Print

       ໃນຕອນເຊົ້າ ຂອງວັນທີ 01 ທັນວາ 2021 ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງສະຫວັນນະເຂດ ໄດ້ຈັດປາຖະກະຖາ ແລະ ເຜີຍແຜ່ເອກະສານ ກ່ຽວກັບ ວັນສະຖາປະນາ ສປປ ລາວ ຄົບຮອບ 46 ປີ ແລະ ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 101 ປີ, ເອກະສານກ່ຽວກັບຜົນສໍາເລັດການສ້າງເສັ້ນທາງລົດໄຟລາວ-ຈີນ,  ໂດຍການເປັນປະທານ ແລະ ໃຫ້ກຽດຂຶ້ນປາຖະກະຖາ ຂອງ ທ່ານ ພູທອນ ຍອດບຸນເຮືອງ ກຳມະການພັກແຂວງ, ເລຂາຄະນະພັກຮາກຖານ, ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ໂດຍມີຄະນະພັກ, ຄະນະພະແນກ, ຄະນະຂະແໜງ ພ້ອມດ້ວຍພະນັກງານລັດຖະກອນ ເຂົ້າຮ່ວມທັງໝົດ ຈຳນວນ 61 ທ່ານ ຍິງ 31 ທ່ານ. ການປາຖະກະຖາດັ່ງກ່າວ ເພື່ອເປັນການເຜີຍແຜ່ ແລະ ຍົກໃຫ້ຂໍ້ມູນ ກ່ຽວກັບຜົນສໍາເລັດອັນພົ້ນເດັ່ນໃນດ້ານຕ່າງໆ ຕະຫຼອດໄລຍະ 46 ປີ ແຫ່ງການປົກປັກຮັກສາ, ສ້າງສາ ແລະ ພັດທະນາປະເທດ ຊາດ ກໍ່ຄືເປັນການສຶກສາອົບຮົມດ້ານແນວຄິດໃຫ້ແກ່ສະມາຊິກພັກ ແລະ ພະນັກງານ ພາຍໃນພະແນກ ທຸກທ່ານໃຫ້ມີຄວາມຮັບຮູ້, ເຂົ້າໃຈ ແລະ ມີຄວາມເອກອ້າງທະນົງໃຈ ຕໍ່ມູນເຊື້ອປະຫວັດສາດ ແລະ ຜົນງານຂອງການສ້າງສາ ແລະ ພັດທະນາປະເທດຊາດ ກໍ່ຄືການເຄື່ອນໄຫວ ແລະ ຄຸນງາມຄວາມດີອັນໃຫຍ່ຫຼວງຂອງ ປະທານ ໄກສອນ ພົມວິຫານ ທີ່ມີຕໍ່ປະ ເທດຊາດ ແລະ ການປະຕິວັດ.