ໃນຕອນເຊົ້າຂອງວັນທີ 23 ກັນຍາ 2022 ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ໄດ້ຈັດພິທີເຊື່ອມຊຶມ ເອກະສານ 02 ວັນສໍາຄັນຄື: 1. ເອກະສານວັນຊາດ ສສ ຫວຽດນາມ ຄົບຮອບ 77 ປີ ( 2/9/1945-2/9/2022 ); 2. ເອກະສານວັນສ້າງຕັ້ງ ສະຫະພັນນັກຮົບເກົ່າ ແຫ່ງຊາດລາວຄົບຮອບ 20 ປີ ( 2/9/2022-2/9/2022 ). ແລະ ປະກາດພະນັກງານທີ່ເຖິງອາຍຸກະສຽນ ເຂົ້າຮັບອຸດໜູນບໍານານຈໍານວນ 03 ທ່ານ.

ໂດຍການເປັນປະທານ ຂອງສະຫາຍ ພູທອນ ຍອດບຸນເຮືອງ ກໍາມະການພັກແຂວງ, ເລຂາຄະນະພັກຮາກຖານ, ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ, ມີຄະນະພັກ, ຄະນະພະແນກ, ຫົວຄະນະຫ້ອງການ, ຫົວໜ້າ, ຄະນະຂະແໜງ, ສະມາຊິກພັກນັກງານ-ລັດຖະກອນທັງໝົດ ພາຍໃນພະແນກ ຊສ ແຂວງ ມີຜູ້ເຂົ້າຮ່ວມທັງໝົດ 54 ສະຫາຍ, ຍິງ 28 ສະຫາຍ.

ສະຫາຍ ພູທອນ ຍອດບຸນເຮືອງ ກໍາມະການພັກແຂວງ, ເລຂາຄະນະພັກຮາກຖານ, ຫົວໜ້າພະແນກຊັບພະຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ໄດ້ຜ່ານ 02 ເອກະສານຄື:

1. ເອກະສານວັນຊາດ ສສ ຫວຽດນາມ ຄົບຮອບ 77 ປີ ( 2/9/1945-2/9/2022 ):

