ກອງປະຊຸມໃຫຍ່ສະມສຊິກພັກ ຄັ້ງທີ III ຂອງຄະນະພັກຮາກຖານ ພຊສ ແຂວງ ໄດ້ໄຂຂຶ້ນໃນເຊົ້້າວັນ ທີ 12 ເມສາ 2022 ຢູ່ທີ່ຫ້ອງປະຊຸມພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ, ໂດຍການເປັນກຽດເຂົ້າຮ່ວມເປັນປະທານກິດຕິມະສັກ ຂອງສະຫາຍ ພູວັງ ເກດແກ້ວ ພົມພອນ ຮອງເລຂາຄະນະບໍລິຫານງານພັກແຂວງສະຫວັນນະເຂດ, ສະຫາຍ ພູທອນ ຍອດບຸນເຮືອງ ກຳມະການພັກແຂວງ ເລຂາພັກຮາກຖານ ເປັນປະທານກອງປະຊຸມ ພ້ອມດ້ວຍສະຫາຍ ຈາກຄະນະຈັດຕັ້ງແຂວງ, ກວດກາພັກລັດແຂວງ, ບັນດາແຂກ ຈາກຮາກຖານພັກພະແນກການຕ່າງໆ, ບັນດາສະຫາຍ ສະມາຊິກພັກສົມບູນ ແລະ ສຳຮອງ ພາຍໃນຮາກຖານພັກ ເຂົ້າຮ່ວມທັງໝົດຈຳ ນວນ  111 ສະຫາຍ, ຍິງ 42 ສະຫາຍ.

ໃນຕອນຕົ້ນຂອງພິທີ ສະຫາຍ ພູທອນ ຍອດບຸນເຮືອງ ໃນນາມປະທານກອງປະຊຸມ ແລະ ເປັນຈັດຕັ້ງປະທານກອງປະຊຸມ ໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການ, ຈາກນັ້ນ ສະຫາຍ ບຸນຊູ ວົງສະຫວັນ ຄະນະພັກຮາກຖານ ໄດ້ຮັບກຽດໃຫ້ຂຶ້ນຜ່ານຄຸນລັກສະນະຂອງສະມາຊິກພັກທີ່ ເຂົ້າຮ່ວມກອງປະຊຸມໃຫຍ່ສະມສຊິກພັກ ຄັ້ງທີ III ຄັ້ງນີ້, ເວລາຕໍ່ມາ ສະຫາຍ ບຸນຍອດ ນາມເສນາ ຄະນະພັກຮາກຖານພະແນກ ໄດ້ຜ່ານຮ່າງ ບົດລາຍງານການເມືອງ ໂດຍປະຕິບັດຕາມພາລະ​ບົດ​ບາດ, ສິດ ແລະ ໜ້າທີ່​, ລະບອບ​ແບບ​ແຜນວິທີ​ເຮັດ​ວຽກຂອງ​ຄະນະພັກຮາກຖານ, ຮາກຖານພັກພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໃນເບື້ອງຕົ້ນປະກອບມີຄະນະພັກຮາກຖານ 04 ສະຫາຍ, ຍິງ 0 ສະຫາຍ ເຊິ່ງຄະນະຮາກຖານ ພຊສ ແຂວງ 4 ສະຫາຍນີ້ ໄດ້​ຮັບ​ການປ່ອນ​ບັດເລືອກ​ຕັ້ງຂຶ້ນ​ໃນກອງ​ປະຊຸມ​ໃຫຍ່ສະມາຊິກພັກ ​ຄັ້ງທີ II ໃນວັນທີ 23 ມີຖຸນາ 2017  ແລະ ມະຕິຕົກລົງ ຮັບຮອງຂອງຄະນະປະຈຳພັກແຂວງ ເລກທີ 785/ຄປພຂ.ສຂ ລົງວັນທີ 28 ສິງຫາ 2017 ເຊິ່ງມີ 03 ໜ່ວຍພັກ ຂຶ້ນກັບ ຄື: ໜ່ວຍພັກຂະແໜງບໍລິຫານ ແລະ ຈັດຕັ້ງ   ມີສະມາຊິກ 27 ສະຫາຍ, ຍິງ 13 ສະຫາຍ; ໜ່ວຍພັກຂະແໜງນ້ຳ ແລະ ສິ່ງແວດລ້ອມ ມີສະມາຊິກ 35 ສະຫາຍ, ຍິງ 15 ສະຫາຍ; ໜ່ວຍພັກຂະແໜງທີ່ດິນ ມີສະມາຊິກພັກ 37 ສະຫາຍ, ຍິງ 12 ສະຫາຍ ແລະ ສໍາຮອງພັກສຳຮອງ ສໍາຮອງ 01/0 ສະຫາຍ, ແລະ ອີງ​ໃສ່​ການ​ ນຳພາ​-​ຊີ້ນຳ ຕົວ​ຈິງ​ ໃນ​ຂົງ​ເຂດວຽກ​ງານຕ່າງໆ​ ​ໄລຍະແຕ່ກອງ​ປະຊຸມ​ໃຫຍ່​ສາມະຊິກພັກ ຄັ້ງທີ II ໃນຕະຫຼອດໄລຍະ 5 ປີຜ່ານມາ (2017-2021) ເຊິ່ງສະຫາຍ ໄດ້ຍົກໃຫ້ເຫັນບາງບັນຫາທີ່ພົ້ນ ເດັ່ນດັ່ງນີ້: ຄະນະພັກທຸກຂັ້ນ ໄດ້ເອົາໃຈໃສ່ຊີ້ນຳນຳພາໃນແຕ່ລະດ້ານ ເຊັ່ນ : ດ້ານການເມືອງ, ດ້ານແນວຄິດ, ດ້ານການຈັດຕັ້ງ, ດ້ານແບບແຜນນຳພາ ແລະ ດ້ານວິຊາສະເພາະ ເຊິ່ງເຫັນວ່າບັນດາສະຫາຍສະມາຊິກພັກ ໄດ້ເປັນແບບຢ່າງ ແລະມີຄວາມຫ້າວຫັນຕໍ່ໜ້າທີ່ວຽກງານ ທີ່ໄດ້ຮັບມອບໝາຍຢ່າງມີຜົນສຳເລັດ. ຈາກນັ້ນ ກອງປະຊຸມຍັງໄດ້ມີການວາງທິດທາງແຜນການ ໃນອີກ 5 ຕໍ່ໜ້າ (2022-2026) ຕື່ມອີກ.

