ໃນຕອນບ່າຍເວລາ 13 ໂມງ 30 ນາທີ  ຂອງວັນທີ 19 ຕຸລາ 2022 ທີ່ຫ້ອງປະຊຸມຊັ້ນ 02 ຂອງພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ໄດ້ຈັດກອງປະຊຸມ ກ່ຽວກັບການລົງເຄື່ອນໄຫວ ລົງຕິດຕາມກວດກາ, ຊຸກຍູ້ບັນດາພະແນກການທີ່ມີແຜນການສ້າງ ແລະ ປັບປຸງນິຕິກໍາໃຕ້ກົດໝາຍ ( ຂໍ້ຕົກລົງຂອງທ່ານເຈົ້າ ແຂວງ ) ໂດຍການເປັນປະທານຮ່ວມ ຂອງ ທ່ານ ພູທອນ ຍອດບຸນເຮືອງ ກໍາມະການພັກແຂວງ, ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ທ່ານ ທອງໄສ ອິນທິແສງ ຄະນະປະຈໍາສະພາ, ປະທານຍຸຕິທໍາ ປກຊ-ປກສ, ພ້ອມດ້ວຍຮອງປະທານກໍາມະການເສດຖະກິດ ແຜນການ ແລະ ການເງິນ, ຮອງຫົວໜ້າພະແນກ ຊສ, ຕາງໜ້າພະແນກຍຸຕິທໍາ, ຫ້ອງວ່າການແຂວງ, ຕາງໜ້າຈາກກອງບັນຊາການ ປກຊ-ປກສ ແຂວງ,ຫົວໜ້າຫ້ອງການ, ຫົວໜ້າຂະແໜງຂອງ ພຊສ ແຂວງ ມີຜູ້ເຂົ້າຮ່ວມທັງໝົດ 20 ທ່ານ, ຍິງ 05 ທ່ານ.

ເພື່ອຕິດຕາມກວດກາ, ຊຸກຍູ້ກ່ຽວກັບແຜນການສ້າງ ແລະ ປັບປຸງນິຕິກໍາໃຕ້ກົດໝາຍ ( ຂໍ້ຕົກລົງຂອງທ່ານເຈົ້າແຂວງ ) ຂອງພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເຊິ່ງປະກອບມີ : 

-  ຮ່າງຂໍ້ຕົກລົງວ່າດ້ວຍແຜນຄຸ້ມຄອງສິ່ງແວດລ້ອມຮອບດ້ານ ( ສ້າງໃໝ່ );

- ຮ່າງຂໍ້ຕົກລົງວ່າດ້ວຍການກໍານົດເຂດປະເມີນລາຄາທີ່ດິນ ແລະ ສິ່ງປຸກສ້າງ ພາຍໃນແຂວງສະຫວັນນະເຂດ ( ປັບປຸງ );

- ຮ່າງຂໍ້ຕົກລົງວ່າດ້ວຍການຄຸ້ມຄອງຂີ້ເຫຍື້ອໃນຕົວເມືອງ ແລະ ນະຄອນຂອງແຂວງ ສະຫວັນນະເຂດ ( ສ້າງໃໝ່ ).

    ທ່ານຫົວໜ້າ ພຊສ ແຂວງ ໄດ້ລາຍງານ ກ່ຽວກັບການຈັດຕັ້ງປະຕິບັດ ແລະ ແຜນການສ້າງ

  1. ການຈັດຕັ້ງປະຕິບັດ ຂອງແຜນການດັ່ງກ່າວທີ່ບໍ່ສາມາດບັນລຸໄດ້ຍ້ອນ ມີການປັບປຸງຫົວຂໍ້ຈາກສະພາປະ ຊາຊົນແຂວງຈາກ ແຜນຈັດສັນທີ່ດິນ, ຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ ລ້ອມແບບຮອບດ້ານຂອງແຂວງ ມາເປັນຂໍ້ຕົກ ລົງຂອງທ່ານເຈົ້າແຂວງໆ ສະຫວັນນະເຂດວ່າດ້ວຍການຮັບຮອງເອົາ ແຜນຈັດສັນທີ່ດິນເບື້ອງຕົ້ນຂອງແຂວງສະຫວັນນະເຂດ ຮອດປີ 2025 ” ສ່ວນການຄຸ້ມຄອງ ສິ່ງແວດລ້ອມແບບຮອບດ້ານ ຂອງແຂວງ ແມ່ນໃຫ້ຄົ້ນຄວ້າເປັນຫົວຂໍ້ສະ ເພາະຕື່ມອີກແລ້ວຈຶ່ງປັບປຸງເຂົ້າເປັນອັນດຽວ;
  2. ການສ້າງນິຕິກໍາໃຕ້ກົດໝາຍ ການຄຸ້ມຄອງສິ່ງເສດເຫຼືອ ໃນທົ່ວແຂວງສະຫວັນນະເຂດ ວ່າຈະໃຫ້ສືບ ຕໍ່ຫຼື ບໍ່ ? ຕາມຄໍາເຫັນຊີ້ນໍາ ຂອງທ່ານເຈົ້າແຂວງ ໃນກອງປະຊຸມກະກຽມຄວາມພ້ອມ ກອງປະຊຸມສະໄໝສາມັນ ເທື່ອທີ 03 ຂອງສະພາປະ ຊາຊົນແຂວງ ຊຸດທີ II, ໃນຄັ້ງວັນທີ 16 ມີຖຸນາ 2022 ຢູ່ທີ່ຫ້ອງວ່າການແຂວງ;
  3. ພາຍຫຼັງສໍາເລັດກອງປະຊຸມເທື່ອທີ່ 03 ຊຸດທີ່ 02 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຄັ້ງວັນທີ 27 ຫາ 29 ກໍລະກົດ 2022 ທາງພະແນກກໍ່ໄດ້ປະຕິບັດຕາມຄໍາແນະນໍາຂອງສະມາຊິກສະພາແຫ່ງຊາດ, ສະພາປະຊາຊົນແຂວງ ທີ່ໄດ້ປະກອບຄໍາເຫັນໃນທີປະຊຸມ ກ່ຽວກັບການກະກຽມ, ປັບປຸງນິຕິກໍາດັ່ງກ່າວ ທາງພະແນກກໍ່ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບວຽກງານການປັບປຸງນິຕິກໍາໃຕ້ກົດໝາຍ ( ເຂດປະເມີນລາ ຄາທີ່ດິນ ແລະ ສິ່ງປຸກສ້າງ )ຢູ່ພາຍໃນ ພະແນກ ຊສ ແຂວງ ເບື້ອງຕົ້ນໄດ້ມອບໃຫ້ຂະແໜງທີ່ດິນ ປະສານສົມທົບກັບຄະນະກໍາມະການສ້າງນິຕິກໍາເພື່ອກະກຽມໃນການດໍາເນີນການຈັດຕັ້ງປະຕິບັດ ໃນຕົ້ນປີ 2023.

          ຈາກນັ້ນ, ຄະນະປະທານ ກອງປະຊຸມໄດ້ມີຄໍາເຫັນຕໍ່ກອງປະຊຸມ ກ່ຽວກັບວຽກງານດັ່ງກ່າວ ເພື່ອນໍາໄປຈັດຕັ້ງປະຕິບັດ  ໃຫ້ບັນລຸ ຕາມແຜນການ ແລະ ຄາດໝາຍສູ້ຊົນ ທີວາງໄວ້.

ມາຮອດເວລາ 16 ໂມງ 00 ນາທີ ກອງປະຊຸມກໍ່ໄດ້ປິດລົງຢ່າງເປັນທາງການ.