ໃນຕອນເຊົ້າຂອງວັນທີ 30 ມັງກອນ 2023 ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ຈັດພິທີປະຖະກະຖາ ແລະ ເຊື່ອມຊຶມ ເອກະສານວັນສໍາຄັນຂອງຊາດ ແລະ ຂອງສາກົນ ໂດຍການເປັນປະທານ ຂອງທ່ານ ພູທອນ ຍອດບຸນເຮືອງ ກໍາມະການພັກແຂວງ, ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງ ແວດລ້ອມ, ທ່ານ ນາງ ສີສະຫວັດ ໂຄດຕະວົງສາ ກໍາມະການພັກແຂວງ, ປະທານສະຫະພັນກໍາມະບານແຂວງ, ມີຄະນະພັກ, ຄະນະພະແນກ, ຫົວໜ້າ, ຄະນະຫ້ອງການ, ຄະນະຂະແໜງ ແລະ ພະນັກງານ-ລັດຖະກອນ ພາຍໃນພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ມີຜູ້ເຂົ້າຮ່ວມທັງໝົດ 70 ສະຫາຍ, ຍິງ 38 ສະຫາຍ.ປະກອບມີ 03 ເອກະສານຄື:
- ເອກະສານ ວັນສ້າງຕັ້ງສະຫະພັນກໍາມະບານລາວ ຄົບຮອບ 67 ປີ ( 1/2/1956-1/2/2023 );
- ເອກະສານ ວັນສ້າງຕັ້ງກອງທັບ ປະຊາຊົນປະຕິວັດລາວ ຄົບຮອບ 74 ປີ ( 20/01/1949-20/01/2023 );
- ເອກະສານ ວັນຊາດ ສາທາລະນະລັດກູບາ ຄົບຮອບ 64 ປີ ( 01/01/1959-01/01/2023 ).
ທ່ານ ນາງ ສີສະຫວັດ ໂຄດຕະວົງສາ ກໍາມະການພັກແຂວງ, ປະທານສະຫະພັນກໍາມະບານແຂວງ
ໄດ້ຂຶ້ນຜ່ານເອກະສານ ວັນສ້າງຕັ້ງສະຫະພັນກໍາມະບານລາວ ຄົບຮອບ 67 ປີ ( 01 ກຸມພາ 1956 - 01 ກຸມພາ 2023 ).
ໄດ້ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນ ຂອງການເຕີບໃຫຍ່ຂະຫຍາຍຕົວຂອງອົງການກຳມະບານລາວ, ເຊິ່ງອົງການກຳມະບານລາວ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການຢູ່ເຂດທີ່ໝັ້ນແຂວງຫົວພັນ ແລະ ໄດ້ມອບໃຫ້ ສະຫາຍ ສີສົມພອນ ລໍວັນໄຊ ເປັນຜູ້ຮັບຜິດຊອບ ພາຍໃຕ້ການຊີ້ນຳຂອງຄະນະສູນກາງພັກ ໂດຍມີຈຸດປະສົງ ເພື່ອສືບຕໍ່ໂຄສະນາຂົນຂວາຍ, ເຕົ້າໂຮມກຳມະກອນ, ຊາວຜູ້ອອກແຮງງານບັນດາເຜົ່າໃຫ້ມີຄວາມຕື່ນຕົວປະຕິວັດ, ນ້ຳ ໃຈຮັກຊາດ, ມີທັດສະນະຊົນຊັ້ນກຳມະກອນ, ມີຄວາມຕື່ນຕົວທາງດ້ານຊົນຊັ້ນຢ່າງຈະແຈ້ງ, ເສີມຂະຫຍາຍປະ ຊາທິປະໄຕ, ມີລະບຽບແບບແຜນ, ເປັນພົນລະເມືອງດີຂອງຊາດ, ສົ່ງເສີມການມີວຽກເຮັດງານທຳ ແລະ ເປັນຕົວແທນໃຫ້ແກ່ການປົປປ້ອງສິດ ຜົນປະໂຫຍດອັນຊອບທຳໃຫ້ແກ່ກຳມະກອນ ຊາວຜູ້ອອກແຮງງານລາວບັນດາເຜົ່າກາຍ ເປັນກຳລັງແຮງເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ເປັນເຈົ້າການໃນການຕໍ່ສູ້ກູ້ຊາດ, ປົກປັກຮັກສາ, ສ້າງສາ ແລະ ພັດທະ ນາປະເທດຊາດຕາມເສັ້ນທາງກ້າວສູ່ສັງຄົມນິຍົມ.
