ໃນວັນທີ 26 ພະຈິກ 2021 ຄະນະພະແນກ, ຄະນະຂະແໜງ ກໍ່ໄດ້ນໍາພາອົງການຈັດຕັ້ງມະຫາຊົນ ຊາວໜຸ່ມ, ແມ່ຍິງ, ກໍາມະບານ ຂອງພະແນກ ສ້າງຂະບວນການຂໍ່ານັບຮັບຕ້ອນວັນຊາດ ທີ 2 ທັນວາ ຢ່າງເປັນຂະບວນຟົດຟື້ນ ໂດຍຈັດຕັ້ງການອອກແຮງງານ, ອະນາໄມລວມໝູ່ ແລະ ປະດັບປະດາ  ຢູ່ຕາມສໍານັກງານຂອງຕົນ ເຊິ່ງມີຜູ້ເຂົ້າຮ່ວມທັງໝົດຈໍານວນ 44 ສະຫາຍ, ຍິງ 16 ສະຫາຍ.

 

   ໃນຕອນເຊົ້າ ເວລາ 08 ໂມງ 30 ນາທີ ຂອງວັນທີ 29 ຕຸລາ 2021 ໄດ້ຈັດກອງປະຊຸມຮັບຟັງປະຖະກະຖາເລົ່າມູນເຊື້ອ ວັນສໍາຄັນຕ່າງໆຂອງຊາດ ແລະ ສາກົນ ຈໍານວນ 05 ເອກະສານ, ຢູ່ທີຫ້ອງປະຊຸມຊັ້ນ 04 ຂອງພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ, ພາຍໃຕ້ການເປັນປະທານຂອງ ສະຫາຍ ພູທອນ ຍອດບຸນເຮືອງ ກໍາມະການພັກແຂວງ, ເລຂາຄະນະພັກຮາກຖານ, ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ ລ້ອມແຂວງ, ສະຫາຍ ພິດສະໄໝ ນາມມຸນຕີ ເລຂາໜ່ວຍພັກຂະແໜງບໍລິຫານ ແລະ ຈັດຕັ້ງ, ຮອງຫົວໜ້າພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງ ແວດລ້ອມແຂວງ, ໃນກອງປະຊຸມຄັ້ງນີ້ມີຄະນະພະແນກ, ຫົວໜ້າ ແລະ ຄະນະຂະແໜງ, ຄະນະຫ້ອງການ, ພະນັກງານ ແລະ ອາສາສະໝັກທີຂຶ້ນກັບພະແນກ ຊສ ແຂວງ ມີຜູ້ເຂົ້າຮ່ວມທັງໝົດ 47 ສະຫາຍ, ຍິງ 21 ສະຫາຍ.

 ສະຫາຍ ພູທອນ ຍອດບຸນເຮືອງ ກໍາມະການພັກແຂວງ, ເລຂາຄະນະພັກຮາກຖານ, ຫົວໜ້າພະແນກຊັບ ພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ກໍ່ໄດ້ຜ່ານເນື້ອໃນມູນເຊື້ອວັນສໍາຄັນຂອງຊາດ ແລະ ສາກົນ ມີ 05 ເອກະສານຄື:

  • ເອກະສານ ວັນຄູແຫ່ງຊາດ ຄົບຮອບ 27 ປີ ( 07/10/1994-10/10/2021 );
  • ເອກະສານ ວັນສ້າງຕັ້ງສາຍການທູດລາວ ( 12/10/1945-12/10/1975 );
  • ເອກະສານ ວັນປະກາດເອກະລາດ 12/10/1945;
  • ເອກະສານ ລະນຶກວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກຂອງ ສປປ ລາວ 17/10/1987 ແລະ 1724/10/2003;
  • ເອກະສານວັນຊາດສປຈີນ01/10/1949.

    ຈາກນັ້ນ, ສະຫາຍ ພິດສະໄໝ ນາມມຸນຕີ  ເລຂາໜ່ວຍພັກຂະແໜງບໍລິຫານ ແລະ ຈັດຕັ້ງ, ຮອງຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ ລ້ອມແຂວງ ກໍ່ໄດ້ຜ່ານ ເອກະສານດໍາລັດ ວ່າດ້ວຍລົດຂອງລັດສະບັບເລກທີ 599/ລບ, ລົງວັນທີ 29/09/2021.

   ເຊິ່ງໃນຕອນທ້າຍຂອງພິທີປາຖະກະຖາ ທ່ານປະທານ ກໍ່ໄດ້ເນັ້ນໜັກໃຫ້ຄະນະພັກ, ຄະນະພະແນກ, ຂະແໜງພະນັກງານທຸກຄົນນໍາເອົາເນື້ອໃນຈິດໃຈຂອງເອກະສານດັ່ງກ່າວນໍາໄປຄົ້ນຄວ້າ, ຜັນຂະຫຍາຍ, ຈັດຕັ້ງປະຕິບັດ ເຂົ້າໃນແຕ່ລະວຽກງານ ແລະ ຄວາມຮັບຜິດຂອງຕົນໃຫ້ໄດ້ຮັບຜົນເປັນຢ່າງດີ.

     ມາຮອດເວລາ 11 ໂມງ 00 ນາທີ ກອງປະຊຸມປາຖະກະຖາກໍ່ໄດ້ສິ້ນສຸດລົງຢ່າງເປັນທາງການ.

