ໃນຕອນບາຍຂອງວັນທີ 14 ກຸມພາ 2022 ເວລາ 15 ໂມງ 30 ນາທີ ຢູ່ທີ ສະໜາມກິລາບານເຕະໃນຮົ່ມ BL ນະຄອນໄກສອນ ພົມວິຫານ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ໄດ້ສ້າງຂະບວນການ ຈັດກິດຈະກໍາບານເຕະ ທີມຊາຍ-ຍິງ ມິດຕະພາບ ເພື່ອຕ້ອນກອງປະຊຸມໃຫຍ່ຂອງຮາກຖານພັກ ພຊສ ແຂວງ ຄັ້ງທີ III  ນໍາພາໂດຍ ສະຫາຍ ພູທອນ ຍອດບຸນເຮືອງ ກາໍມະການພັກແຂວງ, ເລຂາຄະນະພັກຮາກຖານ, ຫົວໜ້າພະແນກຊັບ ພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ພ້ອມຄະນະ, ມີເລຂາຄະນະໜ່ວຍພັກ, ຫົວໜ້າ, ຄະນະຂະແໜງ, ມີສະມາຊິກພັກ, ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນຄື: ອົງການຈັດຕັ້ງຊາວໜຸ່ມ, ແມ່ຍິງ ແລະ ອົງກໍາມະບານພາຍໃນພະແນກຢ່າງພ້ອມພຽງ.

   ໂດຍການແຂ່ງກິລາມິດຕະພາບໃນຄັ້ງນີ້ ຂອງພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ນອກຈາກເປັນການຂໍ່ານັບຮັບຕ້ອນ ແກ່ກອງປະຊຸມໃຫຍ່ຄະນະພັກຮາກຖານຂອງຕົນແລ້ວ ຍັງເປັນການສ້າງຂະບວນ ການສະເຫຼີມສະຫຼອງ, ຊົມເຊີຍ ແລະ ຕ້ອນຮັບແກ່ວັນສໍາຄັນຕ່າງໆ ຂອງພັກ-ຂອງຊາດ, ວັນສໍາຄັນຂອງສາ ກົນໃຫ້ມີບັນຍາກາດຟົດຟື້ນຄືວັນສ້າງຕັ້ງກໍາມະບານລາວ ຄົບຮອບ 66 ປີ, ວັນແມ່ຍິງສາກົນ ຄົບຮອບ 112 ປີ ແລະ ສິ່ງສໍາຄັນເປັນການເປີດໂອກາດໃຫ້ລັດຖະກອນ ພາຍໃນພະແນກໄດ້ອອກກໍາລັງກາຍເພື່ອສຸຂະພາບທີ່ດີ ແລະ ເປັນການຜັນປ່ຽນຄວາມສາມັກຄີຮັກແພງ ມິດຕະພາບລະຫວ່າງພະນັກງານອ້າຍນ້ອງພາຍໃນພະແນກດ້ວຍກັນ.

 

 

       ໃນຕອນເຊົ້າ, ວັນທີ 21 ມັງກອນ 2022 , ອົງການຈັດຕັ້ງກໍາມະບານ ຂອງຮາກຖານກໍາມະບານພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ໂດຍສົມທົບກັບຊາວໜຸ່ມ, ແມ່ຍິງ ຂອງ ພຊສ ໄດ້ພາກັນສ້າງຂະບວນການອອກແຮງງານອະນາໄມລວມ ຢູ່ 02 ຈຸດຄື: ຈຸດທີ 1 ແມ່ນພາຍໃນອາຄານ ແລະ ລຽບຕາມແຄມຮົ້ວດ້ານໃນ/ດ້ານນອກ ຂອງ ພຊສ; ຈຸດທີ 2 ແມ່ນອະນາໄມສະຖານີ ອຸຕຸນິຍົມ-ອຸທົກກະສາດ ແຂວງ ຢູ່ບ້ານທ່າແຮ່ ນະຄອນໄກສອນ ພົມວິຫານ ເພື່ອກຽມພ້ອມໃນການເຮັດໜ້າທີຕິດຕາມລາຍງານສະພາບ ຂອງການປ່ຽນແປງດິນຟ້າອາກາດໃຫ້ທວງທັນເວລາ.