ຜ່ານຂະບວນວິວັດແຫ່ງການຕໍ່ສູ້ ພາຍໃຕ້ຄັນທຸງເອກະລາດ ແລະ ປະຊາທິປະໄຕຂອງພັກ, ຂອງອົງການ ຈັດຕັ້ງກຳມະບານລາວນັບແຕ່ໄດ້ຮັບການສ້າງຕັ້ງຂຶ້ນມາ ກໍໄດ້ຕັ້ງໜ້າເຄື່ອນໄຫວ, ກໍ່ສ້າງປັບປຸງບູລະນະການຈັດ ຕັ້ງຂອງຕົນໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງຢ່າງບໍ່ຢຸດຢັ້ງ. ໃນໄລຍະປີ 1966-1978 ສູນກາງພັກ ໄດ້ຕົກລົງປັບປຸງການ ຈັດ ຕັ້ງກຳມະບານລາວໄດ້ມອບໝາຍໃຫ້ ສະຫາຍ ໜູຮັກ ພູມສະຫວັນ ເປັນຜູ້ຮັບຜິດຊອບ, ໂດຍພາຍໃຕ້ການຊີ້ນຳຂອງຄະນະສູນກາງພັກ ເພື່ອສືບຕໍ່ເສີມຂະຫຍາຍສິດເປັນເຈົ້າຂອງມະຫາຊົນ ປະກອບສ່ວນເຂົ້າໃນພາລະກິດຕໍ່ສູ້ປະຕິວັດເພື່ອກໍ່ສ້າງເຂດປົດປ່ອຍເປັນໜຶ່ງ ກຽມທຸກເງື່ອນໄຂເພື່ອປົດປ່ອຍປະເທດຊາດຢ່າງສົມບູນ. ໄລຍະແຕ່ 1979-1982 ເພື່ອກະກຽມໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ຜູ້ແທນກຳມະບານທົ່ວປະເທດຄັ້ງທີ 1 ສູນກາງພັກ ໄດ້ແຕ່ງຕັ້ງຄະ ນະຂົນຂວາຍປັບປຸງການຈັດຕັ້ງກຳມະບານລາວຂື້ນ ເຊິ່ງປະກອບມີ 5 ສະຫາຍ ໂດຍແມ່ນ ສະຫາຍ ສະນັ່ນ ສຸດທິຈັກ ກຳມະການສູນກາງພັກ ເປັນປະທານ, ສະຫາຍ ບຸນທຳ ຂຸນລະວິເສດອາຄົມ ແລະ ສະຫາຍ ຫວ່າງ ຈັນເທມາ ເປັນຄະນະ. ໃນວັນທີ 14-16 ທັນວາ ປີ 1983 ກອງປະຊຸມໃຫຍ່ຜູ້ແທນກໍາມະບານລາວທົ່ວປະເທດໄດ້ໄຂຂຶ້ນຢ່າງສະຫງ່າຜ່າເຜີຍຢູ່ນະຄອນຫລວງວຽງຈັນ, ເປັນກຽດເຂົ້າຮ່ວມ ແລະ ໂອ້ລົມໂດຍ ສະຫາຍ ໄກສອນ ພົມ ວິຫານ.