 

     ໃນຕອນບ່າຍຂອງວັນທີ 22 ຕຸລາ 2021 ສະຫາຍເລຂາຄະນະຮາກຖານຊາວໜຸ່ມ, ຄະນະຊາວໜຸ່ມ, ສະມາຊິກຊາວໜຸ່ມພະແນກການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ຈຳນວນ 18 ສະ ຫາຍ, ຍິງ 08 ສະຫາຍ ເຂົ້າຮ່ວມອະນາໄມ ບໍລິເວນສວນສຸຂະພາບ ຕໍ່ໜ້າຫໍວັດທະນະທຳປະທານໄກສອນ ພົມວິຫານ ຮ່ວມກັບບັນດາສະຫາຍຄະນະຊາວໜຸ່ມ ພະແນກການ, ກົມກອງອ້ອມຂ້າງແຂວງ ພ້ອມດ້ວຍສະມາຊິກ ເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນ ວັນສໍາຄັນຕ່າງໆຂອງຊາດ, ຂອງພັກໃຫ້ເປັນຂະບວນຕໍ່ເນື່ອງ.

     ໃນ​ວັນ​ທີ 08 /10/2021, ​ເວລາ 9:00 ໂມງ​ ຄະນະກໍາມະການວຽກຈັດຊື້ຈັດຈ້າງຂອງ ພຊສ ແຂວງ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມທັງໝົດຈໍານວນ: 08 ທ່ານ. ເພື່ອລົງກວດກາ​ຄຸນນະພາບ ​ໂຄງການ​ກໍ່ສ້າງ​​ຫ້ອງການ​ຊັບພະຍາກອນ​ທໍາ​ມະ​ຊາດ​ແລະ ສິ່ງ​ແວດ​ລ້ອມ ​ເມືອງໄຊພູທອງ, ​ແຂວງ​ສະຫວັນນະເຂດ ​​ໂຄງການກໍ່ສ້າງຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງໄຊພູທອງ ເຊິ່ງໂຄງການດັ່ງກ່າວ ໄດ້ເລີ່ມລົງມືກໍ່ສ້າງແຕ່ວັນທີ 12 ມີນາ 2020 ແລະ ສຳເລັດການກໍ່ ສ້າງ 100% ໃນວັນທີ 12 ພະຈິກ 2020 ໂດຍແມ່ນບໍລິສັດວັນວິໄລກໍ່ສ້າງ ແລະ ເຄຫະສະຖານຈຳກັດຜູ້ດຽວເປັນຜູ້ຮັບເໝົາການກໍ່ສ້າງ,  ລວມມີມູນຄ່າການກໍ່ສ້າງທັງໝົດ 678.537.200 ກີບ, ເຊິ່ງເປັນອາຄານຊັ້ນດຽວເບຕົງເສີມເຫຼັກ, ກໍ່ດ້ວຍດິນ ຈີ່, ມຸງດ້ວຍກະເບື້ອງອາຄານດັ່ງກ່າວມີຂະໜາດ 15x20 ແມັດ, ມີ 07 ຫ້ອງ ໄດ້ມອບ-ຮັບອາຄານຫ້ອງການ ຊັບພະຍາ ກອນທຳມະຊາດ ແລະສິ່ງແວດລ້ອມເມືອງໄຊພູທອງ ແຂວງສະຫວັນນະເຂດ ຫຼັງໃໝ່ ໃນວັນທີ 25 ພະຈິກ 2020 ( ຕາມບົດບັນທຶກມອບ-ຮັບ ເລກທີ 1835/ພຊສ.ສຂ ລົງວັນທີ 25 ພະຈິກ 2020 );

 

        ໃນຕອນເຊົ້າເວລາ 08 ໂມງ 30 ນາທີ  ຂອງວັນທີ 30 ກັນຍາ 2021 ທີ່ຫ້ອງປະຊຸມຊັ້ນ 02 ຂອງພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ໄດ້ຈັດກອງປະຊຸມ ສະຫຼຸບວຽກງານການຈັດຕັ້ງປະຕິບັດວຽກງານປະຈໍາ 09 ເດືອນ ແລະ ທິດທາງແຜນການ 03 ເດືອນ ແລະ ເຜີຍແຜ່ນິຕິກໍາ ຜ່ານທາງລະບົບວິດີໂອທາງໄກ ( video conference ), ໂດຍການເປັນປະທານ ຂອງທ່ານ ພູທອນ ຍອດບຸນເຮືອງ ກໍາມະການພັກແຂວງ, ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ພ້ອມດ້ວຍຄະນະແນກ, ຫົວໜ້າຫ້ອງການບໍລິຫານ, ແຜນການ ແລະ ການເງິນ, ຫົວໜ້າຄະນະຂະແໜງທີ່ດິນ, ສິ່ງແວດລ້ອມນໍ້າ, ອຸຕຸນິຍົມ ແລະ ອຸທົກກະສາດ ແລະ ມີບັນດາທ່ານ ຫົວໜ້າຫ້ອງການ ຊສ 14 ເມືອງ ແລະ 01 ນະຄອນ ເຊິ່ມມີແຂກເຂົ້າຮ່ວມທັງໝົດ 31 ທ່ານ, ຍິງ 06ທ່ານ.

        ທ່ານ ປະທານດ້ກ່າວເປີດກອງປະຊຸມພ້ອມທັງໄດ້ມີຄໍາເຫັນຕໍ່ກັບກອງປະຊຸມ

      ຈາກນັ້ນ ບັນດາຫ້ອງການ ຊສ 14 ເມືອງ ແລະ 01 ນະຄອນ ໄດ້ສະຫຼຸບລາຍງານໂດຍຫຍໍ້ຂອງ ກ່ຽວກັບການຈັດຕັ້ງປະຕິບັດວຽກງານ ຂອງຕົນ ພ້ອມທັງໄດ້ມີຂໍ້ສະເໜີຕໍ່ກອງປະຊຸມ.

 

Subcategories