Print

        ໃນຕອນເຊົ້າເວລາ 08 ໂມງ 30 ນາທີ  ຂອງວັນທີ 30 ກັນຍາ 2021 ທີ່ຫ້ອງປະຊຸມຊັ້ນ 02 ຂອງພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ໄດ້ຈັດກອງປະຊຸມ ສະຫຼຸບວຽກງານການຈັດຕັ້ງປະຕິບັດວຽກງານປະຈໍາ 09 ເດືອນ ແລະ ທິດທາງແຜນການ 03 ເດືອນ ແລະ ເຜີຍແຜ່ນິຕິກໍາ ຜ່ານທາງລະບົບວິດີໂອທາງໄກ ( video conference ), ໂດຍການເປັນປະທານ ຂອງທ່ານ ພູທອນ ຍອດບຸນເຮືອງ ກໍາມະການພັກແຂວງ, ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ພ້ອມດ້ວຍຄະນະແນກ, ຫົວໜ້າຫ້ອງການບໍລິຫານ, ແຜນການ ແລະ ການເງິນ, ຫົວໜ້າຄະນະຂະແໜງທີ່ດິນ, ສິ່ງແວດລ້ອມນໍ້າ, ອຸຕຸນິຍົມ ແລະ ອຸທົກກະສາດ ແລະ ມີບັນດາທ່ານ ຫົວໜ້າຫ້ອງການ ຊສ 14 ເມືອງ ແລະ 01 ນະຄອນ ເຊິ່ມມີແຂກເຂົ້າຮ່ວມທັງໝົດ 31 ທ່ານ, ຍິງ 06ທ່ານ.

        ທ່ານ ປະທານດ້ກ່າວເປີດກອງປະຊຸມພ້ອມທັງໄດ້ມີຄໍາເຫັນຕໍ່ກັບກອງປະຊຸມ

      ຈາກນັ້ນ ບັນດາຫ້ອງການ ຊສ 14 ເມືອງ ແລະ 01 ນະຄອນ ໄດ້ສະຫຼຸບລາຍງານໂດຍຫຍໍ້ຂອງ ກ່ຽວກັບການຈັດຕັ້ງປະຕິບັດວຽກງານ ຂອງຕົນ ພ້ອມທັງໄດ້ມີຂໍ້ສະເໜີຕໍ່ກອງປະຊຸມ.

 

 ຕໍ່ຈາກນັ້ນກໍ່ໄດ້ ເຜີຍແຜ່ນິຕິກໍາທີ່ກ່ຽວຂ້ອງກັບທີ່ຕິດພັນກັບຂົງເຂດຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ

      ຜ່ານການປະກອບຄໍາເຫັນຂອງບັນດາແຕ່ລະພາກສ່ວນແລ້ວ ທ່ານປະທານໄດ້ມີຄໍາເຫັນ ແລະ ມີທິດຊີ້ນໍາ ຕໍ່ກັບບັນຫາທີ່ຍັງຄົງຄ້າງ.

        ມາຮອດເວລາ 11 ໂມງ 30 ນາທີຂອງວັນດຽວກັນກອງປະຊຸມກໍ່ໄດ້ປິດລົງຢ່າງຈົບງາມ.