Print

         ໃນລະຫວ່າງ ວັນທີ 1-2 ມີນາ 2022 ທີ່ຫ້ອງປະຊຸມພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ ໄດ້ຈັດກອງປະຊຸມ ດໍາເນີນຊີວິດການເມືອງທ້າຍສະໄໝ ແລະ ທາບທາມໂຄງປະກອບບຸກຄະລາກອນ ຄະນະພັກຮາກຖານ ພຊສ ແຂວງ ໂດຍການເປັນປະທ່ານ ຂອງ ສະຫາຍ ບົວສອນ ມະຫາວົງ ຄະນະປະຈຳພັກແຂວງຫົວໜ້າຄະນະຈັດຕັ້ງແຂວງ ສະຫາຍ ພູທອນ ຍອດບຸນເຮືອງ ກຳມະການພັກ ແຂວງ ເລຂາຄະນະພັກຮາກຖານ, ຫົວໜ້າ ພຊສ ແຂວງ ຈາກນີ້ກໍ່ມີ ການຈັດຕັ້ງກ່ຽວຂ້ອງ ພ້ອມດ້ວຍ ບັນດາສະຫາຍສະມາຊິກພັກ ພາຍໃນຮາກຖານພັກເຂົ້າຮ່ວມຢ່າງພ້ອມພຽງ.

          ໂອກາດນີ້, ສະຫາຍ ບຸນຍອດ ນາມເສນາ ຄະນະພັກຮາກຖານ ຮອງຫົວໜ້າພະແນກ ຊສ ແຂວງ ກໍ່ໄດ້ຂຶ້ນຜ່ານບົດລາຍງານການເມືອງ ແລະ ບົດຊີ້ນຳໆພາລວມໃນ ໄລຍະກອງປະຊຸມໃຫຍ່ຜ່ານມາ ເຊິ່ງໃຫ້ຮູ້ວ່າ: ຮາກຖານພັກ ພຊສ ແຂວງ ປະກອບມີ 03 ໜ່ວຍພັກຂຶ້ນກັບຄື: ໜ່ວຍພັກຂະແຫນງບໍລິຫານ ແລະຈັດຕັ້ງ, ໜ່ວຍພັກຂະແໜງນ້ຳ ແລະ ສິ່ງແວດລ້ອມ ແລະ ໜ່ວຍພັກຂະແໜງທີ່ດິນ, ມີຈຳນວນສະມາຊິກພັກທັງໝົດ 98 ສະຫາຍ, ຍິງ 40 ສະຫາຍ ໃນນີ້ ມີສະມາຊິກພັກສົມບູນ 94 ສະຫາຍ, ມີຄະນະພັກຮາກຖານ 05 ສະຫາຍ. ດ້ານການນຳພາ-ຊີ້ນຳປັບປຸງກໍ່ສ້າງພັກໃນ ໄລຍະຜ່ານມາ, ຄະນະ ພັກຮາກຖານ ກໍ່ສາມາດຍາດມາ ໄດ້ຜົນງານໃນຫຼາຍດ້ານແຕ່ອັນ ພົ້ນເດັ່ນກວ່າໝູ່ແມ່ນ 03 ໜ່ວຍພັກ ທີ່ຂຶ້ນກັບຄະນະພັກຮາກຖານໄດ້ ຮັບໃບຢັ້ງຢືນໜ່ວຍພັກປອກໃສ, ເຂັ້ມແຂງ ແລະ ໜັກແໜ້ນຫລາຍປີ ຕິດຕໍ່ກັນ, ຕະຫລອດ 04 ປີກວ່າ ທີ່ຜ່ານມາ, ໄດ້ຮັບມະຫາຊົນກ້າວ ໜ້າເຂົ້າເປັນສະມາຊິກພັກສຳຮອງໄດ້ 27 ສະຫາຍ, ທຽບໃສ່ ຄາດໝາຍມະຕິກອງ ປະຊຸມໃຫຍ່ ເຫັນວ່າເພີ່ມຂຶ້ນ 1,29% ແລະ ມີເປົ້າໝາຍມະຫາຊົນກ້າວໜ້າທີ່ຈະໄດ້ນຳສະເໜີຄະນະພັກຂັ້ນເທິງ ເປີດຮຽນສະໜັບສະໜູນໃນຕໍ່ ໜ້າຈຳນວນ 05 ສະຫາຍ, ດ້ານການປະຕິບັດວຽກງານທີ່ດິນ ສາມາດສຳຫຼວດວັດແທກທີ່ດິນໄດ້ ຈຳນວນ 93.568 ຕອນ, ທຽບໃສ່ແຜນການ 05 ປີ ເທົ່າກັບ 89,11%( 105.000 ຕອນ), ເຊັນໃບຕາດິນ 54.972 ຕອນ ແລະ ຈ່າຍໃບຕາດິນໃຫ້ 14 ເມືອງ, 1 ນະຄອນ ໄດ້ 52.516 ຕອນ, ມາຮອດປະຈຸບັນທົ່ວແຂວງ ສາມາດປະຕິບັດການຂຶ້ນທະບຽນອອກໃບຕາດິນໄດ້ 227.226 ຕອນ, ທຽບໃສ່ສະຖິຕິສຳມະໂນທີ່ດິນໃນຂອບເຂດທົ່ວແຂວງຈຳນວນ 428.509 ຕອນ, ເທົ່າກັບ 53,02%, ໄດ້ສຳເລັດການສ້າງ ໜ່ວຍງານພິສູດຫຼັກຖານ ອອກໃບຕາດິນຂອງໂຄງການອອກໃບຕາດິນໄດ້ 3 ໜ່ວຍງານປະຈຳຢູ່ 3 ເມືອງຄື: ອຸທຸມພອນ, ໄຊບູລີ ແລະ ເມືອງສອງຄອນຂອງໂຄງ ການຂຶ້ນທະບຽນອອກໃບຕາດິນ ຢ່າງເປັນລະບົບໃນຂອບເຂດທົ່ວປະເທດ.

        ກອງປະຊຸມ ຍັງໄດ້ມີການ ຄົ້ນຄວ້າປະກອບຄຳຄິດຄຳເຫັນ ຕໍ່ບົດລາຍງານການເມືອງ ແລະ ບົດສຳຫຼວດການນຳພາ ພ້ອມທັງ ຮັບຟັງການໃຫ້ທິດຊີ້ນຳຈາກຄະນະພັກຂັ້ນເທິງ ຈາກນີ້ກໍ່ໄດ້ມີການ ແນະນຳການຂຽນບົດສຳຫຼວດ ບຸກ ຄົນຄະນະພັກຮາກຖານ, ບຸກຄົນເລຂາໜ່ວຍພັກ ແລະ ຄຳຕຳນິສົ່ງຂ່າວແບບປິດລັບ ພ້ອມ ທັງມີການເຊື່ອມຊຶມມະຕິ 03/ກມສພ, ວ່າດ້ວຍມາດຖານຂອງ ພະນັກງານນຳພາ-ຄຸ້ມຄອງ, ແນະນຳ ແລະ ດຳເນີນການທາບທາມຄະນະພັກຮາກຖານຊຸດໃໝ່ ໃນຮອບທີ 1 ແລະ ຮອບທີ 2.