        ທັງນີ້ກໍ່ເພື່ອເປັນການສ້າງຂະບວນການຄໍານັບຮັບຕອນ, ຊົມເຊີຍຜົນສໍາເລັດຂອງກອງປະ ຊຸມໃຫຍ່ຂອງໜ່ວຍພັກທີ່ຂຶ້ນກັບ ຮາກຖານພັກ ພຊສ ແຂວງ ພ້ອມດຽວກັນນັ້ນກໍ່ເພື່ອເປັນການສ້າງຜົນງານ ຄໍານັບຮັບຕ້ອນ ກອງປະຊຸມໃຫຍ່ຮາກຖານ ພຊສ ທີຈະໄຂຂຶ້ນໃນມໍ່ໆນີ້, ເຊິ່ງມີຈໍານວນສະມາຊິກເຂົ້າຮ່ວມທັງໝົດ 65 ສະຫາຍ, ຍິງ 35 ສະຫາຍ.

      ໃນວັນທີ 14 ມັງກອນ 2022 ເລຂາຊາວໜຸ່ມ ຮາກຖານພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ  ພ້ອມດ້ວຍຄະນະ 02 ສະຫາຍ ໄດ້ເຂົ້າຮ່ວມກອງປະຊຸມສ່ອງແສງ ວຽກງານຊາວໜຸ່ມ-ເຍົາວະຊົນ ຜ່ານທາງອອນລາຍ (Zoom Meeting) ໂດຍການເປັນປະທານຂອງທ່ານ ນາງ ບັງອອນ ພິມມະສານ ຮອງເລຂາຄະນະບໍລິຫານງານ ຊປປລ ແຂວງ, ເຊິ່ງມີບັນດາຫົວໜ້າຂະ ແໜງ, ຄະນະຮາກຖານ/ໜ່ວຍຊາວໜຸ່ມພະແນກການອ້ອມຂ້າງແຂວງ ເຂົ້າຮ່ວມທັງ ໝົດ 33 ສະຫາຍ, ຍິງ 13 ສະຫາຍ. ກອງປະຊຸມໄດ້ມີການລາຍງານການເຄື່ອນໄຫວ ແລະ ຈັດ ຕັ້ງປະຕິບັດວຽກງານຂອງຄະນະຊາວໜຸ່ມແຂວງ ແລະ ຄະນະຊາວໜຸ່ມພະແນກການອ້ອມຂ້າງແຂວງ ໃນໄລ ຍະ 01 ເດືອນຜ່ານມາ.

     ໂດຍໃນກອງປະຊຸມ ຍັງໄດ້ມີການແລກປ່ຽນຄຳຄິດຄຳເຫັນ ແລະ ບາງຂໍ້ສະເໜີ ຂອງຄະນະຊາວໜຸ່ມພະແນກການອ້ອມຂ້າງແຂວງ ນອກຈາກນັ້ນ ຄະນະຊາວໜຸ່ມແຂວງ ແລະ ຫົວໜ້າຂະແໜງ ກໍ່ຍັງໄດ້ແນະນຳ ແລະ ແລກ ປ່ຽນຄຳຄິດເຫັນກ່ຽວກັບວຽກງານຂອງຕົນ ຕໍ່ຄະນະໜ່ວຍຊາວໜຸ່ມພະແນກການອ້ອມຂ້າງແຂວງ.

         ກອງປະຊຸມ ໄດ້ປິດລົງໃນເວລາ 10:00 ນາທີ ຂອງວັນດຽວກັນ

 

   ກອງປະຊຸມໃຫຍ່ ຄັ້ງທີີ II ຂອງໜ່ວຍພັກຂະແໜງນ້ຳ ແລະ ສິ່ງແວດລ້ອມ ໄດ້ເປີດຂຶ້ນໃນຕອນເຊົ້າຂອງວັນທີ 18 ມັງກອນ 2022 ແລະ ດໍາເນີນໄປເປັນເວລາ ເຄິ່ງວັນ ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ໂດຍການເປັນປະທານ ຂອງສະຫາຍ ຈັນເພັງໃສ ດາລາຊະວົງ ເລຂາໜ່ວຍພັກຂະແໜງນ້ຳ ແລະ ສິ່ງແວດລ້ອມ ແລະ ໃຫ້ກຽດເຂົ້າຮ່ວມ ຂອງສະຫາຍ ພູທອນ ຍອດບຸນເຮືອງ ກຳມະການພັກແຂວງ, ເລຂາຄະນະພັກຮາກຖານ ພຊສ.ສຂ; ມີຜູ້ຕາງໜ້າ ຈາກຄະນະກວດກາພັກແຂວງ, ຕາງໜ້າຄະນະຈັດຕັ້ງແຂວງ, ເລຂາໜ່ວຍພັກອ້ອມຂ້າງ, ອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍສະມາຊິກພັກໃນໜ່ວຍ ເຊິ່ງມີຜູ້ແທນສົມບູນ ຈຳນວນ 34 ສະຫາຍ, ຍິງ 14 ສະຫາຍ, ມີບັນດາແຂກຖືກເຊີນ ຈຳນວນ 09 ສະຫາຍ, ຍິງ 02 ສະຫາຍ.

