ກອງປະຊຸມໃຫຍ່ ຄັ້ງທີີ II ຂອງໜ່ວຍພັກຂະແໜງນ້ຳ ແລະ ສິ່ງແວດລ້ອມ ໄດ້ເປີດຂຶ້ນໃນຕອນເຊົ້າຂອງວັນທີ 18 ມັງກອນ 2022 ແລະ ດໍາເນີນໄປເປັນເວລາ ເຄິ່ງວັນ ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ໂດຍການເປັນປະທານ ຂອງສະຫາຍ ຈັນເພັງໃສ ດາລາຊະວົງ ເລຂາໜ່ວຍພັກຂະແໜງນ້ຳ ແລະ ສິ່ງແວດລ້ອມ ແລະ ໃຫ້ກຽດເຂົ້າຮ່ວມ ຂອງສະຫາຍ ພູທອນ ຍອດບຸນເຮືອງ ກຳມະການພັກແຂວງ, ເລຂາຄະນະພັກຮາກຖານ ພຊສ.ສຂ; ມີຜູ້ຕາງໜ້າ ຈາກຄະນະກວດກາພັກແຂວງ, ຕາງໜ້າຄະນະຈັດຕັ້ງແຂວງ, ເລຂາໜ່ວຍພັກອ້ອມຂ້າງ, ອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍສະມາຊິກພັກໃນໜ່ວຍ ເຊິ່ງມີຜູ້ແທນສົມບູນ ຈຳນວນ 34 ສະຫາຍ, ຍິງ 14 ສະຫາຍ, ມີບັນດາແຂກຖືກເຊີນ ຈຳນວນ 09 ສະຫາຍ, ຍິງ 02 ສະຫາຍ.

      ບັນດາສະຫາຍ ຜູ້ແທນກອງປະຊຸມໃຫຍ່ ໄດ້ຍົກສູງຄວາມຮັບຜິດຊອບ ແລະ ສຸມສະຕິປັນຍາຂອງຕົນ ເຂົ້າໃນການຄົ້ນຄວ້າປະກອບຄຳຄິດຄຳເຫັນ ຕໍ່ບັນດາເອກະສານ ທີ່ນຳມາຜ່ານໃນກອງປະຊຸມຢ່າງກົງໄປກົງມາ ເຮັດໃຫ້ກອງປະຊຸມດຳເນີນໄປດ້ວຍບັນຍາກາດ ແຫ່ງຄວາມສາມັກຄີ, ຄວາມເປັນເອກະພາບ ແລະ ສຳເລັດຕາມຈຸດປະສົງທີ່ວາງໄວ້, ຊຶ່ງກອງປະຊຸມ ໄດ້ລົງປະຊາມະຕິເປັນເອກະສັນ ຮັບຮອງເອົາ ຮ່າງລາຍງານການເມືອງ ແລະ ທິດທາງຄາດໝາຍສູ້ຊົນແຕ່ລະດ້ານ ການນຳພາການເມືອງ-ແນວຄິດ, ດ້ານການຈັດຕັ້ງ, ທັງວຽກງານກໍ່ສ້າງພັກ-ພະນັກງານ, ການນໍາພາຊີ້ນໍາວຽກ ງານອົງການຈັດຕັ້ງມະຫາຊົນ, ວຽກງານວິຊາສະເພາະ ແລະ ຮ່າງບົດສຳຫຼວດການນຳພາລວມ ຂອງຄະນະໜ່ວຍພັກ ໂດຍໄດ້ຕີລາຄາດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ສາເຫດ, ບົດຮຽນໃນການຊີ້ນຳ-ນຳພາ ແລະ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ I ຜ່ານມາ, ພ້ອມກັນນີ້ ກອງປະຊຸມ ຍັງໄດ້ຮັບຮອງເອົາແຜນການ ໄລຍະ 5 ປີ (2022-2026) ເຊິ່ງເປັນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຂອງອົງຄະນະພັກແຂວງ ຄັ້ງທີ IX, ມະຕິກອງປະຊຸມໃຫຍ່ ຂອງພັກປະຊາຊົນປະຕິວັດລາວ XI ເປັນແຜນງານ, ແຜນວຽກລະອຽດ.