ກອງປະຊຸມຄັ້ງນີ້ ບັນດາສະຫາຍຜູ້ແທນສົມບູນ ທີ່ເຂົ້າຮ່ວມ ໄດ້ໃຊ້ສິດປະຊາທິປະໄຕຂອງຕົນ ເລືອກຕັ້ງເອົາຄະນະພັກຮາກຖານຊຸດໃໝ່, ເຊິ່ງຜົນການເລືອກຕັ້ງ ແລະ ຜົນຂອງກອງປະຊຸມຄັ້ງປະຖົມມະລຶກ ໄດ້ຕົກລົງເລືອກເອົາ ສະຫາຍ ພູທອນ ຍອດບຸນເຮືອງ ເປັນເລຂາພັກຮາກຖານ, ສະຫາຍ ບູລິກາ ອິນທິລາດ ເປັນຮອງເລຂາພັກຮາກຖານ ທັງເປັນປະທານກວດກາ, ສະຫາຍ ສີວິໄລພອນ ສີສຸວົງ ເປັນກຳມະການພັກ, ສະຫາຍ ນາງ ປານທິບ ລາຊາຈັກ ເປັນກຳມະການພັກ ແລະ ສະຫາຍ ປິດຕາ ໄຊຍະລາດ ເປັນກຳມະການພັກ, ກອງປະຊຸມຄັ້ງນີ້ ຍັງໄດ້ເລືອກເອົາປະທານ, ຮອງ ປະທານກວດກາ ເຊິ່ງປະກອບດ້ວຍ : ສະຫາຍ ບູລິກາ ອິນທິລາດ ເປັນປະທານ, ສະຫາຍ ປິດຕາ ໄຊຍະລາດ ແລະສະຫາຍ ຫົງຄຳ ລີລາວັນ ເປັນຮ ອງປະທານ.

