ໃນຕ່ອນເຊົ້າ ເວລາ 8 ໂມງ 30 ນາທີ ຂອງວັນທີ 9 ກໍລະກົດ 2021 ທີ່ຫ້ອງປະຊຸມຂອງພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ໄດ້ຈັດກອງປະຊຸມທາງໄກ ( video conference ) ກ່ຽວກັບການປຶກ ສາຫາລືຜ່ານບົດລາຍງານ ການປະເມີນຜົນກະທົບຕໍ່ສິ່ງແວດລ້ອມແບບລະອຽດ ໂຄງການຜະລິດປຸ໋ຍປະສົມ ບ້ານ ມັນຈີ ເມືອງ ເຊໂປນ ແຂວງ ສະຫວັນນະເຂດ ຮ່ວມກັບກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ກົມສິ່ງແວດລ້ອມ ໂດຍການເປັນປະທານຮ່ວມຂອງ ທ່ານ ໄຊຍະເວດ ວິໄຊ ຫົວໜ້າກົມສິ່ງແວດລ້ອມ ແລະ ທ່ານ ພູທອນ ຍອດບຸນເຮືອງ ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ, ຊຶ່ງມີຜູ້ເຂົ້າຮ່ວມຈາກພະແນກການທີ່ກ່ຽວຂ້ອງຂອງແຂວງ, ຄະນະນໍາຂອງເມືອງ ເຊໂປນ, ຫ້ອງການທີ່ກ່ຽວຂ້ອງຂອງເມືອງ ແລະ ອໍານາດການປົກຄອງບ້ານ 4 ບ້ານ ຕິດກັບໂຮງງານດັ່ງກ່າວຄື: ບ້ານ ວົງວິໄລ, ບ້ານນາຫຼວງ, ບ້ານ ແກ້ງຫົວປາ ແລະ ບ້ານມັນຈີ. ທີ່ໄດ້ຮັບຜົນກະທົບຈາກໂຄງການ ລວມທັງໝົດ 25 ທ່ານ ຍິງ 4 ທ່ານ.

     

      ໃນຕອນເຊົ້າ ເວລາ 08 ໂມງ 30 ນາທີ ຂອງວັນທີ 30 ກໍລະກົດ 2021 ໄດ້ຈັດກອງປະຊຸມຮັບຟັງປະຖະກະຖາເລົ່າມູນເຊື້ອ ວັນສໍາຄັນຕ່າງໆຂອງຊາດ ແລະ ສາກົນ ຈໍານວນ 05 ເອກະສານ, ຢູ່ທີຫ້ອງປະຊຸມຊັ້ນ 04 ຂອງພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ, ພາຍໃຕ້ການເປັນປະທານຂອງ ທ່ານ ພູທອນ ຍອດບຸນເຮືອງ ກໍາມະການພັກແຂວງ, ເລຂາຄະນະພັກຮາກຖານ, ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ, ທ່ານ ບຸຍອດ ນາມເສນາ ຮອງຫົວໜ້າພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ ລ້ອມແຂວງ, ໃນກອງປະຊຸມຄັ້ງນີ້ມີຄະນະພະແນກ, ຫົວໜ້າ ແລະ ຄະນະຂະແໜງ, ຄະນະຫ້ອງການ, ພະນັກງານ ແລະ ອາສາສະໝັກທີຂຶ້ນກັບພະແນກ ຊສ ແຂວງ ມີຜູ້ເຂົ້າຮ່ວມທັງໝົດ 70 ທ່ານ, ຍິງ 38 ທ່ານ.


 

   