      ບັນດາສະຫາຍ ຜູ້ແທນກອງປະຊຸມໃຫຍ່ ໄດ້ຍົກສູງຄວາມຮັບຜິດຊອບ ແລະ ສຸມສະຕິປັນຍາຂອງຕົນ ເຂົ້າໃນການຄົ້ນຄວ້າປະກອບຄຳຄິດຄຳເຫັນ ຕໍ່ບັນດາເອກະສານ ທີ່ນຳມາຜ່ານໃນກອງປະຊຸມຢ່າງກົງໄປກົງມາ ເຮັດໃຫ້ກອງປະຊຸມດຳເນີນໄປດ້ວຍບັນຍາກາດ ແຫ່ງຄວາມສາມັກຄີ, ຄວາມເປັນເອກະພາບ ແລະ ສຳເລັດຕາມຈຸດປະສົງທີ່ວາງໄວ້, ຊຶ່ງກອງປະຊຸມ ໄດ້ລົງປະຊາມະຕິເປັນເອກະສັນ ຮັບຮອງເອົາ ຮ່າງລາຍງານການເມືອງ ແລະ ທິດທາງຄາດໝາຍສູ້ຊົນແຕ່ລະດ້ານ ການນຳພາການເມືອງ-ແນວຄິດ, ດ້ານການຈັດຕັ້ງ, ທັງວຽກງານກໍ່ສ້າງພັກ-ພະນັກງານ, ການນໍາພາຊີ້ນໍາວຽກ ງານອົງການຈັດຕັ້ງມະຫາຊົນ, ວຽກງານວິຊາສະເພາະ ແລະ ຮ່າງບົດສຳຫຼວດການນຳພາລວມ ຂອງຄະນະໜ່ວຍພັກ ໂດຍໄດ້ຕີລາຄາດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ສາເຫດ, ບົດຮຽນໃນການຊີ້ນຳ-ນຳພາ ແລະ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ I ຜ່ານມາ, ພ້ອມກັນນີ້ ກອງປະຊຸມ ຍັງໄດ້ຮັບຮອງເອົາແຜນການ ໄລຍະ 5 ປີ (2022-2026) ເຊິ່ງເປັນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຂອງອົງຄະນະພັກແຂວງ ຄັ້ງທີ IX, ມະຕິກອງປະຊຸມໃຫຍ່ ຂອງພັກປະຊາຊົນປະຕິວັດລາວ XI ເປັນແຜນງານ, ແຜນວຽກລະອຽດ.