ຫວນຄືນມູນເຊື້ອວັນຊາດ ທີ 2 ກັນຍາບາງຕອນວ່າ: ກ່ອນໜ້ານີ້ 77 ປີ, ປະຊາຊົນຫວຽດນາມ ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ ສາມາດຍາດໄດ້ໄຊຊະນະ ໃນການປະຕິວັດເດືອນສິງຫາປະຫວັດສາດ, ຍາດອຳນາດການປົກຄອງສູ່ກຳມືຂອງປະຊາຊົນ ແລະ ຢູ່ທີ່ສວນສະໜາມບາດິ່ງ, ປະທານ ໂຮ່ຈິມິນ ໄດ້ອ່ານຖະແຫຼງ ການປະກາດເອກະລາດ ສະຖາປະນາ ລັດຫວຽດນາມປະຊາທິປະໄຕ ສາທາລະນະ, ປັດຈຸບັນແມ່ນສາທາລະນະລັດ ສັງຄົມນິຍົມຫວຽດນາມ. ນີ້ແມ່ນຂີດໝາຍທີ່ເປັນແສງປະກາຍໃນປະຫວັດສາດຂອງຊົນຊາດຫວຽດນາມ, ນຳພາຫວຽດນາມກ້າວເຂົ້າສູ່ສັງກາດໃໝ່ “ສັງກາດແຫ່ງ ເອກະລາດ, ເສລີພາບ, ເປັນເຈົ້າຊາຕະກຳຂອງຕົນເອງ”. ນັບແຕ່ນັ້ນມາເຖິງປັດຈຸບັນ, ປະຊາຊົນຫວຽດນາມໄດ້ຜ່ານບົນເສັ້ນອັນທາງ 30 ປີ ແຫ່ງການຕໍ່ສູ້ລຳບາກຍາກເຂັນເພື່ອປົກປ້ອງເອກະລາດ, ປົດປ່ອຍປະເທດຊາດ, ທ້ອນໂຮມປະເທດຊາດເປັນອັນໜຶ່ງອັນດຽວ ແລະ ຂ້າມຜ່ານ 47 ປີ ແຫ່ງການທັງສ້າງສາ ແລະ ພັດທະນາປະເທດຊາດ, ທັງປົກປັກຮັກສາອຳນາດອະທິປະໄຕ, ຜືນແຜ່ນດິນອັນຄຖ້ວນ ແລະ ຊີວິດການເປັນຢູ່ຂອງປະຊາຊົນມີຄວາມສະຫງົບປອດໄພ. ບົນເສັ້ນທາງທີ່ເຕັມໄປດ້ວຍຄວາມຫຍຸ້ງຍາກລຳບາກ, ຄວາມສູນເສຍ, ຄວາມເຈັບປວດ ແຕ່ກໍເຕັມໄປດ້ວຍຄວາມສະຫງ່າອົງອາດນັ້ນ, ປະຊາຊົນຫວຽດນາມພາຍໃຕ້ການນຳພາອັນສະຫຼາດສ່ອງໃສ ຂອງພັກກອມມູນິດຫວຽດນາມ, ໄດ້ສ້າງວິລະກຳອັນເລີດລ້ຳລືຊາສະໜັ່ນຫວັ່ນໄຫວໄປທົ່ວໂລກຂຶ້ນ, ບັນລຸໄດ້ຜົນສຳເລັດອັນສຳຄັນຍິ່ງ ເອກອ້າງທະນົງໃຈໃນພາລະກິດແຫ່ງການປ່ຽນແປງໃໝ່, ການພັດທະນາເສດຖະກິດ-ສັງຄົມ ຈາກປະເທດທີ່ເປັນຫົວເມືອງຂຶ້ນທີ່ທຸກຍາກ, ຫຼ້າຫຼັງ, ປັດຈຸບັນ ຫວຽດນາມແມ່ນປະເທດໜຶ່ງພວມພັດທະນາຕາມທິດສີຂຽວ ແລະ ຍືນຍົງ, ຍູ້ແຮງການຫັນເປັນອຸດສາຫະກຳ, ທັນສະໄໝ, ຊີວິດການເປັນຢູ່ດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ, ສິດເສລີພາບ, ປະຊາທິປະໄຕໄດ້ຮັບປະກັນ, ດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບມີສະຖຽນລະພາບ, ການເມືອງ-ສັງຄົມມີຄວາມໝັ້ນຄົງ, ວຽກງານການຕ່າງປະເທດ ແລະ ເຊື່ອມໂຍງສາກົນໄດ້ຮັບເພີ່ມທະວີ, ຖານະ ແລະ ອິດທິພົນສາກົນຂອງຫວຽດນາມນັບມື້ນັບສູງ.

2. ເອກະສານວັນສ້າງຕັ້ງ ສະຫະພັນນັກຮົບເກົ່າ ແຫ່ງຊາດລາວຄົບຮອບ 20 ປີ ( 2/9/2022-2/9/2022 ).

 ໄດ້ຫວນຄືນປະຫວັດການສ້າງຕັ້ງສະຫະພັນນັກຮົບເກົ່າ ໃນພາລະກິດຂອງການປະຕິວັດຊາດປະຊາທິປະ ໄຕ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວການຕໍ່ສູ້ອັນຍືດເຍື້ອຍາວນານ, ມີຫຼາຍສະຫາຍໃນກຳລັງປະ ກອບອາວຸດໄດ້ເສຍສະຫຼະຊີວິດ, ຫຼາຍສະຫາຍຖືກບາດເຈັບເສຍອົງຄະ ເພື່ອແລກເອົາຄວາມເປັນເອກະລາດແຫ່ງຊາດ, ເພື່ອຄວາມຜາສຸກຂອງປະຊາຊົນລາວບັນດາເຜົ່າ.

