Print

 

    ໃນຕອນເຊົ້າເວລາ 08:30 ນາທີ ຂອງວັນທີ 11 ມີນາ 2020, ໄດ້ຈັດກອງປະຊຸມສະຫຼຸບວຽກງານທີ່ດິນ ປະຈຳປີ 2019 ແລະ ວາງທິດທາງແຜນການປີ 2020 ຂຶ້ນຢູ່ທີ່ຫ້ອງປະຊຸມຊັ້ນ 4 ຂອງພະແນກຊັບພະຍາທຳມະຊາດ ແລະ ສິ່ງແວດລ້ອມແຂວງ ໂດຍການເປັນປະທານກອງປະຊຸມ ຂອງທ່ານ ພູທອນ ຍອດບຸນເຮືອງ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວວດລ້ອມແຂວງ, ມີຄະນະພະແນກ, ຫົວໜ້າຫ້ອງການ ຊສ ເມືອງ/ນະຄອນ, ມີບັນດາຫົວໜ້າຂະແໜງ, ຮອງຂະແໜງ ພ້ອມດ້ວຍວິຊາການ ຂອງພະແນກ ຊສ ແລະ ຫ້ອງການ ຊສ ເມືອງ/    ນະຄອນເຂົ້າຮ່ວມ ທັງໝົດ 103 ທ່ານ, ຍິງ 35  ທ່ານ



       

 ທ່ານຫົວໜ້າພະແນກ ຊສ ແຂວງໄດ້ຂື້ນ ກ່າວເປີດກອງປະຊຸມ ແລະ ມອບໃຫ້ທ່ານ ບູລິກາ ອິນທິລາດ ຫົວໜ້າຂະ ແໜງທີ່ດິນ ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານທີ່ດິນປະຈຳປີ 2019 ແລະ ວາງທິດທາງແຜນການ ປີ 2020 ຫຼັງຈາກນັ້ນ ແຂກກອງທີ່ປະຊຸມກໍ່ໄດ້ປະກອບຄຳຄິດ ໃນບາງບັນຫາ ທີ່ຍັງຄົງຄ້າງ, ປະກົດການຫໍ້ຍທໍ້ທາງດ້ານວຽກງານການເງິນ...ທີ່ຕິດພັນກັບການອອກໃບຕາດິນ ແລະ ວິທີການແກ້ໄຂໃນຕໍ່ໜ້າ;

     ຫຼັງຈາກນັ້ນໃນເວລາ 11: 30 ນາທີປະທານກອງປະຊຸມກໍ່ໄດ້ໃຫ້ທິດຊີ້ນຳ ແລະ ໂອ້ລົມ ບາງບັນຫາທີ່ພົ້ນເດັ່ນຕໍ່ກອງປະຊຸມ ມາຮອດເວລາ 12:00 ນາທີ  ທ່ານຫົວໜ້າພະແນກ ຊສ ແຂວງ ກໍ່ໄດ້ກ່າວປິດກອງປະຊຸມວຽກງານທີດິນ ປະຈຳປີ 2019 ລົງຢ່າງເປັນທາງການ.

 ຂໍຂອບໃຈຂໍ້ມູນຈາກ: http://n-p-a-e-d.blogspot.com/