     ຜູ້ແທນກອງປະຊຸມ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາຄະນະໜ່ວຍພັກ ຊຸດໃໝ່ ບົນພື້ນຖານ ຫຼັກການລວມສູນປະຊາທິປະໄຕ, ທັງຖືກຕ້ອງສອດຄ່ອງກັບມາດຕະຖານເງື່ອນໄຂທີ່ກຳນົດໄວ້ ຊຶ່ງມີຜູ້ອອກຮັບສະໜັກເລືອກຕັ້ງ 05 ສະຫາຍ, ຍິງ 1 ສະຫາຍ ແລະ ເລືອກໄດ້ ສະຫາຍ, ຍິງ ສະຫາຍ. ກອງປະຊຸມຄັ້ງປະຖົມມະລຶກຂອງຄະນະໜ່ວຍພັກ ຂະແໜງນ້ຳ ແລະ ສິ່ງແວດລ້ອມ ຄັ້ງທີ II ໄດ້ເປັນເອກະສັນກັນເລືອກຕັ້ງເອົາ: ສະຫາຍ ອຸຄຳ ພູນປະກອນ ເປັນເລຂາໜ່ວຍພັກ, ສະຫາຍ ອິນປະສິດ ສີຫາລາດ ເປັນຮອງເລຂາໜ່ວຍພັກ; ເລືອກເອົາ ສະຫາຍ ກາລິນໄທ ລຽບວິໄຊນະວັງ ເປັນກຳມະການພັກ ແລະ ເປັນປະທານກວດກາໜ່ວຍພັກ. ໃນໂອກາດ ທີ່ເຕັມໄປດ້ວຍຄວາມໝາຍສຳຄັນນີ້, ກອງປະຊຸມໄດ້ຮັບຟັງການໂອ້ລົມຈາກສະຫາຍ ພູທອນ ຍອດບຸນເຮືອງ ກຳມະການພັກແຂວງ, ເລຂາຄະນະພັກຮາກຖານ ພຊສ.ສຂ, ຊຶ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານ ແລະ ໄຊຊະນະ ທີ່ຄະນະໜ່ວຍພັກຂະແໜງນ້ຳ ແລະ ສິ່ງແວດລ້ອມ ຍາດມາໄດ້ ເຊິ່ງແມ່ນໝາກຜົນລວມ ຂອງການຈັດຕັ້ງນຳພາ ຂອງໜ່ວຍພັກ ແລະ ຄວາມບຸກໜ້າບືນຕົວ ຂອງບັນດາສະຫາຍ ສະມາຊິກພັກ-ພະນັກງານ ເຮັດໃຫ້ສາມາດຍາດມາໄດ້ຜົນສຳເລັດຫຼາຍດ້ານ ອັນໄດ້ປະກອບສ່ວນສຳຄັນເຂົ້າໃນຜົນງານລວມ ຂອງພະແນກ ຊສ ພ້ອມກັນນັ້ນ ສະຫາຍຍັງໄດ້ສະແດງຄວາມເປັນຫ່ວງເປັນໄຍ ຕໍ່ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ໄດ້ຮຽກຮ້ອງໃຫ້ຄະນະໜ່ວຍພັກ ຊຸດໃໝ່ ສືບຕໍ່ປັບປຸງ, ແກ້ໄຂ. ຈາກນັ້ນ, ສະຫາຍ ໄດ້ໃຫ້ທິດຊີ້ນໍາຕໍ່ວຽກງານແຕ່ລະດ້ານ ແລະ ເຊື່ອໝັ້ນຕໍ່ຄະນະໜ່ວຍພັກຊຸດໃໝ່ ຈະສືບຕໍ່ຊີ້ນຳ-ນຳພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງຮາກຖານພັກ ພຊສ.ສຂ ຄັ້ງທີ III ໃຫ້ຍາດໄດ້ຜົນງານ ແລະ ມີຜົນສໍຳເລັດໃໝ່ ຍິ່ງໃຫຍ່ກວ່າເກົ່າ, ໃນນີ້ ຍັງໄດ້ເນັ້ນໜັກຊີ້ນຳໃຫ້ ໜ່ວຍພັກຂະແໜງນ້ຳ ແລະ ສິ່ງແວດລ້ອມ ໃຫ້ເອົາໃຈໃສ່ ບັນຫາສຳຄັນ ບາງຈຸດ ເປັນຕົ້ນ: ບັນດາສະຫາຍໃນຄະນະໜ່ວຍພັກຊຸດໃໝ່ ຈົ່ງສືບຕໍ່ຝຶກຝົນຫຼໍ່ຫຼອມຕົນເອງ ທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ຕັ້ງໜ້າຄົ້ນຄວ້າຮ່ໍາຮຽນ, ຍົກສູງຄວາມຮັບຜິດຊອບດ້ານເມືອງ ເພື່ອຍົກລະດັບຄວາມຮູ້ຄວາມສາມາດ ຕິດພັນກັບການປັບປຸງແບບແຜນການນໍາພາ, ຄວາມເປັນແບບເປັນຢ່າງນຳໜ້າ ແລະ ວິທີເຮັດວຽກຂອງຕົນ ໃຫ້ດີຂຶ້ນເປັນກ້າວໆ; ສືບຕໍ່ຄົ້ນຄວ້າປັບປຸງການຈັດຕັ້ງ ແລະ ການ ເຄື່ອນໄຫວຂອງຕົນ ໃຫ້ແທດເໝາະກັບເງື່ອນໄຂໃໝ່ ແລະ ຮັບປະກັນການປະຕິບັດໜ້າທີ່ວຽກງານຂອງຕົນໄດ້ ຕາມທິດກະທັດຮັດ, ມີປະສິດທິຜົນ, ການບໍລິຫານ-ການຈັດການ ໃຫ້ມີຄວາມວ່ອງໄວ, ຊັດເຈນ, ເດັດຂາດ ໂປ່ງໃສ...

     ໃນຕອນບ່າຍ ຂອງວັນທີ 14 ມັງກອນ 2022 ທີ່ຜ່ານມາ ຊາວໜຸ່ມຮາກຖານພະແນກ ຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດລ້ອມ ຈຳນວນ 26 ສະຫາຍ ຍິງ 12 ສະຫາຍ ໄດ້ພ້ອມກັນສ້າງຂະບວນການ ອອກແຮງງານອານາໄມລວມ ເພື່ອຂຳນັບຮັບຕ້ອນ ວັນສ້າງຕັ້ງກອງທັບ ປະຊາຊົນປະຕິວັດລາວ ແລະ ຕ້ອນ ຮັບ ກອງປະຊຸມທ້າຍສະໄໝ ຂອງຮາກຖານພັກ ພະແນກ ຊສ ທີ່ຈະໄດ້ໄຂຂຶ້ນໃນຕໍ່ໜ້າ.

Subcategories