Print

      ໃນຕອນເຊົ້າ ຂອງ ວັນທີ 05 ມັງກອນ 2022, ໜ່ວຍພັກຂະແໜງທີ່ດິນ ທີ່ຂຶ້ນກັບຮາກຖານ ພະແນກຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງສະຫວັນນະເຂດ ສຳເລັດກອງປະຊຸມໃຫຍ່ ຄັ້ງທີ II ຂັ້ນຂອງຕົນ ໂດຍກອງປະຊຸມໄດ້ຈັດຂຶ້ນຢ່າງເປັນທາງການ ທີ່ຫ້ອງປະຊຸມຊັ້ນ 04 ຂອງ ພຊສ ແຂວງ, ໂດຍການເປັນປະທານຂອງ ສະຫາຍ ພູທອນ ຍອດບຸນເຮືອງ ກຳມະການພັກແຂວງ ເລຂາຄະນະພັກຮາກຖານ ພຊສ, ມີຕາງໜ້າ ຄະນະພັກຮາກຖານ ພຊສ, ຕາງໜ້າຈາກຄະນະຈັດຕັ້ງແຂວງ ແລະ ຄະນະກວດກາພັກແຂວງ ນອກຈາກນັ້ນຍັງມີ ຕາງໜ້າຈາກອົງການຈັດຕັ້ງມະຫາຊົນ ທີຂຶ້ນກັບຮາກຖານພັກ ພຊສ ແຂວງ ຕະຫຼອດຮອດສະມາຊິກພັກທັງໝົດພາຍໃນໜ່ວຍ ມີຜູ້ເຂົ້າຮ່ວມທັງໝົດ ຈຳນວນ 45 ສະຫາຍ ສະຫາຍ, ຍິງ 14 ສະຫາຍ, ສະມາຊິກສໍາຮອງ 04 ສະຫາຍ, ຍິງ 03 ສະຫາຍ, ໃນກອງປະຊຸມ ສະຫາຍ ບູລິກາ ອິນທິລາດ ກໍາມະການໜ່ວຍພັກຂະແໜງທີ່ດິນ ( ຊຸດເກົ່າ ) ກໍ່ໄດ້ຂຶ້ນຜ່ານບົດລາຍງານການເມືອງໃນໄລຍະ 05 ປີ ( 2017-2021 )  ແລະ ວາງທິດທາງແຜນການ 05 ປີ (2022-2026) ໃນຕໍ່ໜ້າ ຂອງໜ່ວຍພັກຂະແໜງທີ່ດິນ ຢ່າງຮອບດ້ານ.

        ຈາກນັ້ນ ປະທານກອງປະຊຸມ ກໍ່ໄດ້ໂອລົມ ເຊິ່ງໄດ້ເນັ້ນໜັກຫຼາຍບັນຫາທີສໍາຄັນ ແລະ ຄວນໄດ້ເອົາໃຈໃສ່ຄື:

- ໃຫ້ນໍາເອົາທິດທາງແຜນການກໍ່ຄືມະຕິກອງປະຊຸມ ນໍາໄປຜັນຂະຫຍາຍໃຫ້ເປັນອັນລະອຽດ;

- ສືບຕໍ່ສຶກສາອົບຮົມການເມືອງ - ແນວຄິດ ໃຫ້ພະນັກງານສະມາຊິກພັກໃຫ້ຮັບຮູ້ເຊື່ອມຊຶມ ຢ່າງເລິກເຊິ່ງ ກ່ຽວກັບກົດລະບຽບຂອງພັກ, ກົດໝາຍຂອງລັດ ແລະ ແນວທາງແຜນນະໂຍ ບາຍຂອງພັກ-ລັດ ວາງອອກ ໃນແຕ່ລະ ໄລຍະ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດແຜນການໃຫ້ສຳເລັດ;

- ສືບຕໍ່ປັບປຸງກົງຈັກການຈັດຕັ້ງໃຫ້ໜັກແໜ້ນເຂັ້ມແຂງ, ກໍ່ສ້າງພະນັກງານທີ່ຢູ່ໃນຄວາມຮັບ ຜິດຊອບໃຫ້ມີຄຸນນະພາບ ເພື່ອສ້າງໃຫ້ໄດ້ມະຫາຊົນຜູ້ທີ່ມີຄວາມກ້າວໜ້າມີຄວາມຫ້າວຫັນ ໃນໜ້າທີ່ວຽກງານໃຫ້ໄດ້ເຂົ້າຮ່ຳຮຽນເອກະສານ ເພື່ອຂະຫຍາຍເຂົ້າເປັນສະມາຊິກພັກປະຊາ ຊົນປະຕິວັດລາວ ພ້ອມນັ້ນປັບປຸງແບບແຜນວິທີເຮັດວຽກຂອງຄະນະໜ່ວຍພັກ, ລະບອບ ລາຍງານສ່ອງແສງໃຫ້ເປັນປົກກະຕິ.

ມາຮອດເວລາ 11 ໂມງ 45 ນາທີ ກອງປະຊຸມກໍ່ໄດ້ປິດລົງດ້ວຍຜົນສໍາເລັດ ຢ່າງຈົບງາມ.