ໃນຄັ້ງວັນທີ 19 ມີນາ  2021 ອ້າຍນ້ອງພະນັກງານພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ໄດ້ພ້ອມພຽງກັນສ້າງຂະບວນການອານາໄມລວມ ພາຍໃນຂົງເຂດຮັບຜິດຊອບຂອງໃຜລາວ ໂດຍປະກອບດ້ວຍຄະນະພຊສ, ຄະນະ 08 ຂະແໜງການອ້ອມຂ້າງ ພຊສ ແລະ ພ້ອມດ້ວຍວິຊາການຢ່າງພ້ອມພຽງຮຽງໜ້າ ຕາມທິດຊີ້ນຳຂອງທ່ານ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິງແວດລ້ອມແຂວງ ເພື່ອເປັນການສ້າງຂະບວນການ ຄໍານັບຮັບຕ້ອນ ວັນສ້າງຕັ້ງພັກ ປະຊາຊົນປະຕິວັດລາວ ຄົບຮອບ 66 ປີ ແລະ  ພ້ອມທັງເຮັດໃຫ້ສະພາບແວດລ້ອມອ້ອມຂ້າງ ໃຫ້ມີຄວາມສະອາດຈົບງາມໜ້າຢູ່ອີກດ້ວຍ.

 

     ໃນເວລາ 08 ໂມງ 30 ນາທີ ຂອງວັນທີ, ຂອງວັນທີ 19 ມີນາ 2021 ໄດ້ຈັດກອງປະຊຸມກອງປະຊຸມວິຊາການ ຜ່ານເນື້ອໃນບົດລາຍງານສະພາບສິ່ງແວດລ້ອມແຂວງສະຫັວນນະເຂດ ໂຄງການ LENS2, ຢູ່ທີ່ຫ້ອງປະຊຸມ ຊັ້ນ 4 ຂອງພແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ

     ພາຍໄຕ້ການເປັນປະທານ ຂອງ ທ່ານ ຈັນເພັງໃສ ດາລາຊະວົງ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ຜູ້ເຂົ້າຮ່ວມປະກອບດ້ວຍຄະນະກຳມະການຮັບຜິດຊອບສ້າງບົດລາຍງານສະພາບແວດລ້ອມຫົວໜ້າຮອງຫົວໜ້າ08ຂະແໜງການອ້ອມຂ້າງ ພຊສ ແຂວງ ພ້ອມດ້ວຍວິຊາການຈຳນວນ 25 ທ່ານ, ຍິງ 03 ທ່ານ.

     

      ໃນເວລາ 08 ໂມງ 30 ນາທີ ຂອງວັນທີ, ຂອງວັນທີ 18 ມີນາ 2021 ໄດ້ຈັດກອງປະຊຸມປຶກສາຫາລື ກອງປະຊຸມປຶກສາຫາລືຜ່ານຮ່າງຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງຂີ້ເຫຍື້ອໃນທົ່ວແຂວງສະຫັວນນະເຂດ ເພື່ອຈະຮັບຮອງຂອງ ພະແນກການຂັ້ນແຂວງ ຕາມໂຄງການຍອຍຕາມກິດຈະກຳ 2.3.3. ຕາມໂຄງການຍອຍ LENS2, ຢູ່ທີ່ຫ້ອງປະຊຸມ ຊັ້ນ 4 ຂອງພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ

       ພາຍໄຕ້ການເປັນປະທານ ຂອງ ທ່ານ ຈັນເພັງໃສ ດາລາຊະວົງ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ຜູ້ເຂົ້າຮ່ວມປະກອບດ້ວຍຄະນະຊີ້ນຳລວມຮ່າງຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງຂີ້ເຫຍື້ອໃນທົ່ວແຂວງ, ຫົວໜ້າຮອງຫົວໜ້າ08ຂະແໜງການອ້ອມຂ້າງ ພຊສ ແຂວງ ພ້ອມດ້ວຍວິຊາການຈຳນວນ 39 ທ່ານ, ຍິງ 06ທ່ານ.

     ໃນຕອນເຊົ້າເວລາ 08 ໂມງ 30 ນາທີ ຂອງວັນທີ 17 ມີນາ  2021, ໄດ້ຈັດກອງປະຊຸມທາບທາມບຸກຄະລາກອນ ເຂົ້າໃສ່ໂຄງປະກອບກົງຈັກການຈັດຕັ້ງຂະແໜງການ ພຊສ ແຂວງ ເພື່ອທາບທາມບຸກຄະລາກອນ ເຂົ້າໃສ່ໂຄງປະກອບກົງຈັກການຈັດຕັ້ງ ຂອງຂະແໜງການ ພຊສ ແຂວງ ທີ່ຫ້ອງປະຊຸມຊັ້ນ 04 ຂອງ ພຊສ ແຂວງ ພາຍໄຕ້ການເປັນປະທານຮ່ວມກອງປະຊຸມ ຂອງ ທ່ານ ບົວສອນ ມະຫາວົງ ຄະນະປະຈໍາພັກແຂວງ, ຫົວໜ້າຈັດຕັ້ງແຂວງ ເຂົ້າຮ່ວມກອງປະຊຸມຄັ້ງນີ້ມີທ່ານຫົວໜ້າພ້ອມຄະນະ ພຊສ, ຫົວໜ້າຮອງຫົວໜ້າ 08 ຂະແໜງການອ້ອມຂ້າງ ພຊສ ແຂວງ ພ້ອມດ້ວຍວິຊາການເຂົ້າຮ່ວມທັງໝົດ 99 ທ່ານ, ຍິງ 42 ທ່ານ.

     ທ່ານ ພູທອນ ຍອດບຸນເຮືອງ ຫົວໜ້າພະແນກ ຊສ ແຂວງໄດ້ຂື້ນ ກ່າວເປີດກອງປະຊຸມ ພ້ອມທັງສະເໜີຈຸດປະສົງແລະ ມີຄຳເຫັນ, ເຜີຍແຜ່ເຊື່ອມຊຶມຂໍ້ຕົກລົງ ເລກທີ 4983/ກຊສ, ລົງວັນທີ 03 ພະຈິກ 2020.

            ໃນຕອນເຊົ້າເວລາ 08:30 ນາທີ ຂອງວັນທີ 12 ມີນາ 2021, ໄດ້ຈັດກອງປະຊຸມກອງປະຊຸມຜ່ານ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການແບ່ງຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດແຜນຈັດສັນທີ່ດິນເບື້ອງຕົ້ນ ຂອງແຂວງສະຫັວນນະເຂດ ຢູ່ທີ່ຫ້ອງປະຊຸມຊັ້ນ 4 ພະແນກຊັບ ພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ພາຍໃຕ້ເປັນປະທານກອງປະຊຸມຂອງ ທ່ານ ທ່ານ ພູທອນ ຍອດບຸນເຮືອງ ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ, ເຂົ້າຮ່ວມກອງປະຊຸມຄັ້ງນີມີຄະນະກຳມະການເສດຖະກິດ ແລະ ແຜນການຂອງສະພາປະຊາຊົນແຂວງ, ຄະນະກຳມະການຮັບຜິດຊອບການສ້າງແຜນຈັດສັນທີ່ດິນເບື້ອງຕົ້ນຂັ້ນແຂວງ ເຂົ້າຮ່ວມຢ່າງພ້ອມພຽງ, ຫົວໜ້າຂະແໜງທີ່ດິນພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງ ແລະ ກອງເລຂາ ທັງໝົດ 28  ທ່ານ, ຍິງ 04 ທ່ານ.

Subcategories