ໃນຕອນທ້າຍຂອງກຸມປະຊຸມ ດັ່ງກ່າວ ສະຫາຍ ພູວັງ ເກດແກ້ວພົມພອນ ຮອງເລ ຂາພັກແຂວງ ກໍ່ໄດ້ມີຄຳເຫັນ, ໂອ້ລົມ ແລະ ໃຫ້ທິດຊີ້ນຳແກ່ຄະນະພັກຮາກຖານ ຊຸດໃໝ່ ກໍ່ຄືບັນດາສະຫາຍ ສະມາຊິກພັກ ເພື່ອພ້ອມກັນຊີ້ນຳ-ນຳພາວຽກງານ ກໍ່ສ້າງພັກ, ຂະຫຍາຍພັກ ແລະ ກໍ່ສ້າງພະນັກງານ ໃຫ້ມີຜົນສຳເລັດ, ເອົາໃຈໃສ່ສ້າງຄວາມສາມັກຄີ, ຄວາມເປັນເອກະພາບ, ເຮັດວຽກ ແບບລວມສູນປະຊາທິປະໄຕ, ແບ່ງຄວາມຮັບຜິດຊອບໃຫ້ລະອຽດ ເພື່ອໃຫ້ວຽກງານທຸກຢ່າງ ມີຜົນສຳເລັດຕາມ ລະດັບຄາດໝາຍ ແລະ ພົ້ນເດັ່ນກ່າວເກົ່າ ແລະ ສະຫາຍ ພູທອນ ຍອດບຸນເຮືອງ ເລຂາພັກຮາກຖານ ໄດ້ຕາງໜ້າໃຫ້ບັນດາສະຫາຍ ຄະນະພັກຮາກຖານ ຊຸດໃໝ່ ອອກມາຮັບຄໍາໂອ້ລົມ, ຄໍາເຫັນ ແລະ ທິດຊີ້ນຳ ຈາກຄະນະພັກຂັ້ນເທິງ ເເພື່ອເປັນທິດນໍາ ແລະ ເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານ, ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ III ໃຫ້ເປັນອັນລະອຽດ, ພ້ອມກັນເຮັດສໍາເລັດໜ້າທີ່ຂອງກອງປະຊຸມໃຫຍ່ຄັ້ງນີ້ ທີ່ໄດ້ວາງອອກ ຢ່າງຕັ້ງໜ້າ;

      ໃນວັນທີ  18 ມີນາ 2022 ທີ່ ຫ້ອງປະຊຸມໃຫຍ່ ຊັ້ນ ຂອງພະແນກຊັບພະຍາກອນທຳມະຊາດ  ແລະ ສິ່ງແວດ ລ້ອມແຂວງ ສະຫວັນນະເຂດ ໄດ້ຈັດພິທີປະຖະກະຖາ ວັນແມ່ຍິງສາກົນ  ຄົບຮອບ 112 ປີ, ວັນຄຽດແຄນຂອງປະຊາຊົນລາວ ຄົບຮອບ 76 ປີ, ວັນສ້າງຕັ້ງພັກປະຊາຊົນລາວ ຄົບຮອບ 67 ປີ ແລະ ຜ່ານເອກະສານ ເຊື່ອມຊຶມ ຂໍ້ແຂ່ງຂັນ ມີຍິງ 3 ດີ ຂອງສະຫະພັນແມ່ຍິງລາວ ເຊິ່ງພິທີໄດ້ດຳເນີນຄືດັ່ງນີ້ :  

      ໃນໂອກາດດັ່ງກ່າວ, ທ່ານ ພູທອນ ຍອດບຸນເຮືອງ ກຳມະການພັກແຂວງ ເລຂາຄະນະພັກຮາກຖານ, ຫົວໜ້າ ພຊສ ແຂວງ ໄດ້ຫວນຄືນ ແລະ ຍົກໃຫ້ເຫັນເຖິງ ຄວາມໝາຍຄວາມສຳຄັນ ຄວາມເປັນມາ ວັນແມ່ຍິງສາ ກົນ  ຄົບຮອບ 112 ປີ, ວັນຄຽດແຄນຂອງປະຊາຊົນລາວ ຄົບຮອບ 76 ປີ, ຫວນຄືນຍົກໃຫ້ເຫັນ ເຖິງການກະທຳ ທີ່ໄຮ້ມະນຸດສະທຳ ແລະ ຄວາມໂຫດຮ້າຍປ່າເຖື່ອນ ຂອງພວກລ່າເມືອງຂຶ້ນຝຣັ່ງ ໄດ້ກະທຳຕໍ່ປະຊາຊົນລາວ ໃນປີ 1946, ຈາກນັ້ນ ທ່ານໄດ້ບັນລະຍາຍ ວັນສ້າງຕັ້ງພັກປະຊາຊົນລາວ ຄົບຮອບ 67 ປີ ເຊິ່ງເປັນວັນທີ່ມີຄວາມໝາຍຄວາມສຳຄັນ ສະແດງໃຫ້ເຫັນເຖິງມູນເຊື້ອ ອັນສະຫງ່າອົງອາດ ກ້າຫານ, ການນຳພາອັນສະຫລາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ ຕ້ານຈັກກະພັດຜູ້ຮຸກຮານ ແລະ ການຄອບຄອງຂອງພວກລ່າເມືອງຂຶ້ນ ທັງແບບເກົ່າ ແລະ    ໃໝ່ ຈົນສາມາດປົດປ່ອຍປະເທດຊາດໄດ້ຢ່າງມີໄຊ;