ມາໃນປີ 2002 ສະຫະພັນນັກຮົບເກົ່າ ໄດ້ສ້າງຕັ້ງຂຶ້ນ ໂດຍກົມການເມືອງສູນກາງພັກ ໄດ້ອອກຕາມມະຕິສະບັບ ເລກທີ 68/ກມສພ; ລົງວັນທີ 9/9/2002 ວ່າດ້ວຍການສ້າງຕັ້ງ ສະຫະພັນນັກຮົບເກົ່າແຫ່ງຊາດລາວຂຶ້ນ ແລະ ການຈັດຕັ້ງສະຫະພັນນັກຮົບເກົ່າ ແມ່ນອົງການຈັດຕັ້ງມະຫາຊົນຂອງພັກຊຶ່ງຢູ່ພາຍໃຕ້ການນຳພາ-ຊີ້ນຳຂອງຄະນະບໍ ລິຫານງານສູນກາງພັກ ແລະ ກົມການເມືອງສູນກາງພັກ; ມີຖານະຄືກັບອົງການຈັດຕັ້ງຂອງພັກ-ລັດ ແລະ ອົງການ ຈັດຕັ້ງອື່ນໆຂອງພັກເຄື່ອນໄຫວພາຍໃຕ້ລັດຖະທຳມະນູນ ແລະ ກົດໝາຍແຫ່ງ ສປປ ລາວ; ສະຫະພັນນັກຮົບເກົ່າແຫ່ງຊາດລາວ ມີລະບົບສາຍໂຍການຈັດຕັ້ງປະກອບດ້ວຍ 4 ຂັ້ນຄື: 1. ຂັ້ນສູນກາງ; 2. ຂັ້ນແຂວງ, ກຳແພງນະ ຄອນ ແລະ 3. ຂັ້ນເມືອງ; 4. ຂັ້ນຮາກຖານ (ບ້ານ) ມີບົດບາດເປັນເສນາທິການໃຫ້ແກ່ສູນກາງພັກໃຫ້ແກ່ຄະນະພັກແຕ່ລະຂັ້ນໃນດ້ານວຽກງານຂົນຂວາຍ, ເຕົ້າໂຮມ, ຈັດຕັ້ງ ແລະ ສຶກສາອົບຮົມຖັນແຖວນັກຮົບເກົ່າໃຫ້ຮັກສາທາດແທ້ມູນ ເຊື້ອອັນດີງາມຂອງການປະຕິວັດ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງນັກຮົບເກົ່າ ແລະ ປະຊາຊົນບັນ ດາເຜົ່າໃນຂອບເຂດທົ່ວປະເທດ.

ພ້ອມກັນນີ້, ໃນພິທີຍັງໄດ້ມີພິທີປະກາດພະນັກງານທີ່ເຖິງອາຍຸກະສຽນເຂົ້າຮັບອຸດໜູນບຳນານ ຈໍານວນ 03 ທ່ານຄື:

  • ທ່ານ ບຸນຊູ ວົງສະຫວັນ ຫົວໜ້າຂະແໜງຈັດຕັ້ງ ແລະ ພະນັກງານ;
  • ທ່ານ ບຸນຊູ ພູບຸນຍັງ ຫົວໜ້າຂະແໜງກວດກາ;
  • ທ່ານ ຄຳມູນ ສຸວັນນະພູມ ຮອງຫົວໜ້າຂະແໜງຈັດຕັ້ງ ແລະ ພະນັກງານ.

ຕາມຂໍ້ຕົກລົງ ຂອງທ່ານເຈົ້າແຂວງສະບັບເລກທີ 978, 979, 980/ ຈຂ.ສຂ, ລົງວັນທີ 17 ມີຖຸນາ 2022 ອີກດ້ວຍ.

