ໃນຕອນເຊົ້າຂອງວັນທີ 12 ມັງກອນ 2023 ທີ່ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງ ແວດລ້ອມແຂວງ ໄດ້ຈັດກອງປະຊຸມ ໃນການລົງຕິດຕາມ, ຊຸກຍູ້ ແລະ ແນະນໍາການຈັດຕັ້ງປະຕິບັດວຽກງານການເງິນ ຂອງໂຄງການສ້າງຄວາມເຂັ້ມແຂງວຽກງານ ຂຶ້ນທະບຽນອອກໃບຕາດິນຢ່າງເປັນລະບົບ ໂດຍການເປັນປະທານ ຂອງທ່ານ ພູສະຫວັດ ສຸພິດາ ຮອງຫົວໜ້າກົມທີ່ດິນ ( ກຊສ ), ມີຄະນະພະແນກ, ຫົວໜ້າ, ຮອງຫົວໜ້າຂະແໜງທີ່ດິນ, ຄະ ນະວິຊາການຜູ້ ຮັບຜິດຊອບວຽກງານໂຄງ ການຂັ້ນແຂວງ, ຫົວໜ້າໜ່ວຍງານຂຶ້ນທະບຽນອອກໃບຕາດິນປະຈໍາ 03 ເມືອງຄື: ເມືອງສອງຄອນ, ເມືອງໄຊພູທອງ ແລະ ເມືອງອຸທຸມພອນ ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 25 ທ່ານ, ຍິງ 12 ສະຫາຍ. 

       ທ່ານ ປະທານກອງປະຊຸມໄດ້ກ່າວຈຸດປະສົງ ຂອງການປະຊຸມໃນຄັ້ງນີ້ພ້ອມທັງໄດ້ມີຄຳເຫັນຕໍ່ກັບວຽກງານດັ່ງກ່າວ.

          ພາຍຫຼັັງທີ່ທາ່ນ ປະທານໄດ້ມີຄໍາເຫັນແລ້ວ ທາງຄະນະທີມງານຈາກສູນກາງ ໄດ້ແນະນໍາ ແລະ ທົບທວນກ່ຽວກັບການຈັດຕັ້ງປະຕິບັດ ກ່ຽວກັບໜ່ວຍງານການເງິນຂອງໂຄງການຄື:

  1. ໄດ້ທົບທວນຄືນ ແລະ ໄດ້ແນະນໍາກ່ຽວກັບລະບຽບການ ທີ່ຕິດພັນກັບການຈ່າຍເງິນຂອງໂຄງການ ( ລະ ບຽບ 4000/ກງ ແລະ 4612/ກງ );
  2. ແນະນໍາກ່ຽວກັບການປະກອບເອກະສານຂໍ ຈ່າຍງົບປະມານໂຄງການ;
  3. ແນະນໍາກ່ຽວກັບການນໍາໃຊ້ແບບຟອມສະຫຼຸບບັນຊີ ລາຍຮັບ - ລາຍຈ່າຍ;
  4. ແນະນໍາ ແລະ ນໍາພາຈັດຕັ້ງປະຕິບັດຕົວຈິງກ່ຽວກັບການກວດກາເອກະສານ ສະຫຼຸບລາຍຈ່າຍ ແລະ ນໍາໃຊ້ແບບຟອມຕ່າງໆ;
  5. ນໍາພາການຈັດຕັ້ງປະຕິບັດຕົວຈິງກ່ຽວກັບການກວດກາເອກະສານສະຫຼຸບຫຼັງຈ່າຍ ແລະ ນໍາໃຊ້ແບບຟອມຕ່າງໆ.

        ຈາກນັ້ນ, ກໍ່ໄດ້ມີການແລກປ່ຽນປະກອບຄໍາຄິດເຫັນ ໃນບາງຈຸດເຊັ່ນ: ການສ້າງແຜນລາຍຈ່າຍ ເພື່ອຮັບໃຊ້ໃນກິດຈະກໍາຕ່າງໆ ຂອງໂຄງການຕ່າງໆ ຂອງໂຄງການ ລວມທັງການປະກອບເອກະສານຂໍອະນຸມັດຈ່າຍງົບປະມານ.