       ນອກຈາກນີ້ ໃນທີ່ຊຸມນຸມຍັງໄດ້ຮັບຟັງການ ຜ່ານເອກະສານ ຂໍ້ແຂ່ງຂັນ ແມ່ຍິງ 3 ດີ ແລະ ມາດຖານຄັດ ເລືອກ, ການຍ້ອງຍໍ ໃນການຈັດຕັ້ງປະຕິບັດ ຂໍ້ແຂ່ງຂັນ ມີຍິງ 3 ດີ ປີ 2021-2025 ຈາກ ທ່ານ ນາງແວດຄຳ ເຄນນະວົງ ຄະນະສະຫະພັນແມ່ຍິງຮາກຖານ ພຊສ ແຂວງ.

ແລະ ໃນຕອນທ້າຍ ທ່ານ ນາງ ພອນທິບ ລາຊຈັກ ຮອງຫົວໜ້າຄະແໜງຈັດຕັ້ງ ແລະ ພະນັກງານຕາງໜ້າ ໄດ້ເປັນກຽດຂຶ້ນຜ່ານຂໍ້ຕົກລົງວ່າດ້ວຍການຍ້ອງຍໍ ຂອງຄະນະບໍລິຫານງານສູນກາງ ສະຫະພັນແມ່ຍິງລາວ ຕໍ່ສະຫາຍສະມາ ຊິກແມ່ຍິງ ໃນຮາກຖານແມ່ຍິງ ພຊສ ແຂວງ ຈຳນວນ 65 ທ່ານ, ເປັນກຽດມອບໃບຍ້ອງຍໍຄັ້ງນີ້ ໂດຍທ່ານທ່ານ ພູທອນ ຍອດບຸນເຮືອງ ກຳມະການພັກແຂວງ ເລຂາຄະນະພັກຮາກຖານ, ຫົວໜ້າ ພຊສ ແຂວງ ໃຫ້ແກ່ຕາງໜ້າ ສະມາຊິກແມ່ຍິງ ພຊສ ຈຳນວນ 10 ທ່ານ.

ມາຮອດເວລາ 11 ໂມງ 30 ນາທີ ຂອງວັນດຽວກັນ  ກອງປະຊຸມກໍ່ໄດ້ປິດລົງ.

 

       ໃນວັນທີ 05 ມີນາ 2022 ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ໄດ້ເຂົ້າຂະບວນການຄາລະວານລົດຖີບເມືອງເກົ່າສີຂຽວທ່ອງທ່ຽວເພື່ອສຸຂະພາບ ເຊິ່ງມີນັກກິລາ ຕາງໜ້າພະແນກຊັບພະຍາກອນທຳມະ ຊາດ ແລະ ສິ່ງແວດລ້ອມ ຈຳນວນ 09 ທ່ານ, ຂະບວນຄາລະວານລົດຖີບ ໄດ້ເລີ່ມອອກເດີນທາງ ໄປໃນຈຸດທ່ອງທ່ຽວຕ່າງໆ ເຊັ່ນວ່າ: ເຂົ້ານະມັດສະການພະທາດອີງຮັງ; ເຂົ້າຊົມສູນພັດທະນາບໍລິການກະສິກຳ-ປ່າໄມ້; ຊົມທຳມະຊາດ ໜອງເຕົ່າ ເບິ່ງການຜະລິດທາງດ້ານກະສິກຳ; ຮັບຊົມ ສິນລະປະການສະແດງ ຂອງຊາວໜຸ່ມເຍົາວະຊົນ ຂັບລຳທ້ອງ ຖິ່ນ ເລົ່ານີ້ເປັນຕົ້ນ ຮອດເວລາ 15:00 ຂະບວນການຄາລະວານລົດຖີບ ອອກເດີນທາງກັບໂດຍສະຫວັດດີພາບ.

