ານລະບົບປະຊຸມທາງໄກ ZOOM meeting ໂດຍ ການເປັນປະທານ ຂອງທ່ານ ພູທອນ ຍອດບຸນເຮືອງ ຫົວໜ້າພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ.

       ມີຕາງໜ້າຈາກ 07 ພະແນກການເຂົ້າຮ່ວມຄື: ສະພາປະຊາຊົນແຂວງ,  ພະແນກໂຍທາທິການ ແລະ ຂົນສົ່ງ, ພະແນກກະສິກໍາ ແລະ ປ່າໄມ້, ພະແນກອຸດສາຫະກໍາ ແລະ ການຄ້າ, ພະແນກ ການເງິນ, ພະແນກແຜນການ ແລະ ການລົງທຶນ, ພະແນກສາທາລະນະສຸກ ແລະ ຄະນະພະແນກ, ຫົວໜ້າຄະນະຂະແໜງສິ່ງແວດລ້ອມ, ນໍ້າ, ອຸຕຸນິຍົມ ແລະ ອຸທົກກະສາດ, ຫົວໜ້າຄະນະຂະແໜງທີ່ດິນ ພ້ອມດ້ວຍວິຊາການ ມີຈໍານວນຜູ້ເຂົ້າຮ່ວມທັງໝົດ 16 ທ່ານ, ຍິງ 02 ທ່ານ,

 


    ທ່ານ ບຸນຍອດ ນາມເສນາ ຮອງຫົວໜ້າພະແນກ ໄດ້ນໍາສະເໜີກ່ຽວກັບແຜນຈັດສັນທີ່ດິນເບື້ອງຕົ້ນ ແລະ ຂໍ້ຕົກລົງວ່າດ້ວຍການແບ່ງຄວາມຮັບຜິດຊອບ;

    ທ່ານ ບູລິກາ ອິນທິລາດ ຮອງຫົວໜ້າພະແນກ, ຫົວໜ້າຂະແໜງທີ່ດິນ ໄດ້ຜ່ານແຜນການຈັດຕັ້ງປະຕິບັດແຜນຈັດສັນທີ່ດິນ ຮອດປີ 2025;

   ທ່ານ ອິນປະສິດ ສີຫາລາດ ຮອງຫົວໜ້າຂະແໜງສິ່ງແວດລ້ອມ, ນໍ້າ, ອຸຕຸນິຍົມ ແລະ ອຸທົກກະສາດ ນໍາສະເໜີກ່ຽວກັບການອອກອະນຸຍາດການນໍາໃຊ້ນໍ້າໜ້າດິນ, ນໍ້າໃຕ້ດິນ.

    ຈາກນັ້ນກອງປະຊຸມໄດ້ເປີດໂອກາດ ໃຫ້ບັນດາພະແນກການທີ່ເຂົ້າຮ່ວມກອງປະຊຸມ ໄດ້ປະກອບຄໍາຄິດ, ຄໍາເຫັນຢ່າງກົງໄປກົງມາ. ດ້ານຫຼັກແມ່ນເຫັນດີຕາມແຜນຈັດສັນ ແລະ ເຫັນດີພ້ອມກັນຈັດຕັ້ງປະຕິບັດຕາມຂໍ້ຕົກລົງຂອງທ່ານເຈົ້າແຂວງ ສະບັບເລກທີ 0811/ຈຂ.ສຂ, ລົງວັນທີ 04 ເມສາ 2021.

     ໃນຕອນທ້າຍຂອງກອງປະຊຸມທ່ານປະທາໄດ້ມີຄໍາເຫັນ ແລະ ໄດ້ແນະນໍາກ່ຽວກັບການຈັດຕັ້ງປະຕິບັດແຜນຈັດສັນທີ່ດິນເບື້ອງຕົ້ນ ແລະ ການອອກໃບອະນຸຍາດການນໍາໃຊ້ນໍ້າໜ້າດິນ, ນໍ້າໃຕ້ດິນ.

       ມາຮອດເວລາ 11 ໂມງ 00 ນາທີ ກອງປະຊຸມກໍ່ໄດ້ປິດລົງຢ່າງຈົບງາມ