Print

      ໃນຕອນເຊົ້າ ຂອງ ວັນທີ 07 ມັງກອນ 2022, ໜ່ວຍພັກຂະແໜງບໍລິຫານ ແລະ ຈັດຕັ້ງ ທີ່ຂຶ້ນກັບຮາກຖານ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງສະຫວັນນະເຂດ ສຳເລັດກອງປະຊຸມໃຫຍ່ ຄັ້ງທີ II ຂັ້ນຂອງຕົນ ໂດຍກອງປະຊຸມໄດ້ຈັດຂຶ້ນຢ່າງເປັນທາງການ ທີ່ຫ້ອງປະຊຸມຊັ້ນ 04 ຂອງພະແນກ ຊສ ແຂວງ, ໂດຍການເປັນປະທານຂອງ ສະຫາຍ ພູທອນ ຍອດບຸນເຮືອງ ກຳມະການພັກແຂວງ ເລຂາຄະນະພັກຮາກຖານ ພຊສ, ມີຕາງໜ້າ ຄະນະພັກຮາກຖານ ພຊສ, ຕາງໜ້າຈາກຄະນະຈັດຕັ້ງແຂວງ ແລະ ຄະນະກວດກາພັກແຂວງ ນອກຈາກນັ້ນຍັງມີ ຕາງໜ້າຈາກອົງການຈັດຕັ້ງມະຫາຊົນ ທີຂຶ້ນກັບຮາກຖານພັກ ພຊສ ແຂວງ ຕະຫຼອດຮອດສະມາຊິກພັກທັງໝົດພາຍ ໃນໜ່ວຍ ມີຜູ້ເຂົ້າຮ່ວມທັງໝົດ ຈຳນວນ 33 ສະຫາຍ ສະຫາຍ, ຍິງ 16 ສະຫາຍ, ໃນກອງປະຊຸມ ສະຫາຍ ບຸນຊູ ວົງສະຫວັນ ຄະນະພັກຮາກຖານ, ຮອງເລຂາໜ່ວຍພັກ ( ຊຸດເກົ່າ ) ກໍ່ໄດ້ຂຶ້ນຜ່ານບົດລາຍງານການ ເມືອງໃນໄລຍະ 05 ປີ ( 2017-2021 )  ແລະ ວາງທິດທາງແຜນການ 05 ປີ (2022-2026) ໃນຕໍ່ໜ້າ ຂອງໜ່ວຍພັກຂະແໜງບໍລິ ຫານ ແລະ ຈັດຕັ້ງ ຢ່າງຮອບດ້ານ.

         ກອງປະຊຸມໃຫຍ່ຄັ້ງທີ II ຍັງໄດ້ໃຊ້ສິດປະຊາທິປະໄຕ ປ່ອນບັດຄັດເລືອກເອົາ ເລຂາຄະນະໜ່ວຍພັກຂະ     ແໜງທີ່ດິນ ຂຶ້ນກັບຮາກຖານພັກພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງສະຫວັນນະເຂດ ຊຸດໃໝ່ ມີຜູ້ສະໝັກ 05 ສະຫາຍ, ຍິງ 01 ສະຫາຍ, ເລືອກໄດ້ 03 ສະຫາຍ, ຍິງ 01 ສະຫາຍ, ໂດຍຜ່ານກອງປະຊຸມຄັ້ງປະຖົມມະລຶກ ຄະແນນສຽງສ່ວນຫຼາຍເຫັນດີໃຫ້ ສະຫາຍ ສີວິໄລພອນ ສີສຸວົງ ເປັນເລຂາໜ່ວຍພັກ ( ຊຸດໃໝ່ ), ສະຫາຍ ປິດຕາ ໄຊຍະລາດ ເປັນຮອງເລຂາ, ສະຫາຍ ນາງ ປານທິບ ລາຊຈັກ ເປັນກຳມະການ. 

         ທາງຄະນະພັກຮາກຖານ ໄດ້ມອບຊໍ່ດອກໄມ້ ແລະ ກະຕ່າຂອງຂວັນ ໃຫ້ຄະນະໜ່ວຍພັກຊຸດເກົ່າ ແລະ ຄະນະໜ່ວຍພັກຊຸດໃໝ່.

        ຈາກນັ້ນ ປະທານກອງປະຊຸມ ກໍ່ໄດ້ໂອລົມ ເຊິ່ງໄດ້ເນັ້ນໜັກຫຼາຍບັນຫາທີສໍາຄັນ ແລະ ຄວນໄດ້ເອົາໃຈໃສ່ຄື:

- ສືບຕໍ່ສຶກສາອົບຮົມການເມືອງ - ແນວຄິດ ໃຫ້ພະນັກງານສະມາຊິກພັກໃຫ້ຮັບຮູ້ເຊື່ອມຊຶມ ຢ່າງເລິກເຊິ່ງ ກ່ຽວກັບກົດລະບຽບຂອງພັກ, ກົດໝາຍຂອງລັດ ແລະ ແນວທາງແຜນນະໂຍ ບາຍຂອງພັກ-ລັດ ວາງອອກ ໃນແຕ່ລະ ໄລຍະ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດແຜນການໃຫ້ສຳເລັດ;

        ມາຮອດເວລາ 11 ໂມງ 30 ນາທີ ກອງປະຊຸມກໍ່ໄດ້ປິດລົງດ້ວຍຜົນສໍາເລັດ ຢ່າງຈົບງາມ