       ໃນຕອນບ່າຍ ຂອງວັນທີ 04 ມີນາ 2022 ຢູ່ທີ່ພະແນກ ຊສ ແຂວງ ໄດ້ສ້າງຂະບວນການ ອານາໄມລວມ ຕາມອາຄານສະຖານທີ່ເຮັດວຽກ ແລະ ປູກດອກໄມ້ປະດັບ ລຽບຕາມແຄມຮົ້ວທາງດ້ານໜ້າ ຂອງພະແນກການຕົນ ທັງນີ້ກໍ່ເພື່ອຄໍານັບຮັບຕ້ອນວັນສຳຄັນຕ່າງ ເຊັ່ນ :ວັນແມ່ຍິງສາກົນ, ວັນຄຽດແຄ້ນຂອງປະຊາຊົນລາວ, ວັນສ້າງຕັ້ງພັກ ປະຊາ ຊົນປະຕິວັດລາວ

         ໃນລະຫວ່າງ ວັນທີ 1-2 ມີນາ 2022 ທີ່ຫ້ອງປະຊຸມພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ ໄດ້ຈັດກອງປະຊຸມ ດໍາເນີນຊີວິດການເມືອງທ້າຍສະໄໝ ແລະ ທາບທາມໂຄງປະກອບບຸກຄະລາກອນ ຄະນະພັກຮາກຖານ ພຊສ ແຂວງ ໂດຍການເປັນປະທ່ານ ຂອງ ສະຫາຍ ບົວສອນ ມະຫາວົງ ຄະນະປະຈຳພັກແຂວງຫົວໜ້າຄະນະຈັດຕັ້ງແຂວງ ສະຫາຍ ພູທອນ ຍອດບຸນເຮືອງ ກຳມະການພັກ ແຂວງ ເລຂາຄະນະພັກຮາກຖານ, ຫົວໜ້າ ພຊສ ແຂວງ ຈາກນີ້ກໍ່ມີ ການຈັດຕັ້ງກ່ຽວຂ້ອງ ພ້ອມດ້ວຍ ບັນດາສະຫາຍສະມາຊິກພັກ ພາຍໃນຮາກຖານພັກເຂົ້າຮ່ວມຢ່າງພ້ອມພຽງ.

