ໃນ​ວັນ​ທີ 08 /10/2021, ​ເວລາ 9:00 ໂມງ​ ຄະນະກໍາມະການວຽກຈັດຊື້ຈັດຈ້າງຂອງ ພຊສ ແຂວງ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມທັງໝົດຈໍານວນ: 08 ທ່ານ. ເພື່ອລົງກວດກາ​ຄຸນນະພາບ ​ໂຄງການ​ກໍ່ສ້າງ​​ຫ້ອງການ​ຊັບພະຍາກອນ​ທໍາ​ມະ​ຊາດ​ແລະ ສິ່ງ​ແວດ​ລ້ອມ ​ເມືອງໄຊພູທອງ, ​ແຂວງ​ສະຫວັນນະເຂດ ​​ໂຄງການກໍ່ສ້າງຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງໄຊພູທອງ ເຊິ່ງໂຄງການດັ່ງກ່າວ ໄດ້ເລີ່ມລົງມືກໍ່ສ້າງແຕ່ວັນທີ 12 ມີນາ 2020 ແລະ ສຳເລັດການກໍ່ ສ້າງ 100% ໃນວັນທີ 12 ພະຈິກ 2020 ໂດຍແມ່ນບໍລິສັດວັນວິໄລກໍ່ສ້າງ ແລະ ເຄຫະສະຖານຈຳກັດຜູ້ດຽວເປັນຜູ້ຮັບເໝົາການກໍ່ສ້າງ,  ລວມມີມູນຄ່າການກໍ່ສ້າງທັງໝົດ 678.537.200 ກີບ, ເຊິ່ງເປັນອາຄານຊັ້ນດຽວເບຕົງເສີມເຫຼັກ, ກໍ່ດ້ວຍດິນ ຈີ່, ມຸງດ້ວຍກະເບື້ອງອາຄານດັ່ງກ່າວມີຂະໜາດ 15x20 ແມັດ, ມີ 07 ຫ້ອງ ໄດ້ມອບ-ຮັບອາຄານຫ້ອງການ ຊັບພະຍາ ກອນທຳມະຊາດ ແລະສິ່ງແວດລ້ອມເມືອງໄຊພູທອງ ແຂວງສະຫວັນນະເຂດ ຫຼັງໃໝ່ ໃນວັນທີ 25 ພະຈິກ 2020 ( ຕາມບົດບັນທຶກມອບ-ຮັບ ເລກທີ 1835/ພຊສ.ສຂ ລົງວັນທີ 25 ພະຈິກ 2020 );