 

ໃນຕອນເຊົ້າ ຂອງວັນທີ 29 ມີຖຸນາ ປີ 2022 ເວລາ 09 ໂມງ 30 ນາທີ  ໄດ້ຈັດກອງປະຊຸມທີ່ ຫ້ອງປະຊຸມ ຊັ້ນ 02 ຂອງພະແນກຊັບພະຍາກອນທຳມະຊາດ ແລະ  ສິ່ງແວດລ້ອມ ແຂວງສະຫວັນນະເຂດ ໂດຍການເປັນປະທານຮ່ວມຂອງ ທ່ານ ໂລນຄຳ ອາດສະນາວົງ ຫົວໜ້າສະຖາບັນ ຄົ້ນຄ້ວາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ທ່ານ ຈັນເພັງໃສ ດາລາຊະວົງ ຮອງຫົວໜ້າ ພຊສ ແຂວງ ສະຫວັນນະເຂດ ມີຄະນະທີມຈາກສູນກາງ, ຜູ້ເຂົ້າຮ່ວມຈາກຂະແໜງ ການ, ວິຊາການທີ່ກ່ຽວຂ້ອງ ພາຍໃນພະແນກ ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 16 ທ່ານ, ຍິງ 07 ທ່ານ.

ພາຍຫຼັງທີ່ທ່ານປະທານໄດ້ມີຄໍາເຫັນຕໍ່ກອງປະຊຸມແລ້ວ ທາງຄະນະທີມງານຈາກສູນກາງກໍ່ໄດ້ ແນະນໍາ ແລະ ອະທິບາຍກ່ຽວກັບບັນດາຮ່າງສະຖິຕິທີ່ກ່ຽວພັນກັບວຽກງານ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເຊັ່ນ:

  • ແນະນໍາຮ່າງແບບຟອມ ປະເມີນສະພາບຄວາມຕ້ອງການນໍາໃຊ້ ສະຖິຕິຊັບພະຍາກອນທໍາມະຊາດ ແລະ ສິ່ງ ແວດລ້ອມ;
  • ຮ່າງແບບຟອມປະເມີນຄວາມຕ້ອງການ ຂໍ້ມູນໃນການນໍາໃຊ້ສະຖິຕິ ຊສ;
  • ທາບທາມໂຕຊີ້ບອກ, ສະຖິຕິຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ທີ່ຕ້ອງການເກັບກໍາ ແລະ ລາຍງານຂໍ້ມູນ;

ຫຼັງຈາກນັ້ນ ທ່ານ ໂລນຄຳ ອາດສະນາວົງ ຫົວໜ້າສະຖາບັນ ຄົ້ນຄ້ວາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ກໍ່ໄດ້ມອບປຶ້ມສະຖິຕິຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໃຫ້ແກ່ ພຊສ ແຂວງ ເຊິ່ງເປັນກຽດຮັບໂດຍ ທ່ານ ຈັນເພັງໃສ ດາລາຊະວົງ ຮອງຫົວໜ້າ ພຊສ ແຂວງ.

ກອງປະຊຸມໄດ້ດໍາເນີນ ມາຮອດເວລາ 11 ໂມງ 50 ນາທີ ຂອງວັນດຽວກັນ ກອງປະຊຸມກໍ່ໄດ້ປິດລົງຢ່າງຈົບງາມ.

 

ໃນຕອນເຊົ້າ ຂອງວັນທີ 10 ມີຖຸນາ 2022 ໄດ້ສ້າງຂະບວນການອອກແຮງງານອະນາໄມລວມ ພາຍໃນຕຶກອາຄານສະຖານທີເຮັດວຽກ ແລະ ຫ້ອງປະຊຸມ ຂອງພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເພື່ອເປັນການສືບຕໍ່ປະຕິບັດຂໍ້ແຂ່ງຂັນຂອງ 03 ອົງການຈັດຕັ້ງມະຫາຊົນພາຍໃນ ພຊສ ແລະ ເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນວັນສໍາຄັນຕ່າງໆຂອງຊາດ ແລະ ສາກົນ ມີຜູ້ເຂົ້າຮ່ວມທັງໝົດ 54 ສະຫາຍ, ຍິງ 35 ສະຫາຍ.

