ໃນຕອນເຊົ້າເວລາ 08:00 ນາທີ ຂອງວັນທີ 29 ກັນຍາ  2020, ໄດ້ຈັດກກອງປະຊຸມປະຈໍາປີສະຫຼຸບວຽກງານເດີນບໍລິເວນນໍ້າຣາມຊາ, ມີຄະນະຊີ້ນຳໂຄງການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດໃນຂົງເຂດບໍລິເວນນໍ້າຣາມຊາ ຢູ່ ສປປ ລາວ ເຊິ່ງຈັດຢູ່ທີ່ຫ້ອງປະຊຸມຊັ້ນ 2 ຫ້ອງວ່າການປົກຄອງແຂວງ, ພາຍໃຕ້ເປັນປະທານກອງປະຊຸມຂອງ ທ່ານ ທ່ອນແກ້ວ ພຸດທະໄກຍະລາດ  ຮອງເຈົ້າແຂວງໆສະຫັວນນະເຂດ, ມີບັນດາຄະນະນໍາ ທ່ານຮອງເຈົ້າເມືອງໆຈໍາພອນ, ຮອງຫົວໜ້າກົມສິ່ງແວດລ້ອມ, ຫົວໜ້າ ແລະ ຮອງ ຫົວໜ້າພຊສ ແຂວງ ແລະ 08 ຂະແໜງການອ້ອມຂ້າງພະແນກ ພ້ອມດ້ວຍຜູ້ປະສານງານໂຄງການຂັ້ນແຂວງ ແລະ ເມືອງທັງໝົດ ທັງໝົດ 50 ທ່ານ ຍິງ 20ທ່ານ;

           ປະທານກອງປະຊຸມກ່າວເປີດກອງປະຊຸມ,  ຮັບຟັງການລາຍງານ ຜົນການປະເມີນໄລຍະຜ່ານມາຂອງໂຄງການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດໃນຂົງເຂດບໍລິເວນນໍ້າ ຢູ່ ສປປ ລາວ ຈາກ FAO ແລະ ພາບລວມຕ່າງໆທີ່ໄດ້ຈັດຕັ້ງປະຕິບັດບັນດາກິດຈະກໍາ, ຄວາມຄືບໜ້າການຈັດຕັ້ງປະຕິບັດກິດຈະກຳ ແລະ ແຜນຕໍ່ໜ້າ ຂອງແຕ່ລະຂົງເຂດ ເຊັ່ນ: ພຊສ.ສຂ,ພະແນກກະສີກໍາ ແລະ ປ່າໄມ້, ພາກສ່ວນເມືອງຈໍາພອນ ແລະ ວຽກການທ່ອງທ່ຽວ ຫຼັງຈາກນັ້ນ ທ່ານຫົວໜ້າ ພຊສ ກໍ່ໄດ້ໃຫ້ທຸກພາກສ່ວນປະກອບຄຳຄິດຄຳເຫັນ ແລະ ປຶກສາຫາລືວາງແຜນການໃນທິດທາງຕໍ່ໜ້າ.

           ໃນຕອນທ້າຍຂອງກອງປະຊຸມ ທ່ານພູທອນ ຍອດບຸນເຮືອງ ຫົວໜ້າ ພຊສ ໄດ້ສັງລວມບັນຫາ, ໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນຳຕໍ່ກອງປະຊຸມ ຕໍ່ກັບວຽກງານໃນຕໍ່່ໜ້າໃຫ້ໄດ້ຮັບຜົນສຳເລັດຕາມຄາດໝາຍ. ໂຄງການດັ່ງກ່າວຄາດວ່າຈະດໍາເນີນຮອດປີ 2022 ຈື່ງຈະສີ້ນສຸດລົງ

           ມາຮອດເວລາ 16 ໂມງ 00 ນາທີ ຂອງວັນດຽວກັນ  ກອງປະຊຸມກໍ່ໄດ້ປິດລົງຢ່າງເປັນທາງການ.