     ຜູ້ແທນກອງປະຊຸມ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາຄະນະໜ່ວຍພັກ ຊຸດໃໝ່ ບົນພື້ນຖານ ຫຼັກການລວມສູນປະຊາທິປະໄຕ, ທັງຖືກຕ້ອງສອດຄ່ອງກັບມາດຕະຖານເງື່ອນໄຂທີ່ກຳນົດໄວ້ ຊຶ່ງມີຜູ້ອອກຮັບສະໜັກເລືອກຕັ້ງ 05 ສະຫາຍ, ຍິງ 1 ສະຫາຍ ແລະ ເລືອກໄດ້ ສະຫາຍ, ຍິງ ສະຫາຍ. ກອງປະຊຸມຄັ້ງປະຖົມມະລຶກຂອງຄະນະໜ່ວຍພັກ ຂະແໜງນ້ຳ ແລະ ສິ່ງແວດລ້ອມ ຄັ້ງທີ II ໄດ້ເປັນເອກະສັນກັນເລືອກຕັ້ງເອົາ: ສະຫາຍ ອຸຄຳ ພູນປະກອນ ເປັນເລຂາໜ່ວຍພັກ, ສະຫາຍ ອິນປະສິດ ສີຫາລາດ ເປັນຮອງເລຂາໜ່ວຍພັກ; ເລືອກເອົາ ສະຫາຍ ກາລິນໄທ ລຽບວິໄຊນະວັງ ເປັນກຳມະການພັກ ແລະ ເປັນປະທານກວດກາໜ່ວຍພັກ. ໃນໂອກາດ ທີ່ເຕັມໄປດ້ວຍຄວາມໝາຍສຳຄັນນີ້, ກອງປະຊຸມໄດ້ຮັບຟັງການໂອ້ລົມຈາກສະຫາຍ ພູທອນ ຍອດບຸນເຮືອງ ກຳມະການພັກແຂວງ, ເລຂາຄະນະພັກຮາກຖານ ພຊສ.ສຂ, ຊຶ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານ ແລະ ໄຊຊະນະ ທີ່ຄະນະໜ່ວຍພັກຂະແໜງນ້ຳ ແລະ ສິ່ງແວດລ້ອມ ຍາດມາໄດ້ ເຊິ່ງແມ່ນໝາກຜົນລວມ ຂອງການຈັດຕັ້ງນຳພາ ຂອງໜ່ວຍພັກ ແລະ ຄວາມບຸກໜ້າບືນຕົວ ຂອງບັນດາສະຫາຍ ສະມາຊິກພັກ-ພະນັກງານ ເຮັດໃຫ້ສາມາດຍາດມາໄດ້ຜົນສຳເລັດຫຼາຍດ້ານ ອັນໄດ້ປະກອບສ່ວນສຳຄັນເຂົ້າໃນຜົນງານລວມ ຂອງພະແນກ ຊສ ພ້ອມກັນນັ້ນ ສະຫາຍຍັງໄດ້ສະແດງຄວາມເປັນຫ່ວງເປັນໄຍ ຕໍ່ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ໄດ້ຮຽກຮ້ອງໃຫ້ຄະນະໜ່ວຍພັກ ຊຸດໃໝ່ ສືບຕໍ່ປັບປຸງ, ແກ້ໄຂ. ຈາກນັ້ນ, ສະຫາຍ ໄດ້ໃຫ້ທິດຊີ້ນໍາຕໍ່ວຽກງານແຕ່ລະດ້ານ ແລະ ເຊື່ອໝັ້ນຕໍ່ຄະນະໜ່ວຍພັກຊຸດໃໝ່ ຈະສືບຕໍ່ຊີ້ນຳ-ນຳພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງຮາກຖານພັກ ພຊສ.