ໃນຕອນບ່າຍເວລາ 13:30 ນາທີ ຂອງວັນທີ 27 ພຶດສະພາ  2020, ພະແນກ ພຊສ ແຂວງສະຫັວນນະເຂດໄດ້ເຂົ້າຮ່ວມ ກອງປະຊຸມທາງໄກ ( Video Conference ) ພາຍໃຕ້ເປັນປະທານກອງປະຊຸມຂອງ ທ່ານ ອານົງສອນ ພົມມະຈັນ ວ່າການ ຫົວໜ້າກົມທີ່ດິນມີບັນດາພາກສ່ວນກ່ຽວຂ້ອງຂອງ ກຊສ ແລະ ພະແນກ ຊສ,ສຂ ຢ່າງພ້ອມພຽງ ຈຳນວນ 21 ທ່ານ, ຍິງ 04 ທ່ານ.

                ທ່ານ ພູທອນ ຍອດບຸນເຮືອງ ຫົວໜ້າ ພສຊ ແຂວງ ໄດ້ລາຍງານຜົນການເຄື່ອນໄຫວສັງລວມປັບປຸງກ່ຽວກັບແຜນຈັດສັນທີ່ດິນຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແບບຮອບດ້ານ ໃນໄລຍະຜ່ານມາ ພ້ອມທັງແຜນຈັດກອງປະຊຸມສຳມະນາຮ່າງດັ່ງກ່າວຮ່ວມກັບ ສສຊ ແລະ ສສຂ ໃນໂອກາດຕໍ່ໄປ ໂດຍພື້ນຖານເຫັນດີຕາມຮ່າງ ທີ່ພຊສ.ສຂ ສະເໜີ ແລະ ຍ້ອງຍໍຊົມຊື່ນຕໍ່ຄວາມພະຍາຍາມ, ສູ້ຊົນຈັດຕັ້ງປະຕິບັດ ໃນການຮ່າງແຜນດັ່ງກ່າວດ້ວຍ, ພ້ອມທັງໄດ້ມີຄຳເຫັນແນະນຳປັບປຸງບົດດັ່ງກ່າວ ໃຫ້ມີເນື້ອໃນກະທັດຮັດ, ກວມລວມ ແລະ ເຂົ້າໃຈງ່າຍເພື່ອເຮັດໃຫ້ບົດມີເນື້ອໃນຄົບຖ້ວນສົມບູນ, ນອກນັ້ນແມ່ນໄດ້ຊີ້ນຳວຽກງານຕ່າງໆ ທີ່ພົວພັນກັບກົມທີ່ດິນເຊັ່ນ: ການຈັດຊື້-ຈັດຈ້າງ ໃນໂຄງການອອກໃບຕາດິນ,  ການດຳເນີນການອອກໃບຕາດິນປີ 2020, ໄລຍະການປົດລ໋ອກມາດຕະການເຜົ້າລະວັງ, ສະກັດກັ້ນ ຕ້ານພະຍາດ ໂຄວິດ -19 ນຳອີກ.

                     ມາຮອດເວລາ 15 ໂມງ 00 ນາທີ ຂອງວັນທີ 27 ພຶດສະພາ 2020  ກໍ່ໄດ້ປິດກອງປະຊຸມລົງຢ່າງເປັນທາງການ.