 

ຕອນແລງ ເວລາ 08 ໂມງ 30 ນາທີ ຂອງວັນທີ 21 ມີຖຸນາ 2022 ໜ່ວຍພັກ ຂະແໜງບໍລິຫານ ແລະ ຈັດຕັ້ງ ໄດ້ຈັດພິທີຮັບມະຫາຊົນກ້າວໜ້າເຂົ້າພັກສຳຮອງ ຢູ່ທີ່ຫ້ອງປະຊຸມ​ໃຫຍ່ ຊັ້ນ IV ຂອງພະແນກຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ແຂວງສະຫວັນນເຂດ ​ໂດຍ​ການປະທານຂອງ ສະຫາຍ ພູທອນ ຍອດບຸນເຮືອງ ກຳມະການພັກແຂວງ, ເລຂາຄະນະພັກຮາກຖານ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ມີເລຂາໜ່ວຍພັກ, ປະທານກວດກາພັກ, ຄະນະພັກ, ສະມາຊິກພັກ​ສົມບູນ ​ແລະ ສຳຮອງ ພາຍໃນໜ່ວຍເຂົ້າຮ່ວມທັງໝົດ 23 ສະຫາຍ, ຍິງ 11 ສະຫາຍ.

ໃນພິທີດັ່ງກ່າວ ສະຫາຍ ປິດຕາ ໄຊຍະລາດ ຄະນະພັກຮາກຖານ, ຮອງເລຂາໜ່ວຍພັກຂະແໜງບໍລິຫານ ແລະ ຈັດຕັ້ງ ໄດ້ຂື້ນຜ່ານ ມະຕິຕົກລົງຂອງຄະນະປະຈຳພັກແຂວງ ວ່າດ້ວຍການຮັບມະຫາຊົນກ້າວໜ້າເຂົ້າພັກສຳຮອງ ຈຳນວນ 2 ສະບັບຄື: ເລກທີ 495/ຄປພຂ, 496/ຄປພຂ ລົງວັນທີ 10 ພຶດສະພາ 2022; 

ຈາກນັ້ນ ສະຫາຍ ສີວິໄລພອນ ສີສຸວົງ ຄະນະພັກຮາກຖານ, ທັງເປັນເລຂາໜ່ວຍພັກຂະແໜງບໍລິຫານ ແລະ ຈັດຕັ້ງ ໄດ້ເປັນກຽດ ຂຶ້ນມອບມະຕິຕົກລົງຂອງຄະນະປະຈໍາພັກແຂວງ ວ່າດ້ວຍການອະນຸມັດຮັບເອົາມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ສະບັບເລກທີ 495-496 ພຶດສະພາ 2022 , ພ້ອມທັງໄດ້ ອະທິບາຍຄວາມໝາຍ, ສັນຍາລັກ ຂອງທຸງຊາດ ແລະ ທຸງພັກ ໃຫ້ສະຫາຍສະມາຊິກພັກສຳຮອງ ໄດ້ຮັບຮູ້ ແລະ ເຂົ້າໃຈ;

 