ວັນທີ 14-16 ທັນວາ 1983 ກອງປະຊຸມໃຫຍ່ກຳມະບານລາວຄັ້ງທີ I ແມ່ນຍອດສູງສຸດຂອງການດໍາເນີນຊີວິດການເມືອງ ອັນກວ້າງໃຫຍ່ຂອງຊົນຊັ້ນກຳມະກອນ, ເຊິ່ງໄດ້ດຳເນີນແຕ່ຂັ້ນພື້ນຖານ, ເມືອງ, ຂະແໜງການ, ແຂວງໃນທົ່ວປະເທດ ໂດຍມີຜູ້ແທ່ນສົມບູນເຂົ້າຮ່ວມ 182 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກກໍາມະບານທົ່ວປະ ເທດ 50.000 ກວ່າສະຫາຍ, ກອງປະຊຸມຄັ້ງນີ້ ໄດ້ວາງທິດທາງໜ້າທີ່ລວມສຳລັບກຳມະບານລາວໃນໄລຍະປີ 1984-1989 ຄື: ຂົນຂວາຍ, ສຶກສາອົບຮົມ ແລະ ຈັດຕັ້ງກຳມະກອນ, ລັດຖະກອນໃຫ້ເປັນເຈົ້າລວມໝູ່ສັງຄົມນິຍົມຢ່າງແທ້ຈິງ.
ທ່ານ ພູທອນ ຍອດບຸນເຮືອງ ກໍາມະການພັກແຂວງ, ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງ ແວດລ້ອມ ໄດ້ປາຖະກະຖາ ມູນເຊື້ອກ່ຽວກັບ ວັນສ້າງຕັ້ງກອງທັບ ປະຊາຊົນປະຕິວັດລາວ ຄົບຮອບ 74 ປີ ( 20/01/1949-20/01/2023 ) ໂດຍໄດ້ກ່າວຫວນຄືນປະຫວັດ ແລະ ວິລະກໍາອັນລໍ້າເລີດຂອງກອງທັບ ປະຊາຊົນລາວ ເຊິ່ງໄດ້ຮັບການສ້າງ ຕັ້ງຂຶ້ນ ໃນວັນທີ 20 ມັງກອນ 1949 ໂດຍປະທານໄກສອນ ພົມວິຫານ ຜ່ານຍ່ານທາງແຫ່ງການສ້າງຕັ້ງ, ສູ້ຮົບມີໄຊ ແລະ ເຕີບໃຫຍ່ຂະຫຍາຍຕົວພາຍໃຕ້ການນຳພາອັນປີຊາສາມາດ ສະຫຼາດສ່ອງໃສຂອງພັກປະຊາຊົນປະຕິ ວັດລາວ ກອງທັບປະຊາຊົນລາວໄດ້ຜ່ານຜ່າອຸປະສັກນາໆປະການ, ເຕັມໄປດ້ວຍການເສຍສະຫຼະອັນໃຫຍ່ຫຼວງ ໃນພາລະກິດຕໍ່ສູ້ປົດປ່ອຍປະເທດຊາດ, ເຮັດສຳເລັດພາລະກຳປະຫວັດສາດທີ່ພັກ ແລະ ປະຊາຊົນມອບ ໝາຍໃຫ້ຢ່າງມີໄຊ, ສາມາດຕີເອົາຊະນະຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະແບບໃໝ່ ພ້ອມດ້ວຍລູກແຫຼ້ງຕີນມືຂອງພວກເຂົາ ສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນ, ສະຖາປະນາເປັນປະເທດ ສປປ ລາວ ໃນວັນທີ 2 ທັນວາ 1975 ຢ່າງສະຫງ່າຜ່າເຜີຍ; ມາເຖິງປັດຈຸບັນກອງທັບປະຊາຊົນລາວຍັງເປັນກຳລັງຫຼັກແຫຼ່ງ ໃນການປົກປັກຮັກສາໝາກຜົນຂອງການປະຕິວັດ ແລະ ລະບອບໃໝ່ໄວ້ໄດ້ຢ່າງໝັ້ນຄົງ, ການສ້າງຕັ້ງກອງທັບປະຊາຊົນລາວວັນທີ 20 ມັງກອນ 1949 ແມ່ນມີຄວາມໝາຍຄວາມສຳຄັນ ແລະ ບາດກ້າວແຫ່ງການຂະຫຍາຍຕົວຂອງການປະຕິວັດ, ແມ່ນການເຕີບໃຫຍ່ຂະຫຍາຍຕົວຂອງການປະຕິວັດ, ການເຕີບໃຫຍ່ເຂັ້ມແຂງ ຂອງກຳລັງປະກອບອາວຸດປະຕິວັດ ເພາະເປັນກຳລັງຫຼັກແຫຼ່ງໃຫ້ຂະບວນການຕໍ່ສູ້ຂອງປະຊາຊົນລາວ ເພື່ອຄວາມເປັນເອກະລາດແຫ່ງຊາດ. ຜ່ານຍ່ານທາງ 74 ປີ ແຫ່ງການປະຕິ ວັດຕໍ່ສູ້ປົດປ່ອຍຊາດ ແລະ ໄລຍະປະຕິບັດພາລະກິດປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ ກອງທັບປະຊາຊົນລາວເຮົາສາມາດສ້າງໄດ້ທາດແທ້, ມູນເຊື້ອອັນສະຫງ່າງາມຂອງຕົນ. ຍ້ອນວ່າກອງ ທັບປະຊາຊົນລາວແມ່ນກອງທັບປະຕິວັດແບບໃໝ່ຂອງຊົນຊັ້ນກຳມະກອນລາວ, ໂດຍປະຊາຊົນ ແລະ ຕໍ່ສູ້ເພື່ອສິດຜົນປະໂຫຍດຂອງປະຊາ ຊົນຢ່າງແທ້ຈິງ.