          ໂອກາດນີ້, ສະຫາຍ ບຸນຍອດ ນາມເສນາ ຄະນະພັກຮາກຖານ ຮອງຫົວໜ້າພະແນກ ຊສ ແຂວງ ກໍ່ໄດ້ຂຶ້ນຜ່ານບົດລາຍງານການເມືອງ ແລະ ບົດຊີ້ນຳໆພາລວມໃນ ໄລຍະກອງປະຊຸມໃຫຍ່ຜ່ານມາ ເຊິ່ງໃຫ້ຮູ້ວ່າ: ຮາກຖານພັກ ພຊສ ແຂວງ ປະກອບມີ 03 ໜ່ວຍພັກຂຶ້ນກັບຄື: ໜ່ວຍພັກຂະແຫນງບໍລິຫານ ແລະຈັດຕັ້ງ, ໜ່ວຍພັກຂະແໜງນ້ຳ ແລະ ສິ່ງແວດລ້ອມ ແລະ ໜ່ວຍພັກຂະແໜງທີ່ດິນ, ມີຈຳນວນສະມາຊິກພັກທັງໝົດ 98 ສະຫາຍ, ຍິງ 40 ສະຫາຍ ໃນນີ້ ມີສະມາຊິກພັກສົມບູນ 94 ສະຫາຍ, ມີຄະນະພັກຮາກຖານ 05 ສະຫາຍ. ດ້ານການນຳພາ-ຊີ້ນຳປັບປຸງກໍ່ສ້າງພັກໃນ ໄລຍະຜ່ານມາ, ຄະນະ ພັກຮາກຖານ ກໍ່ສາມາດຍາດມາ ໄດ້ຜົນງານໃນຫຼາຍດ້ານແຕ່ອັນ ພົ້ນເດັ່ນກວ່າໝູ່ແມ່ນ 03 ໜ່ວຍພັກ ທີ່ຂຶ້ນກັບຄະນະພັກຮາກຖານໄດ້ ຮັບໃບຢັ້ງຢືນໜ່ວຍພັກປອກໃສ, ເຂັ້ມແຂງ ແລະ ໜັກແໜ້ນຫລາຍປີ ຕິດຕໍ່ກັນ, ຕະຫລອດ 04 ປີກວ່າ ທີ່ຜ່ານມາ, ໄດ້ຮັບມະຫາຊົນກ້າວ ໜ້າເຂົ້າເປັນສະມາຊິກພັກສຳຮອງໄດ້ 27 ສະຫາຍ, ທຽບໃສ່ ຄາດໝາຍມະຕິກອງ ປະຊຸມໃຫຍ່ ເຫັນວ່າເພີ່ມຂຶ້ນ 1,29% ແລະ ມີເປົ້າໝາຍມະຫາຊົນກ້າວໜ້າທີ່ຈະໄດ້ນຳສະເໜີຄະນະພັກຂັ້ນເທິງ ເປີດຮຽນສະໜັບສະໜູນໃນຕໍ່ ໜ້າຈຳນວນ 05 ສະຫາຍ, ດ້ານການປະຕິບັດວຽກງານທີ່ດິນ ສາມາດສຳຫຼວດວັດແທກທີ່ດິນໄດ້ ຈຳນວນ 93.568 ຕອນ, ທຽບໃສ່ແຜນການ 05 ປີ ເທົ່າກັບ 89,11%( 105.000 ຕອນ), ເຊັນໃບຕາດິນ 54.972 ຕອນ ແລະ ຈ່າຍໃບຕາດິນໃຫ້ 14 ເມືອງ, 1 ນະຄອນ ໄດ້ 52.516 ຕອນ, ມາຮອດປະຈຸບັນທົ່ວແຂວງ ສາມາດປະຕິບັດການຂຶ້ນທະບຽນອອກໃບຕາດິນໄດ້ 227.226 ຕອນ, ທຽບໃສ່ສະຖິຕິສຳມະໂນທີ່ດິນໃນຂອບເຂດທົ່ວແຂວງຈຳນວນ 428.509 ຕອນ, ເທົ່າກັບ 53,02%, ໄດ້ສຳເລັດການສ້າງ ໜ່ວຍງານພິສູດຫຼັກຖານ ອອກໃບຕາດິນຂອງໂຄງການອອກໃບຕາດິນໄດ້ 3 ໜ່ວຍງານປະຈຳຢູ່ 3 ເມືອງຄື: ອຸທຸມພອນ, ໄຊບູລີ ແລະ ເມືອງສອງຄອນຂອງໂຄງ ການຂຶ້ນທະບຽນອອກໃບຕາດິນ ຢ່າງເປັນລະບົບໃນຂອບເຂດທົ່ວປະເທດ.

        ກອງປະຊຸມ ຍັງໄດ້ມີການ ຄົ້ນຄວ້າປະກອບຄຳຄິດຄຳເຫັນ ຕໍ່ບົດລາຍງານການເມືອງ ແລະ ບົດສຳຫຼວດການນຳພາ ພ້ອມທັງ ຮັບຟັງການໃຫ້ທິດຊີ້ນຳຈາກຄະນະພັກຂັ້ນເທິງ ຈາກນີ້ກໍ່ໄດ້ມີການ ແນະນຳການຂຽນບົດສຳຫຼວດ ບຸກ ຄົນຄະນະພັກຮາກຖານ, ບຸກຄົນເລຂາໜ່ວຍພັກ ແລະ ຄຳຕຳນິສົ່ງຂ່າວແບບປິດລັບ ພ້ອມ ທັງມີການເຊື່ອມຊຶມມະຕິ 03/ກມສພ, ວ່າດ້ວຍມາດຖານຂອງ ພະນັກງານນຳພາ-ຄຸ້ມຄອງ, ແນະນຳ ແລະ ດຳເນີນການທາບທາມຄະນະພັກຮາກຖານຊຸດໃໝ່ ໃນຮອບທີ 1 ແລະ ຮອບທີ 2.

Subcategories