      ໃນຕອນເຊົ້າ ຂອງ ວັນທີ 27 ກໍລະກົດ 2021, ສະຫະພັນແມ່ຍິງຮາກຖານ ພະແນກຊັບພະຍາກອນທຳມະ ຊາດ ແລະ ສິ່ງແວດລ້ອມ ແຂວງສະຫວັນນະເຂດ ສຳເລັດກອງປະຊຸມໃຫຍ່ ຄັ້ງທີ III ຂັ້ນຂອງຕົນ ໂດຍກອງປະຊຸມໄດ້ຈັດຂຶ້ນຢ່າງເປັນທາງການ ທີ່ຫ້ອງປະຊຸມຊັ້ນ 04 ຂອງພະແນກ ຊສ ແຂວງ, ໂດຍການເຂົ້າຮ່ວມ ຂອງສະຫາຍ ນາງ ສີສະຫວັດ ໂຄດຕະວົງສາ ກໍາມະການພັກແຂວງ, ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ປະທານສະຫະ ພັນແມ່ຍິງແຂວງ, ສະຫາຍ ພູທອນ ຍອດບຸນເຮືອງ ກໍາມະການພັກແຂວງ ເລຂາຄະນະພັກຮາກຖານ ພຊສ, ມີຕາງໜ້າ ຮາກຖານສະຫະພັນແມ່ຍິງພະແນກການ ອ້ອມຂ້າງແຂວງ, ມີຄະນະພະແນກ, ບັນດາຂະແໜງ ແລະ ອົງການ ຈັດຕັ້ງມະຫາຊົນ ຮາກຖານ ພຊສ ຕະຫຼອດເຖິງສະມາຊິກແມ່ຍິງ ພາຍໃນພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເຂົ້າຮ່ວມທັງໝົດ ຈຳນວນ 66 ສະຫາຍ ສະຫາຍ, ຍິງ 62 ສະຫາຍ, ຊາຍ 04 ສະຫາຍ. ໃນກອງປະ ຊຸມ ສະຫາຍ ນາງ ດາວີພອນ ຊານາອຸດ ປະທານສະຫະພັນແມ່ຍິງຮາກຖານພະແນກ ຊສ ແຂວງ ( ຊຸດເກົ່າ ) ກໍ່ໄດ້ຂຶ້ນຜ່ານບົດລາຍງານການເມືອງ ແລະ ວາງທິດທາງແຜນການ 05 ປີໃນຕໍ່ໜ້າ ຂອງສະຫະພັນແມ່ຍິງຮາກຖານ ພຊສ ຢ່າງ ຮອບດ້ານ ແລະ ສຶບຕໍ່ສຶກສາອົບຮົມທາງດ້ານການເມືອງ-ແນວຄິດ ໃຫ້ແກ່ສະມາຊິກແມ່ຍິງ, ຢູ່ໃນຂັ້ນຂອງຕົນຢ່າງຕໍ່ເນື່ອງ ເພື່ອເຮັດໃຫ້ເຂົາເຈົ້າເຂົ້າໃຈຢ່າງເລິກເຊິ່ງ ຕໍ່ກົນໄກການປ່ຽນແປງໃໝ່ໃນພາວະເສດຖະ ກິດປັດຈຸບັນ ແລະ ເອົາໃຈໃສ່ປັບປຸງການຈັດຕັ້ງແມ່ຍິງຂັ້ນຂອງຕົນ ໃຫ້ມີຄວາມເຂັ້ມແຂງ, ແບ່ງປັນໜ້າທີ່ຄວາມຮັບຜິດຊອບ ໃຫ້ຖືກຕ້ອງສອດຄ່ອງກັບຄວາມເປັນຈິ່ງ ຂອງການເຄື່ອນໄຫວວຽກງານແມ່ຍິງ. ພ້ອມດຽວກັນນີ້ ໃນພິທີຍັງໄດ້ມີການມອບ-ຮັບໃບຍ້ອງຍໍ ໃຫ້ແກ່ບຸກຄົນທີ່ມີຜົນງານດີເດັ່ນ ໃນໄລຍະຜ່ານມາໃນການຈັດຕັ້ງປະຕິບັດວຽກງານຮອບດ້ານ ຂອງແມ່ຍິງ ໃນໄລຍະ 05 ປີ ຜ່ານມາ;

    ໃນຕອນບ່າຍຂອງວັນທີ 26 ກໍລະກົດ ແລະ ຕອນບ່າຍຂອງວັນທີ 29 ກໍລະກົດ 2021 ໂດຍອີງຕາມການປະສານ ຂອງສະເພາະກິດຂັ້ນແຂວງ ( ພະແນກສາທາລະນະສຸກແຂວງ ) ໄດ້ລະດົມກໍາລັງແຮງງານສະມາຊິກຊາວ ໜຸ່ມ ແຕ່ລະພະແນກເຂົ້າຮ່ວມເຮັດການອະນາໄມທໍາຄວາມສະອາດ ເພື່ອສ້າງເປັນສູນກັກກັນແຮງງານ ຊົ່ວຄາວ ທີ່ໂຮງງານຕັດຫຍິບອັບເກນ. ນະຄອນໄກສອນ ພົມວິຫານ ໂດຍມີຮາກຖານຊາວໜຸ່ມ ຈາກຮາກຖານພະແນກ ຊສ ເຂົ້າຮ່ວມຈໍານວນ 10 ສະຫາຍ, ຍິງ 03 ສະຫາຍ, ເຊິ່ງເຮັດໃຫ້ສະຖານທີດັ່ງກ່າວສາມາດຮອງຮັບ, ຮັບໃຊ້ການກັກກັນແຮງງານລາວ ທີ່ເດີນທາງຈາກປະເທດໃກ້ຄຽງ ໄດ້ຢ່າງພຽງພໍ.

Subcategories