ຈາກນັ້ນ, ທ່ານ ກໍໄດ້ໃຫ້ກຽດປາຖະກະຖາວັນຊາດ ສາທາລະນະລັດກູບາ ຄົບຮອບ 64 ປີ ( 01/01/1959-01/01/2023 ) ແມ່ນວັນແຫ່ງໄຊຊະນະອັນຍິ່ງໃຫຍ່ໃນປະຫວັດສາດ ແຫ່ງການຕໍ່ສູ້ກູ້ຊາດ ນັບແຕ່ປະເທດຊາດໄດ້ຮັບການປົດປ່ວຍ ພັກ ແລະ ລັດຖະບານກູບາ ໄດ້ອອກແຮງເຕົ້າໂຮມກຳລັງຄວາມສາມັກຄີເປັນປືກແຜ່ນໃນທົ່ວປວງຊົນ ເພື່ອພາລະກິດແຫ່ງການປົກປັກຮັກສາປະເທດຊາດ, ປະເທດລາວ ແລະ ກູບາຢູ່ຫາງໄກກັນຄົນລະຊີກໂລກ ແຕ່ການພົວພັນຮ່ວມມື ລະຫວ່າງສອງ ພັກ-ລັດ ແລະ ປະຊາຊົນລາວ-ກູບາ ແມ່ນມີມູນເຊື່ອອັນດີງາມມາແຕ່ດົນນານ, ມິດຕະພາບຖານສະຫາຍອ້າຍນ້ອງທີ່ສະໜິດສະໜົມ ແລະ ເປັນການຮ່ວມມືຮອບດ້ານສອງຝ່າຍໄດ້ຮັບການສະ ໜັບສະໜູນຊ່ວຍເຫຼືອອັນລຳຄ່າ ແລະ ຈິງໃຈຕໍ່ພາລະກິດການຕໍ່ສູ້ປົດປ່ວຍຊາດຂອງປະຊາຊົນລາວໃນເມື່ອກ່ອນກໍຄືກັນປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປະຈຸບັນ, ສອງຝ່າຍໄດ້ສະໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນທຸເວທີສາກົນ, ລາວ-ກູບາ ໄດ້ສາ້ງສາຍພົວພັນການທູດນຳກັນຕັ້ງແຕ່ວັນທີ 4 ພະຈິກ 1974 ແລະ ໄດ້ຍົກຖາ ນະຈາກສຳນັກງານຜູ້ຕ່າງໜ້າແນວລາວຮັກຊາດ ເປັນສະຖານທູດລາວປະຈຳນະຄອນຫຼວງ ລາຮາວານແຕ່ປີ 1965 ເປັນຕົ້ນມາ.
