Print

   ໃນຕອນເຊົ້າເວລາ 08:30 ນາທີ ຂອງວັນທີ 12 ມີນາ 2020, ໄດ້ຈັດກອງປະຊຸມການເຜີຍແຜ່ຂໍ້ຕົກລົງແຕ່ງຕັ້ງຄະນະຮັບຜິດຊອບ ການຮ່າງຂໍ້ຫ້າມ ແລະ ມາດຕະການຕໍ່ຜູ້ລະເມີດລະບຽບການດ້ານສິ່ງແວດລ້ອມ ພ້ອມກັນນັ້ນກໍ່ປຶກສາຫາລືກ່ຽວກັບຮ່າງນິຕິກຳ ມາດຕະການສິ່ງແວດລ້ອມ ໃນລະດັບວິຊາການ ໂຄງການຍ່ອຍ ຈັດຂຶ້ນທີ່ຫ້ອງປະຊຸມຊັ້ນ 4 ຂອງ ພະແນກຊັບພະຍາທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ໂດຍການເປັນປະທານຂອງທ່ານ  ຈັນເພັງໃສ ດາລາຊະວົງ ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວວດລ້ອມແຂວງ, ມີຫົວໜ້າຂະແໜງ, ຮອງຂະແໜງ ແລະ ວິຊາການທີ່ກ່ຽວຂ້ອງ ຂອງຂະແໜງການອ້ອມຂ້າງພະແນກ ຊສເຂົ້າຮ່ວມທັງໝົດ 22 ທ່ານ, ຍິງ 06 ທ່ານ;

 

 ພາຍຫຼັງທີ ທ່ານຮອງຫົວໜ້າພະແນກ ຊສ ແຂວງໄດ້ກ່າວເປີດກອງປະຊຸມ ແລະ ມີຄຳຄິດ, ຄຳເຫັນບາງບັນຫາຕໍ່ກອງປະຊຸມ,  ຈາກນັ້ນຕໍ່ມາໃນເວລາ 09: 00 ນາທີ ທ່ານ ສີສະຫວາງ ຮອງຫົວໜ້າຫ້ອງການສິ່ງແວດລ້ອມ ທັງເປັນຫົວໜ້າໂຄງການຍ່ອຍ ຄສລ 2 ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງສະບັບເລກທີ 091/ຈຂ,ສຂ ລົງວັນທີ15 ມັງກອນ 2020, ຫຼັງຈາກນັ້ນ ກໍ່ໄດ້ຜ່ານຮ່າງນິຕິກຳກ່ຽວກັບມາດຕະການຕໍ່ຜູ້ທີ່ລະເມີດລະບຽບການ ທາງດ້ານສິ່ງແວດລ້ອມ, ການຄຸ້ມຄອງສີ່ງເສດເຫຼືອພາຍໃນແຂວງສະຫັວນນະເຂດ ຈາກນັ້ນກໍ່ໄດ້ມີການປະກອບຄຳຄິດ, ຄຳເຫັນ ຕໍ່ກອງປະຊຸມເຊັ້່ນ: ດັດແກ້ບາງເນື້ອໃນນິຕິກຳ

    ມາຮອດເວລາ 11:00 ນາທີ ປະທານກອງປະຊຸມ ກໍ່ໄດ້ຂື້ນໂອ້ລົມສັງລວມສະຫຼຸບ ບັນຫາທີ່ສະເໜີຕໍ່ກອງປະຊຸມຈົນຮອດເວລາ 11:  30  ນາທີ ທ່ານຫົວໜ້າພະແນກ ຊສ ແຂວງ ກໍ່ ໄດ້ກ່າວ ຂອບໃຈ ແລະ ອ່ວຍພອນແຂກທີ່ເຂົ້າຮ່ວມກອງປະຊ ແລະ ໄດ້ກ່າວປິດກອງປະຊຸມລົງຢ່າງເປັນທາງການ.