ໃນຕອນທ້າຍ ຂອງພິທີ ສະຫາຍ ພູທອນ ຍອດບຸນເຮືອງ ເປັນກຽດໂອ້ລົມຕໍ່ພິທີດັ່ງກ່າວ ເຊິ່ງສະຫາຍໄດ້ເລົ່າເຖີງມູນເຊື້ອ ແລະ ການເປັນມາຂອງພັກປະຊາຊົນປະຕິວັດລາວ, ຜ່ານກົດລະບຽບພັກ ປະຊາຊົນປະຕິວັດລາວ ສະໄໝທີ XI ໂດຍຫຍໍ້ ໃນນັ້ນສະຫາຍໄດ້ເນັ້ນໜັກຕໍ່ໜ້າທີສະມາຊິກພັກ, ຂໍ້ຫ້າມຂອງສະມາຊິກພັກ ແລະ  ຮຽກຮ້ອງມາຍັງ ຄະນະພັກ, ສະມາຊິກພັກ ທຸກສະຫາຍ ໃຫ້ມີທັດສະນະຫຼັກໝັ້ນດ້ານການເມືອງ – ແນວຄິດ, ຍົກສູງຄວາມ ຮັບ ຜິດຊອບເສຍສະຫຼະສ່ວນຕົວ ເພື່ອສ່ວນລວມ, ເປັນແບບຢ່າງທີ່ດີ ໃຫ້ແກ່ມະຫາຊົນ, ມີຄວາມສື່ສັດສຸດຈະລິດ ຕໍ່ໜ້າທີວຽກງານ, ມີຄວາມສາມັກຄີ ແລະ ເອົາໃຈໃສ່ຕໍ່ໜ້າທີການເມືອງ ທີ່ພັກມອບໝາຍໃຫ້ ແລະ ຝຶກຝົນຫຼໍ່ຫຼອມຕົນເອງເປັນສະມາຊິກພັກທີ່ດີເດັ່ນ, ປອດໃສ ເຂັ້ມແຂງ ໜັກແໜ້ນ.  ຫຼັງຈາກນັ້ນ ສະມາຊິກພັກໃໝ່ຂື້ນຮັບຄຳໂອ້ວາດ ແລະ ປະຕິຍານຕົນຕໍ່ພິທີ;

ພິທີດັ່ງກ່າວ ໄດ້ປິດລົງຢ່າງເປັນທາງການ ໃນເວລາ: 12:00 ນາທີ ຂອງວັນດຽວກັນ.

 

ໃນຕອນເຊົ້າຂອງວັນທີ 15 ມີຖຸນາ 2022 ເວລາ 8 ໂມງ 30 ນາທີ ຢູ່ທີຫ້ອງປະຊຸມຊັ້ນ 4 ຂອງພະແນກຊັບ ພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ໂດຍການເປັນປະທານ ຂອງທ່ານ ພູທອນ ຍອດບຸນເຮືອງ ຫົວ   ໜ້າພະແນກ ຊສ ແຂວງ ມີພະແນກການອອ້ມຂ້າງແຂວງ ເຊັ່ນ: ສະພາປະຊາຊົນແຂວງ, ພະແນກຍຸຕິທໍາ, ພະແນກກະສິກໍາ ແລະ ປ່າໄມ້, ພະແນກໂຍທາທິການ ແລະ ຂົນສົ່ງ, ພະແນກ ຖວທ, ເຂດເສດຖະກິດພິເສດ, ກອງບັນຊາການ ປກຊ ແຂວງ, ພະແນກອຸດສາຫະກໍາ ແລະ ການຄ້າ, ພະແນກພະລັງງານ ແລະ ບໍ່ແຮ່, ຂະແໜງການທີ່ຂຶ້ນກັບພະແນກ ຊສ ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 21 ທ່ານ, ຍິງ 04 ທ່ານ;

ທ່ານ ປະທານກອງປະຊຸມ ໄດ້ມີຄໍາເຫັນ ຕໍ່ກັບການຈັດຕັ້ງປະຕິບັດ ເຊິ່ງໃນເບື້ອງຕົ້ນ ການຜັນຂະຫຍາຍແຜນຈັດສັນທີ່ດິນ ໃນໄລຍະຜ່ານມາ ໃນແຕ່ລະຂະແໜງການທີ່ຄຸ້ມຄອງທີ່ດິນ ຕາມຂໍ້ຕົກລົງ ຂອງທ່ານເຈົ້າແຂວງໆສະ ຫວັນນະເຂດ ສະບັບເລກທີ 0811/ຈຂ.ສຂ, ລົງວັນທີ  04 ພຶດສະພາ 2021 ເຖິງປັດຈຸບັນ ການຈັດຕັ້ງປະຕິບັດ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ວິທີການໃນການແກ້ໄຂ ແລະ ທິດທາງແຜນການໃນການຈັດຕັ້ງປະຕິບັດໃນຕໍ່ໜ້າ.