ການພົວພັນຮວ່ມມືລາວ-ກູບາ: ລາວ ແລະ ກູບາຢູ່ຫ່າງໄກກັນຄົນລະຊີກໂລກ ແຕ່ການພົວພັນຮ່ວມມືລະ ຫວ່າງ 2 ພັກ - ລັດ ແລະ ປະຊາຊົນ 2 ຊາດ - ກູບາ ແມ່ນມີມູນເຊື້ອອັນດີມາແຕ່ດົນນານ, ແມ່ນການພົວພັນມິດ ຕະພາບຖານສະຫາຍອ້າຍນ້ອງທີ່ສະໜິດສະໜົມ ແລະ ເປັນການຮ່ວມມືຮອດດ້ານ. ສອງຝ່າຍໄດ້ໃຫ້ການສະ ໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະ ກັນຕະຫຼອດມາ. ພັກ - ລັດຖະບານ ກູບາໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອອັນລໍ້າຄ່າ ແລະ ຈິງໃຈຕໍ່ພາລະກິດການຕໍ່ສູ້ປົດປ່ອຍຊາດຂອງປະຊາຊົນລາວ ໃນເມື່ອກ່ອນກໍ່ຄືການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປະຈຸບັນ. ສ ປປ ລາວ ຍາມໃດກໍ່ໄດ້ເຄື່ອນໄຫວຢ່າງຕັ້ງໜ້າເພື່ອສະໜັບສະໜູນການຕໍ່ສູ້ອັນເປັນທຳຂອງປະຊາຊົນ ກູບາ ອ້າຍນ້ອງ ຕ້ານການປິດລ້ອມຈາກພາຍນອກທີ່ແກ່ຍາວເປັນເວລາຫຼາຍປີ ສອງຝ່າຍໄດ້ສະໜັບສະໜູນຊ່ວຍເຫຼືອຊຶ່ງກັນ ແລະ ກັນໃນເວທີສາກົນ.
ລາວ ແລະ ກູບາ ໄດ້ສ້າງສາຍພົວພັນການທູດນໍາກັນຕັ້ງແຕ່ວັນທີ 04 ພະຈິກ 1974 ແລະ ໄດ້ຍົກຖານະຈາກສໍານັກງານຜູ້ຕາງໜ້າແນວລາວສ້າງຊາດ ເປັນສະຖານທູດລາວປະຈໍານະຄອນຫຼວງລາຮາວານແຕ່ປີ 1965 ເປັນ ຕົ້ນມາ.
ຈາກນັ້ນ ກໍ່ໄດ້ປະກາດພະນັກງານ-ລັດຖະກອນ ເຂົ້າຮັບອຸດໜູນບໍານານ ຕາມຂໍ້ຕົກລົງ ຂອງທ່ານເຈົ້າ ແຂວງ ວ່າດ້ວຍການອະນຸມັດໃຫ້ລັດຖະກອນອອກຮັບອຸດໜູນບໍານານ ສະບັບເລກທີ 3024,3025, 3026,3027, 3032, 3033, 3034, 3035/ຈຂ.ສຂ, ລົງວັນທີ 15 ທັນວາ 2022 ຈໍານວນ 08 ທ່ານຄື:
- ທ່ານ ບຸນຍອດ ນາມເສນາ ຮອງຫົວໜ້າພະແນກ ຊສ;
- ທ່ານ ພິດສະໄໝ ນາມມຸນຕີ ຮອງຫົວໜ້າພະແນກ ຊສ;
- ທ່ານ ບົວລາ ເທບວົງສາ ຮອງຫົວໜ້າຂະແໜງທີ່ດິນ;
- ທ່ານ ສຸວັນ ວໍລະສຸກຂະ ຮອງຫົວໜ້າຂະແໜງສິ່ງແວດລ້ອມ, ນໍ້າ, ອຸຕຸນິຍົມ ແລະ ອຸທົກກະສາດ;
- ທ່ານ ສີສະຫວ່າງ ນີລະກອນ ຮອງຫົວໜ້າຂະແໜງສິ່ງແວດລ້ອມ, ນໍ້າ, ອຸຕຸນິຍົມ ແລະ ອຸທົກກະສາດ;
- ທ່ານ ໂພຄໍາ ພົມມະລາດ ຮອງຫົວໜ້າຂະແໜງຈັດຕັ້ງ ແລະ ພະນັກງານ;
- ທ່ານ ບຸດສະໄບ ວໍລະສານ ວິຊາການຂະແໜງທີ່ດິນ;
- ທ່ານ ນາງ ບຸນຍັງ ຄໍາສີທອນ ວິຊາການຂະແໜງຈັດຕັ້ງ ແລະ ພະນັກງານ.