ສຂ ຄັ້ງທີ III ໃຫ້ຍາດໄດ້ຜົນງານ ແລະ ມີຜົນສໍຳເລັດໃໝ່ ຍິ່ງໃຫຍ່ກວ່າເກົ່າ, ໃນນີ້ ຍັງໄດ້ເນັ້ນໜັກຊີ້ນຳໃຫ້ ໜ່ວຍພັກຂະແໜງນ້ຳ ແລະ ສິ່ງແວດລ້ອມ ໃຫ້ເອົາໃຈໃສ່ ບັນຫາສຳຄັນ ບາງຈຸດ ເປັນຕົ້ນ: ບັນດາສະຫາຍໃນຄະນະໜ່ວຍພັກຊຸດໃໝ່ ຈົ່ງສືບຕໍ່ຝຶກຝົນຫຼໍ່ຫຼອມຕົນເອງ ທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ຕັ້ງໜ້າຄົ້ນຄວ້າຮ່ໍາຮຽນ, ຍົກສູງຄວາມຮັບຜິດຊອບດ້ານເມືອງ ເພື່ອຍົກລະດັບຄວາມຮູ້ຄວາມສາມາດ ຕິດພັນກັບການປັບປຸງແບບແຜນການນໍາພາ, ຄວາມເປັນແບບເປັນຢ່າງນຳໜ້າ ແລະ ວິທີເຮັດວຽກຂອງຕົນ ໃຫ້ດີຂຶ້ນເປັນກ້າວໆ; ສືບຕໍ່ຄົ້ນຄວ້າປັບປຸງການຈັດຕັ້ງ ແລະ ການ ເຄື່ອນໄຫວຂອງຕົນ ໃຫ້ແທດເໝາະກັບເງື່ອນໄຂໃໝ່ ແລະ ຮັບປະກັນການປະຕິບັດໜ້າທີ່ວຽກງານຂອງຕົນໄດ້ ຕາມທິດກະທັດຮັດ, ມີປະສິດທິຜົນ, ການບໍລິຫານ-ການຈັດການ ໃຫ້ມີຄວາມວ່ອງໄວ, ຊັດເຈນ, ເດັດຂາດ ໂປ່ງໃສ...

     ກອງປະຊຸມໃຫຍ່ ສະແດງຄວາມຍ້ອງຍໍຊົມເຊີຍ ສະມາຊິກພັກ, ພະນັກງານ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປະຕິບັດໜ້າທີ່ວຽກງານ ໃນຕະຫລອດໄລຍະ 5 ປີທີ່ຜ່ານ, ອັນໄດ້ສ້າງພື້ນຖານສໍາຄັນ ໃຫ້ແກ່ການສືບຕໍ່ກໍ່ສ້າງບາດລ້ຽວໃໝ່ ໃນການຈັດຕັ້ງປະຕິບັດບັນດາຄາດໝາຍ ແລະ ໜ້າທີ່ຕົ້ນຕໍທີ່ກອງປະຊຸມໃຫ່ຍ ຄັ້ງທີ III ຂອງຄະນະພັກຮາກຖານ ພຊສ ວາງໄວ້. ກອງປະຊຸມ ໄດ້ຮຽກຮ້ອງໃຫ້ບັນດາ ພະນັກງານ, ສະມາຊິກພັກທຸກສະຫາຍ ພາຍໃນໜ່ວຍພັກ ຂະແໜງນ້ຳ ແລະ ສິ່ງແວດລ້ອມ ຈົ່ງພ້ອມກັນ ເຊີດຊູຄວາມເປັນແບບຢ່າງນໍາໜ້າທີ່ດີ ໃນການປະຕິບັດມະຕິ ຂອງກອງປະຊຸມໃຫຍ່ໜ່ວຍພັກ ຄັ້ງນີ້ ໃຫ້ປະກົດຜົນເປັນຈິງ.