  • ທ່ານ ບູລິກາ ອິນທິລາດ ຮອງຫົວໜ້າພະແນກ ( ຫົວໜ້າຂະແໜງທີ່ດິນ ) ຜ່ານຂໍ້ຕົກລົງຂອງທ່ານ ເຈົ້າແຂວງສະບັບເລກທີ 0811/ ຈຂ.ສຂ, ລົງວັນທີ 04/05/2021 ວ່າດ້ວຍການແບ່ງຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິ ບັດ ແຜນຈັດສັນທີ່ດິນເບື້ອງຕົ້ນ ຂອງແຂວງສະຫວັນນະເຂດ ຮອດປີ 2025 ເຊິ່ງຊີ້ໃຫ້ເຫັນເຖິງພາລະບົບບາດ, ຄວາມຮັບຜິດຊອບ ແຕ່ລະພາກສ່ວນ, ຂະແໜງການທີ ຄຸ້ມຄອງທີ່ດິນ ຕາມ 08 ປະເພດທີ່ດິນ: ຕາມມາດຕາ 31 ຂອງກົດໝາຍທີ່ດິນ ສະບັບປັບປຸງ ເລກທີ 70/ສພຊ, ລົງວັນທີ 21 ມີຖຸນາ

  • ກອງປະຊຸມໄດ້ຮັບຟັງບັນດາພະແນກການລາຍງານ,ປະກອບຄໍາເຫັນຈາກພາກສ່ວນທີ່ກ່ຽວຂ້ອງ,ຂະແໜງ ການຕ່າງໆ.

ສັງລວມແລ້ວຜ່ານການກວດກາ, ລາຍງານຂອງແຕ່ລະແໜງການຕ່າງໆ ເລີ່ມແຕ່ວັນທີ 22 ກັນຍາ 2021 ມາເຖິງປະຈຸບັນ: ເຫັນວ່າບາງຂະແໜງການກໍ່ໄດ້ຜັນຂະຫຍາຍແຜນຈັດສັນທີ່ດິນ ເຂົ້າໃນຂົງເຂດຕົນ ເຊິ່ງໄດ້ມີການສໍາຫຼວດທີ່ດິນບາງປະເພດ, ການສົມທົບຂໍ້ມູນ, ການຕິດຕາມສັງລວມເປັນປົກກະຕິ, ມີງົບປະມານສະໜັບສະໜູນຈາກໂຄງການຕ່າງໆ, ມີການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ, ອໍານາດການປົກຄອງແຕ່ລະຂັ້ນ. ຄຽງຄູ່ກັນນັ້ນກໍ່ຍັງມີຫຼາຍຂະແໜງການ ທີ່ຍັງບໍ່ທັນໄດ້ດໍາເນີນການສໍາຫຼວດຈັດສັນທີ່ດິນຂອງຕົນເທື່ອ. ເຮັດໃຫ້ການຜັນຂະຫຍາຍແຜນຈັດສັນທີ່ດິນເບື້ອງຕົ້ນ ຍັງບໍ່ທັນປະຕິບັດບໍ່ທັນໄດ້ດີເທົ່າທີຄວນ.

ກອງປະຊຸມໄດ້ດໍາເນີນ ມາຮອດເວລາ 11 ໂມງ 47 ນາທີ ກອງປະຊຸມກໍ່ໄດ້ປິດລົງຢ່າງຈົບງາມ.

 

 

Subcategories